ຊຸມຊົນຊາວລາວໃນທະວີບອາເມຣິກາ - ສຽງອາເມຣິກາ ວີໂອເອ
ຊຸມຊົນຊາວລາວໃນທະວີບອາເມຣິກາ - ສຽງອາເມຣິກາ ວີໂອເອ
        <ttl>60</ttl>        
ການຢູ່ຮ່ວມກັນຂອງຊຸມຊົນຢູ່ໃນທ້ອງຖິ່ນ ແລະວັດທະນະທໍາຂອງຊາວຜູ້ອົບພະຍົບລາວ ໃນລັດເທັນເນັສຊີຂອງ ສະຫະລັດ
            <description>ດຣ. ຈັນໂທ ສຸຣິໂຍ, ປະທານກິດຕິມະສັກຂອງວັດພຸດທາຣາມ ແລະເປັນ City council ໃນເມືອງ Murfreesboro ໃນລັດເທັນເນສຊີ ກ່າວວ່າ 'ການຢູ່ຮ່ວມກັນແບບຖືກຕ້ອງປອງດອງ ຄືການພົວພັນເຊິ່ງກັນ ແລະກັນ, ເຮົາຮູ້ເພິ່ນ ເພິ່ນຮູ້ເຮົາ'</description>
ເຖິງຈະຢູ່ຕ່າງແດນຊາວລື້ໃນ ສະຫະລັດກໍຍັງຮັກສາປະເພນີ ໃນການສະຫລອງບຸນປີໃໝ່ທີ່ມີເອກະລັກຂອງຕົນໄວ້
            <description>ເຖິງແມ່ນໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ສະຫະລັດໄດ້ເກືອບ 50 ປີແລ້ວກໍຕາມ ແຕ່ເຂົາເຈົ້າກໍຍັງຮັກສາວັດທະນະທໍາຂອງຕົນໄວ້ </description>
ເປົ້າໝາຍຂອງການສະຫຼອງບຸນປີໃໝ່ລາວ ຢູ່ທີ່ວັດລາວ ໃກ້ກັບນະຄອນຫຼວງວໍຊິງຕັນ ຂອງ ສະຫະລັດ
            <description>ການຈັດງານບຸນຢູ່ໃນສະຫະລັດຂອງຊຸມຊົນລາວ ຫຼືຊຸມຊົນອື່ນໆ ອາດຈະຕ່າງຈາກການຈັດງານບຸນຕາມປະຕິທິນຂອງຈັນທະຣະຄະຕິ ເນື່ອງຈາກປະຊາຊົນຢູ່ໃນຊຸມຊົນ ສາມາດມາພົບປະກັນໄດ້ ແຕ່ຍາມວັນພັກທ້າຍອາທິດເທົ່ານັ້ນ</description>
ນັກທຸລະກິດລາວ-ອາເມຣິກັນ ຊ່ວຍນັກກິລາສ້າງຊື່ສຽງ ໃຫ້ແກ່ປະເທດລາວ ຢູ່ໃນວົງການເຕະບານເຂດເອເຊຍ ຢ່າງເປັນປະຫວັດການ
            <description>ໃນການເຮັດເຊັ່ນນີ້ ທ່ານໄດ້ນໍາເອົາປະສົບການຂອງທ່ານ ເອງໃນການສົ່ງເສີມ ລູກຊາຍ ໃຫ້ເປັນນັກເຕະເຊື້ອສາຍເອເຊຍຄົນທໍາອິດທີ່ດີເດັ່ນ ຢູ່ໃນທີມອາເມຣິ ກັນຟຸດບອລໃຫຍ່ທີມນຶ່ງຢູ່ສະຫະລັດ</description>
ການສະຫຼອງຄືນກ່ອນວັນຄຣິສມາສ ຫຼື Christmas Eve ຂອງຊາວລາວ ໃນສະຫະລັດ ແລະ ສະວິດເຊີແລນ
