ຫ້ອງການຮັບຜິດຊອບ ກ່ຽວກັບການປ່ອນບັດໃນລັດຈໍເຈຍ ລາຍງານວ່າ ມີຜູ້ໄປປ່ອນບັດ 126,876 ຄົນໃນວັນຈັນວານນີ້ ເພີ້ມຂຶ້ນ 41 ເປີເຊັນຈາກການປ່ອນບັດໃນມື້ທຳອິດຂອງປີ 2016.
ທ່ານໝໍຟາວຈີ ເປັນນັກຊ່ຽວຊານຂັ້ນສູງ ດ້ານພະຍາດຕິດແປດຂອງປະເທດ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ “ພວກເຮົາຮູ້ດີວ່າ ອັນນັ້ນ ແມ່ນການຫາເລື້ອງໃສ່ຕົນ ເມື່ອເຈົ້າເຮັດເຊັ່ນນັ້ນ.”
ການທົດລອງສັກວັກຊີນຂອງບໍລິສັດຈອນສັນ ແລະຈອນສັນ ແມ່ນເປັນເທື່ອທີສອງ ທີ່ຕ້ອງໄດ້ໂຈະ ຫຼັງຈາກອາສາສະໝັກຄົນນຶ່ງໄດ້ລົ້ມປ່ວຍ ລຸນຫຼັງໄດ້ສັກຢາວັກຊີນ.
ການຕໍ່ສູ້ດັ່ງກ່າວ ຍັງໄດ້ເອົາຊີວິດຂອງທະຫານ ປະມານ 400 ຄົນ ແລະໄດ້ບັງຄັບປະຊາຊົນ ຫຼາຍພັນຄົນ ຫລົບໜີອອກຈາກບ້ານເຮືອນຂອງເຂົາເຈົ້າ.
ກະຊວງພາຍໃນໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນຈັນວານນີ້ວ່າ ການຊຸມນຸມຕ່າງໆ “ໄດ້ກາຍເປັນການຈັດຕັ້ງ ແລະ ມີຫົວຮຸນແຮງສຸດຂີດ.”
ພວກເຈົ້າໜ້າທີ່ຫວຽດນາມ ຄາດວ່າ ສະພາບການຈະຮ້າຍແຮງຈະຂຶ້ນ ເວລາພາຍຸອີກຫົວນຶ່ງຊື່ວ່າ ລິນຟ້າ ຈະພາໃຫ້ເກີດຝົນຕົກໜັກອີກຮອບນຶ່ງ ຢູ່ທາງພາກກາງຂອງຫວຽດນາມ.
ທ່ານນາງ ເອມມີ ບາແຣດ ຜູ້ຖືກສະເໜີຊື່ໃຫ້ເຂົ້າຮັບຕຳແໜ່ງໃນສານສູງສຸດສະຫະລັດ ແມ່ນມີກຳນົດຈະບອກບັນດາສະມາຊິກສະພາສູງ ຢູ່ທີ່ການພິຈາລະນາຢັ້ງຢືນຮັບຮອງ ທີ່ຈະເລີ້ມຂຶ້ນໃນວັນຈັນມື້ນີ້.
ທ່ານ ທຣຳ ໄດ້ກ່າວວ່າທ່ານ “ມີພູມຕ້ານທານ” ຫຼັງຈາກໄດ້ຮັບການປິ່ນປົວດ້ວຍຢາຫຼາຍຊະນິດ ໃນລະຫວ່າງການເຂົ້າໂຮງໝໍສີ່ວັນ ແລະ ຫຼັງຈາກໄດ້ກັບຄືນໄປທຳນຽບຂາວໃນອາທິດທີ່ຜ່ານມາ.
ມັນເປັນຄັ້ງທຳອິດ ໃນບໍ່ເທົ່າໃດປີຜ່ານມານີ້ ທີ່ສື່ມວນຊົນຂອງທາງການຈີນ ໄດ້ເປີດເຜີຍຂັ້ນຕອນທັງໝົດຂອງການຈຳລອງບຸກຂຶ້ນເກາະໄຕ້ຫວັນ ດ້ວຍກຳລັງທະຫານ.
ເຂົາເຈົ້າໄດ້ຂຽນວ່າ “ວິທີການໄດ້ໝົດ ຫຼື ບໍ່ໄດ້ຫຍັງດັ່ງກ່າວ ແມ່ນການຕອບສະໜອງທີ່ບໍ່ສາມາດຮັບໄດ້ຕໍ່ປະຊາຊົນ ອາເມຣິກັນ.”
ພວກແມ່ຍິງແລະເດັກຍິງ ເກືອບ 3,000 ຄົນທີ່ໄດ້ຖືກລັກພາໂຕໄປ ແມ່ນຍັງຫາຍສາບສູນ ຫຼັງຈາກທີ່ຫຼາຍໆຄົນ ໄດ້ຖືກນຳໄປຂາຍເປັນຂ້າທາດ ໃນເຂດທີ່ຄວບຄຸມໂດຍກຸ່ມລັດອິສລາມ ອິງຕາມອົງການສະຫະປະຊາຊາດ.
ທ່ານ ຟາວຈີ ໄດ້ກ່າວວ່າ, ໂຄສະນາດັ່ງກ່າວ, ເຊິ່ງໄດ້ຖືກເປີດເຜີຍໃນວັນເສົາທີ່ ຜ່ານມາວ່າທ່ານ ທຣຳ ໄດ້ຫາຍດີຈາກໄວຣັສໂຄໂຣນານັ້ນ, ແມ່ນຖືກເຮັດອອກມາໂດຍບໍ່ໄດ້ຮັບການອະນຸຍາດຈາກທ່ານ.
ໂຫລດຕື່ມອີກ