ລັດຖະບານລາວ ໄດ້ວາງແຜນທີ່ຈະເພີ້ມເນື້ອທີ່ ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ ເກີນກວ່າ 70 ເປີເຊັນ ຂອງພືຶ້ນທີ່ທັງ ໝົດ ໃນປີ 2025 ພ້ອມທັງວາງເປົ້າໝາຍ ຈະອອກໃບຕາດິນໃຫ້ປະຊາຊົນລາວໃຫ້ໄດ້ເຖິງ 1 ລ້ານ 6 ແສນຕອນ.
ໃນມື້ວັນພຸດຜ່ານມານີ້ ທ່ານໄບເດັນ ໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນ “ຈົ່ງເຂັ້ມແຂງ” ຮັບມືກັບການເພີ້ມຂຶ້ນຂອງໂຣກລະບາດໄວຣັສໂຄໂຣນາ ແຕ່ກໍໃຫ້ການຄ້ຳປະກັນ ຕໍ່ພວກເຂົາເຈົ້າວ່າ “ອາເມຣິກາຈະບໍ່ເສຍໄຊໃນສົງຄາມນີ້.”
ໃນຕົ້ນອາທິດນີ້, ທ່ານອາບີອີ ຜູ້ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ໄດ້ໃຫ້ເວລາແກ່ແນວໂຮມ TPLF 72 ຊົ່ວໂມງ ເພື່ອຍອມຈຳນົນ.
ປະເທດບຣາຊີລ ຊຶ່ງມີກໍລະນິຕິດເຊື້ອໂຄວິດ-19 ຫຼາຍກວ່າ 6 ລ້ານກໍລະນີນັ້ນ ແມ່ນມີຜູ້ຕິດເຊື້ອຫຼາຍເປັນອັນດັບ 2 ຮອງຈາກສະຫະລັດ ແລະອິິນເດຍ.
ຜູ້ສະໜັບສະໜູນຂອງລາວ ທີ່ໂບກທຸງຊາດ ອາເຈັນຕິນາ ໄປມາ ໄດ້ເຕົ້າໂຮມກັນ ຢູ່ຕາມຖະໜົນ ໃນເວລາທີ່ລົດສົ່ງສະການຂອງທ່ານ ມາຣາໂດນາ ໄດ້ຂັບຜ່ານ.
ໃນເດືອນກໍລະກົດຜ່ານມາ ປະຊາຊົນອາເມຣິກັນຄົນນຶ່ງ ທີ່ເຊື່ອຖືໃນສາສະໜາອາມາດີຢາ ໄດ້ຖືຍິງຢູ່ສານ ທີ່ມີການຮັກສາຄວາມປອດໄພສູງ ໃນເມືອງເພສຊາວາ (Peshawar) ໃນປະເທດປາກິສຖານ.
ສໍາລັບຄົນໃນປະຊາຄົມລາວ ໃນລັດເວຈີເນຍ ທີ່ມີປະມານ 4.500 ຄົນນັ້ນ ຢູ່ໃນໄລຍະສອງເດືອນມານີ້ ກໍມີຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນ 10 ກວ່າຄົນ ແລະເສຍຊີວິດໄປ ຢ່າງໜ້ອຍ 3 ຄົນແລ້ວ ຍ້ອນພະຍາດນີ້.
ທ່ານນາງທີນາ ມະຫາຣາດ ແນະນຳວ່າ “ເພື່ອປົກປ້ອງຄອບຄົວ ປະຊາຄົມຊາວລາວ ຂ້າພະເຈົ້າຂໍແນະນໍາເປັນຢ່າງສູງວ່າ ພຽງແຕ່ອອກໄປເຮັດທຸລະ ທີ່ຈຳເປັນເທົ່ານັ້ນ ຂ້າພະເຈົ້າບໍ່ແນະນຳ ໃຫ້ໄປຮ່ວມໃນງານດ້ານສັງຄົມ”
ສານກໍາປູເຈຍ ໄດ້ໂຈະການດຳເນີນຄະດີ ຕໍ່ພັກຝ່າຍຄ້ານ 100 ກວ່າຄົນ ໃນຂໍ້ຫາຂາຍຊາດ ໄປຈົນຮອດປີໜ້າ.
ມື້ນີ້ວັນພະຫັດວັນທີ 26 ພະຈິກ ແມ່ນມື້ບຸນຂອບຄຸນພະເຈົ້າ ຫຼື "Thanksgiving" ປີ 2020 ຊຶ່ງເປັນບຸນໃຫຍ່ ແລະ ເປັນວັນພັກລັດຖະການຂອງສະຫະລັດ ທີ່ໄດ້ສະຫຼອງກັນມາ ເປັນເວລາສອງຮ້ອຍກວ່າປີແລ້ວ.
ໂຫລດຕື່ມອີກ