ລິ້ງ ສຳຫລັບເຂົ້າຫາ

ຄວາມເຫັນຂອງທ່ານ

ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ
  • ທ. ສີວົງໄຊ (ຄຳຮັກ) 15.02.2021 06:58

    ກ່ອນອື່ນຂໍຊົມເຊີຍທີ່ທ່ານມີນ້ຳໃຈ ແລະ ຍັງເປັນຫ່ວງຖີ່ນຖານບ້ານເກີດ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ທ່ານສາມາດສະເໝີທືນມາຊ່ວຍເຫຼືອເກັບກູ້ລະເບີດທີ່ຕົກຄ້າງ ແລະ ຍັງບໍ່ທັນແຕກໃນປະເທດລາວ ເຊິ່ງທ່ານເວົ້າມານັ້ນແມ່ນມີມູນຄວາມຈິງ. ເຊັ່ນດຽວກັນກັບບ່ອນທີ່ຂ້າພະເຈົ້າອາໃສຢູ່ກໍ່ເປັນບ່ອນ1ທີ່ມີສົງຄາມສະໃໝນັ້ນ (ເມືອງຊ່ອນ ແຂວງຫົວພັນ) ຍັງມີລະເບີດທີ່ບໍ່ທັນແຕກຍັງຕົກຄ້າງຢູ່ເປັນຈຳນວນຫຼາຍ. ໃນປີ 2014 ໄດ້ມີເດັກນ້ອຍເອົາມາຫຼີ້ນ ແລ້ວເກີດລະເບີດຂື້ນເຮັດໃຫ້ເສຍຊີວິດຄາທີ່. ປະຈຸບັນກໍ່ມີທີມງານເກັບກູ້ລະເບີດຂອງລັດເຂົ້າມາຊ່ວຍເຫືອເກັບກູ້ ແຕ່ກໍ່ຍັງບໍ່ທົ່ວເຖີງ, ອາດເປັນຍ້ອນງົບປະມານ. ຕາມທັດສະນະຂອງຂ້າພະເຈົ້າຖ້າທ່ານຂໍທຶນມາໄດ້ແລ້ວ ແມ່ນຢາກໃຫ້ທ່ານແຕ່ງຕັ້ງທີມງານລົງມາເກັບກຳຂໍ້ມູນລະອຽດຕື່ມ, ທີມງານເກັບກູ້ຕື່ມອີກ ແລະ ລົງຕິດຕາມຢ່າງໃກ້ຊິດ ແລະ ປຶກສາຫາລືຊອກຫາວິທີທາງນຳກັນເພື່ອຫາທາງເກັບກູ້ອອກໃຫ້ໄດ້ຫຼາຍທີ່ສຸດ. ເພາະຜ່ານມາຂ້າພະເຈົ້າກໍ່ເຄີຍເປັນຜູ້1ທີ່ໄດ້ລົງຕິດຕາມທີມງານເກັບກູ້ຂອງລັດ ແຕ່ທີມງານເກັບກູ້ເຮັດໄດ້ສະເພາະເຂດທີ່ບໍ່ມີຕົ້ນໄມ້ ແລະ ຫຍ້າຫຸ້ມເທົ່ານັ້ນ. ແຕ່ເຂດທີ່ມີຕົ້ນໄມ້ ແລະ ປ່າຫຍ້າ ແມ່ນຍັງບໍ່ສາມາດເກັບກູ້ໄດ້ເປັນຈຳນວນຫຼາຍ.
    ທ້າຍນີ້ຂໍອວຍພອນໃຫ້ທ່ານມີຄວາມສຸກທັງສ່ວນຕົວ ແລະ ຄອບຄົວ ປະຊົບຜົນສຳເລັດໃນໜ້າທີ່ການງານທີ່ທີ່ທ່ານຫວັງໄວ້ ✌️✌️. ຂໍຂອບໃຈ

  • ບໍ່ຂໍອອກຊື່ 22.02.2021 12:26

    I feel very proud to have some one like you, Ms. ເຊຣາ, who still loves your motherland even though you left it since you were 6 years old. Please continue your effort to help our lovely country in this field, since it is really harmful the livelihood of our people living in the UXO areas.

XS
SM
MD
LG