ຄະນະກຳມະການ ກ່ຽວກັບ ການໂຕ້ວາທີປະທານາທິບໍດີ, ເຊິ່ງແມ່ນກຸ່ມທີ່ ບໍ່ຫວັງຜົນກຳໄລ ທີ່ສະໜັບສະໜູນການໂຕ້ວາທີນັ້ນ, ແມ່ນຍັງບໍ່ໄດ້ອອກມາໃຫ້ຄຳເຫັນ ກ່ຽວກັບ ບັນຫານີ້ເທື່ອ.
ການສັ່ງໃຫ້ຢຸດເຈລະຈາ ກັບພັກເດໂມແຄຣັດ ຂອງປະທານາທິບໍດີດໍໂນລ ທຣໍາ ກ່ຽວກັບຮ່າງກົດໝາຍກະຕຸ້ນເສດຖະກິດໄວຣັສໂຄໂຣນາ ໄດ້ເຮັດໃຫ້ຕະຫຼາດຮຸ້ນ ຕົກລາຄາຢູ່ຕະຫຼາດຮຸ້ນ Wall Street ທີ່ນະຄອນິວຢອກ.
ເຈົ້າໜ້າທີ່ປ້ອງກັນປະເທດຄົນນຶ່ງ ໄດ້ກ່າວຕໍ່ວີໂອເອວ່າ ບັນດາຜູ້ນຳໄດ້ກັກຕົວກວດໂຣກ ເພື່ອທີ່ຈະປະຕິບັດຕາມແນວທາງ ຂອງກະຊວງປ້ອງກັນປະເທດ.
ສູນກາງ CDC ໄດ້ຢືນຢັດ ມາເປັນເວລາດົນນານແລ້ວວ່າ ເຊື້ອໄວຣັສໂຄໂຣນາ ສ່ວນໃຫຍ່ຈະຕິດຕໍ່ໃສ່ກັນ ລະຫວ່າງສອງຄົນ ທີ່ຢືນຢູ່ໃນລັດສະໝີຫ່າງກັນ 2 ແມັດ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຢືນຢັດຊ້ຳແລ້ວຊ້ຳອີກວ່າ ຢາວັກຊີນສາມາດໄດ້ຮັບການອະນຸມັດ ກ່ອນວັນເລືອກຕັ້ງ ເຖິງແມ່ນວ່າ ນັກວິທະຍາສາດຂັ້ນສູງຂອງລັດຖະບານໄດ້ກ່າວໄປວ່າ ກຳນົດເວລານັ້ນ ເປັນໄປໄດ້ຍາກຫຼາຍ.
ການໂຕ້ວາທີ ຂອງຮອງປະທານາທິບໍດີ ຖືວ່າເປັນອັນດັບສອງ ຮອງຈາກການໂຕ້ວາທີຂອງຜູ້ສະໝັກເປັນປະທານາທິບໍດີ ຫລາຍໆຄັ້ງ ເຊິ່ງມັກຈະສ້າງຊ່ວງໂອກາດ ທີ່ໜ້າຈົດຈຳທີ່ສຸດ ສຳລັບຜູ້ມີສິດເລືອກຕັ້ງ.
ືນະຄອນເກເບັກ ແລະມົງເຣອານ ໃນປະເທດການາດາ ປະກາດພາວະສຸກເສີນ ເນື່ອງຈາກການແຜ່ລະບາດຂອງໂຄວິດ-19 ໄດ້ເພີ້ມຂຶ້ນເຖິງຂີດແດງ ຊຶ່ງເປັນລະດັບທີ່ຮ້າຍແຮງ.
ໃນປີ 1976 ພວກປະທ້ວງຝ່າຍຊ້າຍ ຮຽກຮ້ອງໃຫ້ນຳໃຊ້ ລັດຖະທຳມະນູນສະບັບໃໝ່ ແລະຂັບໄລ່ຈອມພົນຖະໜອມ ກິດຕິຂະຈອນ ນາຍທະຫານທີ່ຕໍ່ຕ້ານຄອມມູນິສຢ່າງຮຸນແຮງ ຊຶ່ງໄດ້ເດີນທາງກັບຄືນປະເທດ.
Thermal imaging systems allow temperatures to be taken without anyone needing to be physically close to the person being evaluated. The demand for these types of devices is skyrocketing globally. VOA’s Elizabeth Lee has the details.
ໂຫລດຕື່ມອີກ