ພະແນກສໍາຫລວດທໍລະນິວິທະຍາສະຫະລັດ ກ່າວວ່າ ເກີດແຜ່ນດິນໄຫວ ໃນຄວາມແຮງ 7.3 ໃນພາກຕາເວັນອອກເທີກີ.
ມີລາຍງານວ່າ ທະຫານຂອງເທີກີ ເສຍຊີວິດ 26 ຄົນ ຈາກການໂຈມຕີ ຂອງພວກກະບົດຊາວເຄີດສ໌
ການນັດຢຸດງານ ເປັນເວລາ 48 ຊົ່ວໂມງ ພວມດໍາເນີນໄປ ໃນກຣິສ ກ່ອນສະພາລົງມະຕິກັນ ກ່ຽວກັບມາດຕະການປະຢັດມັດທະຍັດ
ທ່ານນາງຍິ່ງລັກ ນາຍົກລັດຖະມົນຕີໄທ ຮຽກຮ້ອງໃຫ້ ພວກພັກການເມືອງຕ່າງໆ ຮ່ວມສາມັກຄີກັນ ຕ້ານໄພນໍ້າຖ້ວມ ທີ່ນະຄອນຫລວງ.
ບັນດາເຈົ້າໜ້າທີ່ຈີນ ກ່າວວ່າ ຮອງນາຍົກຈີນ ຈະເດີນທາງໄປຢ້ຽມຢາມ ເກົາຫລີເໜືອ ແລະເກົາຫລີໃຕ້ ໃນສັບປະດາໜ້າ.
ການແລກປ່ຽນ ຊະເລີຍເສິກ ຄັ້ງປະວັດສາດ ລະຫວ່າງອິສຣາແອລ ແລະປາແລສໄຕນ໌ ເລີ່ມຂຶ້ນໃນມື້ນີ້.
ອັງກິດ ກັກຊັບສິນ ຜູ້ຊາຍ 5 ຄົນ ທີ່ມີສ່ວນ ພົວພັນ ກັບການວາງແຜນ ລອບສັງຫານ ເອກອັກຄະລັດຖະທູດ ຊາອູດີອາຣາເບຍ ປະຈໍາສະຫະລັດ.
ພວກທະຫານແລະລັດຖະກອນໄທ ກໍາລັງເຮັດວຽກ ຢ່າງຂຸ້ນຂ້ຽວ ຊ່ວຍກັນປ້ານຄູກັນນໍ້າຖ້ວມ ທີ່ບາງກອກ.
ຍີ່ປຸ່ນປະກາດວ່າ ຄູ່ອະພິເສກສົມລົດໃໝ່ຂອງພູຖານ ຈະສະເດັດປະພາດຍີ່ປຸ່ນ ຢ່າງເປັນທາງການ ໃນເດືອນໜ້ານີ້.
ສັນນິບາດຊາດອາຣັບກ່າວວ່າ ຕົນຈະນໍາເອົາ ຝ່າຍລັດຖະບານແລະພວກກຸ່ມຝ່າຍຄ້ານ ມາພົບປະຫາລືກັນ ເພື່ອຍຸດຕິຄວາມວຸ້ນວາຍ ໃນຊີເຣຍນັ້ນ.
ຕໍາຫລວດຈັບກຸມພວກປະທ້ວງ Occupy Wall Street ຫລາຍຮ້ອຍຄົນ ໃນຫລາຍຫົວເມືອງ ທົ່ວສະຫະລັດ.
ບັນດາກຸ່ມປົກປ້ອງສິດທິມະນຸດສະແດງ ຄວາມຍິນດີນໍາກໍາປູເຈຍ ທີ່ສັ່ງຫ້າມສົ່ງພວກ ແມ່ຍິງໄປເຮັດວຽກຄົນໃຊ້ ຢູ່ໃນມາເລເຊຍ ຍ້ອນມີການຂົ່ມເຫັງທາລຸນຕ່າງໆ.
ພວກປົກປ້ອງສິດທິສັດ ໄດ້ໄປເຕົ້າໂຮມກັນ ທີ່ເມືອງຈິນຫົວ ເພື່ອຂັດຂວາງເທດສະການ ສະຫຼອງການກິນຊີ້ນໝາ ໃນວັນອັງຄານມື້ອື່ນ.
ພວກທະຫານທີ່ຈົງຮັກພັກດີ ຕໍ່ປ. ຊາເລ ຍິງພວກປະທ້ວງຕາຍ 2 ຄົນ ໃນນະຄອນ ຫລວງຊານາ ຂອງເຢເມນ.
ບັນດາລັດຖະມົນຕີການເງິນກຸ່ມ G20 ຕົກລົງທີ່ຈະແກ້ໄຂ ວິກິດການການເງິນໃນຢູໂຣບ.
ການຊ່ອຍເຫລືອກໍາລັງຫລັ່ງໄຫລ ເຂົ້າໄປໄທ ແລະພາກສ່ວນອື່ນໆອີກ ໃນເອເຊຍ ທີ່ກໍາລັງ ປະສົບກັບອຸທົກກະໄພ.
ປ.ຂອງອີຣ່ານປະຕິເສດຕໍ່ ຂໍ້ກ່າວຫາຂອງສະຫະລັດທີ່ວ່າ ອີຣ່ານມີສ່ວນພົວພັນໃນການ ວາງແຜນລອບສັງຫານທູດຊາອູດີອາຣາເບຍໃນສະຫະລັດ.
ບັນດາເຈົ້າໜ້າທີ່ອີຣັກກ່າວວ່າ ການວາງລະເບີດໂຈມຕີຫລາຍບັ້ນໃນກຸງ ແບກແດ໊ດເອົາຊີວິດປະຊາຊົນໄປ 23 ຄົນ.
ສະຫະລັດ ອອກຄໍາເຕືອນ ຄົນອາເມຣິກັນ ໃຫ້ລະມັດລະວັງ ຫລັງຈາກ ສະຫະລັດຟ້ອງຮ້ອງ ຄົນອີຣ່ານ 2 ຄົນ ຂໍ້ຫາວາງແຜນລອບສັງຫານ ທູດຊາອຸດີອາຣາເບຍ ໃນສະຫະລັດ.
ລັດຖະບານມຽນມາ ໄດ້ປ່ອຍນັກໂທດ ຫລາຍສິບຄົນ ຮວມທັງ ພວກນັກໂທດການເມືອງນໍາ.
ໂຫລດຕື່ມອີກ