ທ່ານ ໂອບາມາ ກ່າວວ່າ ພວກກໍ່ການຮ້າຍ ຢູ່ຕ່າງປະເທດ ແລະ ພາຍໃນປະເທດ ແມ່ນເປັນໄພຮ້າຍແຮງ ແຕ່ວ່າ ມັນບໍ່ໄດ້ເປັນໄພຂົ່ມ ຂູ່ຕໍ່ການດຳລົງຊີວິດ ຢູ່ໃນປະເທດ.
ປ. ໂອບາມາ ຖະແຫລງຕໍ່ລັດຖະສະພາ ແລະປະເທດຊາດ ຄັ້ງທີເຈັດ ແລະກໍເປັນຄັ້ງສຸດທ້າຍ ໄດ້ກ່າວເຖິງຜົນສຳເລັດຂອງທ່ານ ແລະເພັ່ງເລັງໃສ່ວິໄສທັດໃນອະນາຄົດ.
ທ່ານ Ted Cruz ຈາກລັດ Texas ທີ່ກຳລັງມີຄະແນນສູງຂຶ້ນ ໃນການຢັ່ງຫາງສຽງ ໄດ້ເອີ້ນຄຳປາໄສ ຂອງທ່ານ ໂອບາມາວ່າ “ເປັນສະພາບ ທີ່ບໍ່ຍອມຮັບຄວາມເປັນຈິງ.”
ສະຫະລັດ ຢືນຢັນວ່າ ອີຣ່ານ ໄດ້ປ່ອຍທະຫານເຮືອສະຫະລັດ 10 ຄົນ ໃນວັນພຸດມື້ນີ້ ໜຶ່ງມື້ຫລັງຈາກໄດ້ຖືກກັກໂຕໄວ້ ເວລາເຮືອຂອງເຂົາເຈົ້າ ແລ່ນເຂົ້າໄປໃນເຂດນ່ານນໍ້າອີຣ່ານ.
ແຫລ່ງຂ່າວທາງດ້ານການທູດ ຂອງປາກິສຖານ ບອກວີໂອເອວ່າ ພວກໂຈມຕີ ບໍ່ໄດ້ເຂົ້າໄປໃນກົງສຸນ ແລະ ພວກພະນັກງານກົງສຸນ ແມ່ນປອດໄພດີ.
ເຈົ້າໜ້າທີ່ຕຳຫລວດ ແລະເຈົ້າໜ້າທີ່ໂຮງໝໍ ກ່າວວ່າ ການໂຈມຕີສະລະຊີບ ທີ່ສູນກາງສັກຢາ ປ້ອງກັນໂປລິໂອ ໃນປາກິສຖານ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 14 ຄົນ.
ເກົາຫຼີໃຕ້ ກ່າວວ່າ ໄດ້ແນມເຫັນເຮືອບິນນັ້ນ ບິນຢູ່ເທິງຫໍສັງເກດການ ຢູ່ຕາມຊາຍແດນ ທາງພາກຕາເວັນຕົກ ຊຶ່ງມັນໄດ້ບິນກັບເຂົ້າໄປ ໃນເຂດເກົາຫຼີເໜືອ ຫຼັງຈາກຖືກຍິງ.
ສະມາຊິກສະພາຕໍ່າ ພັກຣີພັບບລິກັນ ແລະເດໂມແຄຣັດ ຮັບຜ່ານຮ່າງກົດໝາຍ ປະຕິເສດບໍ່ໃຫ້ລັດຖະບານພຽງຢາງ ໄດ້ຮັບເງິນໃຊ້ ໃນໂຄງການອາວຸດນິວເຄລຍ.
ລາຄາໄດ້ລົດລົງຕ່ຳໜ້ອຍກວ່າ 30 ໂດລາຕໍ່ຖັງເປັນເວລາສັ້ນໆ ອັນເປັນການຫລຸດລົງຢ່າງໃຫຍ່ ຈາກລາຄາ ທີ່ເຄີຍກາຍ 100 ໂດລາຕໍ່ຖັງ.
ໂຫລດຕື່ມອີກ