ອົງການນິລະໂທດກໍາສາກົນເວົ້າວ່າ ຈີນຍັງສືບຕໍ່ປິດປາກ ປິດສຽງຊົນເຜົ່າວີເກີ ທີ່ເວົ້າເຖິງເລື້ອງລະເມີດສິດທິມະນຸດ ທີ່ກ່າວຫາວ່າເກີດຂຶ້ນ 3 ປີກ່ອນ.
ມຽນມາປ່ອຍນັກໂທດການເມືອງ ຢ່າງໜ້ອຍ 20 ຄົນ ຊຶ່ງເປັນພາກສ່ວນນຶ່ງຂອງ ການນີລະໂທດກໍາທົ່ວໄປທີ່ ລັດຖະບານວ່າແນໃສ່ສົ່ງເສີມ “ຄວາມສາມັກຄີປອງດອງຊາດ.”
ນໍ້າຖ້ວມຍ້ອນຝົນຕົກໜັກໃນລະດູລົມມໍລະສຸມ ເຮັດໃຫ້ 79 ຄົນເສຍຊີວິດ ແລະອີກ 2 ລ້ານຄົນ ອົບພະຍົບອອກຈາກບ້ານເຮືອນຂອງຕົນ ຢູ່ໃນພາກຕາເວັນອອກຂອງອິນເດຍ.
ລາຍງານສະບັບນຶ່ງຂອງສະຫະປະຊາຊາດເວົ້າວ່າ ເກົາຫລີເໜືອສືບຕໍ່ລະເມີດການ ລົງໂທດຂອງສາກົນໂດຍ ພະຍາຍາມຂົນສົ່ງອາວຸດໄປໃຫ້ ມຽນມາແລະຊີເຣຍ.
ນັກກິລາຈີນທີ່ຫວັງວ່າ ຈະໄປແຂ່ງຂັນກິລາໂອລິມປິກ ທີ່ກຸງລອນດອນ ໃນເດືອນໜ້ານີ້ ຕິຕຽນການແຂ່ງຂັນ ທີ່ເສຍໄຊແບບບໍ່ເປັນທ່າ ໃສ່ການບໍ່ອະນຸຍາດໃຫ້ກິນຊີ້ນ
ອັງກິດ, ຝຣັງ, ເຢຍລະມັນ ແລະສະວີເດັນ ຊຸກຍູ້ໃຫ້ ສະມາຊິກອົງການສະຫະປະຊາຊາດ ສະໜັບສະໜຸນ ການດໍາເນີນຄວາມພະຍາຍາມ ໃນການຄວບຄຸມ ການຄ້າຂາຍອາວຸດ.
ຫລາຍຮ້ອຍຄົນຢູ່ຫວຽດນາມ ພາກັນຫຼັ່ງໄຫຼ ລົງສູ່ຖະໜົນ ໃນວັນອາທິດວານນີ້ ເພື່ອປະທ້ວງ ການເຄື່ອນໄຫວ ຄັ້ງຫລ້າສຸດຂອງຈີນ ໃນເຂດທະເລຈີນໃຕ້.
ເຈົ້າໜ້າທີ່ເຄັນຢາແລະໂຊມາເລຍວ່າ ພະນັກງານຊ່ວຍເຫລືອຕ່າງປະເທດ 4 ຄົນ ທີ່ຖືກລັກພາຕົວໄປໂຊມາເລຍ ຖືກຊ່ວຍຊີວິດເອົາໄວ້ ແລະຢູ່ໃນຄວາມປອດໄພແລ້ວ.
ອີຣ່ານຍອມຮັບວ່າການລົງໂທດ ຂອງຝ່າຍຕາເວັນຕົກຕໍ່ໂຄງການ ນິວເຄລຍທີ່ເປັນ ຂໍ້ໂຕ້ແຍ້ງກັນຂອງຕົນນັ້ນ ໄດ້ໄປເຖິງລະດັບທີ່ຮ້າຍແຮງທີ່ສຸດ.
ເຈົ້າໜ້າທີ່ມົງໂກເລຍເວົ້າວ່າ ພັກປະຊາທິປັດຝ່າຍຄ້ານ ໄດ້ຮັບຄະແນນສຽງ ຫລາຍກວ່າ ພັກປະຊາຊົນມົງໂກເລຍ ໃນການເລືອກຕັ້ງສະພາແຫ່ງຊາດ.
ນັກອາວະກາດ 3 ຄົນ ຈາກສະຖານີອາວະກາດສາກົນ ໄດ້ກັບມາຄືນມາຍັງໂລກມະນຸດແລ້ວ ທີ່ສະຖານີອາວະກາດໃນ ປະເທດ Kazakhstan ໃນວັນອາທິດ, ທີ 1 ກໍລະກົດນີ້.
ຫົວໜ້າບໍລິຫານຮົງກົງຄົນໃໝ່ ໄດ້ສາບານຕົວ ເຂົ້າຮັບຕໍາແໜ່ງ ເພື່ອນໍາພາພົນລະເມືອງ 7 ລ້ານຄົນ ຂອງດິນແດນແຫ່ງນັ້ນ.
ເມື່ອໝໍ່ໆມານີ້ ລັດຖະບານສະຫະລັດໄດ້ປະກາດການປຸກລະດົມຄັ້ງໃຫຍ່ເພື່ອໃຫ້ ທໍາການສຶກສາແລະຄົ້ນຄວ້າ ຕ້ານກັບໂຣກຄວາມຈໍາເຊື່ອມ ຫລື Alzheimer's.
ການສຶກສາຄົ້ນຄວ້າຫລາຍບັ້ນ ໄດ້ສະແດງໃຫ້ເຫັນວ່າ ຢາ Truvada ສາມາດ ປ້ອງກັນການຕິດເຊື້ອໄວຣັສ HIV ໄດ້. ຢານີ້ຕ້ອງໄດ້ກິນມື້ລະເມັດ ຈຶ່ງຈະໄດ້ຜົນ.
ຫົວໜ້າອົງການເນໂຕ ທ່ານ Rasmussen ເວົ້າວ່າ ທ່ານມີຄວາມຫວັງວ່າ ເສັ້ນທາງລໍາລຽງ ຜ່ານປາກິສຖານ ໄປຍັງອັຟການິສຖານ ຈະເປີດຄືນໃນໄວໆນີ້.
ເຈົ້າໜ້າທີ່ເຢເມນກ່າວວ່າ ກໍາລັງທະຫານຂອງລັດຖະບານ ຍຶດໄດ້ທີ່ໝັ້ນສອງແຫ່ງຂອງ ກຸ່ມອາລຄາອີດາຢູ່ໃນພາກໃຕ້ຂອງປະເທດ.
ກຸ່ມປົກປ້ອງສິດທິມະນຸດໃນຊີເຣຍກ່າວວ່າ ພວກກະບົດໄດ້ລ່າຖອຍຄືນຈາກ ໝູ່ບ້ານຕ່າງໆ ທີ່ຢູ່ອ້ອມແອ້ມເມືອງ al-Haffeh ແລ້ວ.
ຜູ້ຊ່ວຍລະດັບສູງຂອງທ່ານພັນ ກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ໄປເຖິງພາກຕາເວັນຕົກຂອງມຽນມາ ບ່ອນທີ່ກໍາລັງຮັກສາຄວາມສະຫງົບ ໄດ້ຍາມຮັກສາການຢູ່.
ລີເບຍເລື່ອນການເລືອກຕັ້ງ ສະພາແຫ່ງຊາດ ໄປໃສ່ເດືອນໜ້າ ເພື່ອໃຫ້ມີເວລາກຽມຕົວ ຫລາຍຂຶ້ນ.
ພັກສັງຄົມນິຍົມ ແລະພັກອື່ນໆທີ່ເປັນພັນທະມິດ ໄດ້ຮັບບ່ອນນັ່ງໃນສັດສ່ວນຫລາຍທີ່ສຸດ ຢູ່ໃນການປ່ອນບັດເລືອກຕັ້ງ ສະພາຕໍ່າຮອບທໍາອິດຂອງຝຣັ່ງ.
ໂຫລດຕື່ມອີກ