            <description>ວັນບຸນຄຣິສມາສ ເປັນວັນບຸນທີ່ສຳຄັນວັນບຸນນຶ່ງ ສຳລັບຊາວຄຣິສຕຽນ ທີ່ໄດ້ມີການສະເຫຼີມສະຫຼອງກັນໃນທົ່ວໂລກ. ແຕ່ກໍປະຕິເສດບໍ່ໄດ້ວ່າ ຄືນກ່ອນວັນຄຣິສມາສ ຫຼື Christmas Eve ກໍ່ແມ່ນວັນທີ່ສຳຄັນ ອີກວັນນຶ່ງ ທີ່ໄດ້ຖືກສະເຫຼີມສະຫຼອງ ໃນຫຼາຍຮູບແບບ ແລະ ແຕກຕ່າງກັນໄປຕາມແຕ່ລະປະເທດ ແລະ ພາກພື້ນໃນທົ່ວໂລກ ເຊັ່ນກັນ. </description>
ນັກອອກແບບເສື້ອຜ້າລາວທັງຢູ່ໃນ ແລະຕ່າງປະເທດ ຮ່ວມກັນຈັດງານເດີນແບບເຄື່ອງນຸ່ງລາວ ຢູ່ທີ່ປາຣີ
            <description>ບັນດາຜູ້ອອກແບບເຫຼົ່ານັ້ນ ໄດ້ນໍາເອົາເສື້ອຜ້ອາພອນ ລາວ ທັງແບບດັ້ງເດີມ ແລະແບບປະຍຸກ ໄປສະແດງໃຫ້ແຂກຄົນເບິ່ງ ເພື່ອສົ່ງ ເສີມວັດທະນະທໍາລາວໃນເວທີສາກົນ </description>
ການ​ສະ​ເຫຼີມ​ສະຫຼອງ​ບຸນ​ຄ​ຣິ​ສ​ມາ​ສ ໃນ​ລະ​ດູໜາວ​ຢູ່ ສະ​ຫະ​ລັດ ແລະ ລະ​ດູ​ຮ້ອນ​ໃນ ອອ​ສ​ເຕ​ຣ​ເລຍ ມີ​ຄວາມ​ມ່ວນ​ຊື່ບໍ່​ນ້ອຍ​ໜ້າ​ກັນ
            <description>ຄ​ຣິ​ສ​ມາ​ສ ເປັນ​ບຸນ​ທີ່​ມີ​ການ​ສະ​ເຫຼີມ​ສະຫຼອງ​ໃນ​ທົ່ວ​ໂລກ​. ຊາວ​ຄ​ຣິ​ສ​ຕຽນ​ ຈະ​ເຫຼີມ​ສະຫຼອງວັນ​ດັ່ງ​ກ່າວ​ຢ່າງ​ມ່ວນ​ຊື່ນ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ແມ່ນ​ກະ​ທັ້​ງ​ຄົນ​ທີ່ບໍ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ ກໍ​ສະ​ເຫຼີມ​ສະ​ຫຼອງ​ເຊັ່ນ​ກັນ. ​ໃນລາຍ​ການ​ຂອງ​ເຮົາ​ມື້ນີ້ ​ເຮົາ​ໄດ້​ລົມ​ກັບ​ຄົນ​ລາວ​ໃນ ສະ​ຫະ​ລັດ ແລະ ອອ​ສ​ເຕ​ຣ​ເລຍ ກ່ຽວ​ກັບ ການ​ສະ​ເຫຼີມຫຼອງ​ບຸນ​ນັ້ນ, ເຊິ່ງ​ບັນ​ຍາ​ກາດ​ອາດ​ຈະ​ແຕກ​ຕ່າງ​ກັນ ເພາະ​ວ່າ​ປະ​ເທດ​ນຶ່ງ​ແມ່ນ​ຢູ່​ໃນ​ລະ​ດູ​ຮ້ອນ ແລະ ອີກ​ປະ​ເທດ​ນຶ່ງ​ແມ່ນ​ໃນ​ລະ​ດູ​ໜາວ. ພຸດ​ທະ​ສອນ ມີ​ລາຍ​ງານ​ມາ​ສະ​ເໜີ​ທ່ານ.
ແຕ່​ລະ​ປີ​ກົມ​ອຸ​ຕຸ​ນິ​ຍົມ​ ສະ​ຫະ​ລັດ ຈະ​ພະ​ຍາ​ກອນ​ວ່າ​ພາກ​ສ່ວນ​ໃດ, ລັດ​ໃດ​ຂອງ ສະ​ຫະ​ລັດ ຈະ​ມີ​ຫິ​ມະ​ຕົກ​ໃນ​ວັນ​ຄ​ຣິ​ສ​ມາ​ສ, ເຊິ່ງ​ສ່ວນຫຼາຍ​ຈະ​ເປັນ​ລັດ​ທີ່​ຕັ້ງ​ຢູ່​ພາກ​ເໜືອ​ທີ່​ມີ​ຫິ​ມະ​ຕົກ​ໃນ​ວັນ​ຄ​ຣິ​ສ​ມາ​ສ.
ໃນ​ທ້າຍ​ເດືອນ​ພະ​ຈິກ​ ຫຼື ຕົ້ນ​ເດືອນ​ທັນ​ວາຮ້ານ​ຂາຍ​ຕົ້ນ​ຄ​ຣິ​ສ​ມາ​ສທັງຫຼາຍ ກໍ​ຈະ​ເລີ່ມ​ຕັ້ງ​ຂາຍ​ຕົ້ນ​ໄມ້​ສົດ​ ແລະ ເຄື່ອງ​ປະ​ດັບ​ປະ​ດາ​ຕ່າງໆໃຫ້​ຄົນ​ໄດ້​ໄປ​ຊື້​ມາ​ເອ້​ເຮືອນ, ເຊິ່ງ​ເປັນ​ປະ​ເພ​ນີ​ທີ່​ຊາວ ອາ​ເມ​ຣິ​ກັນ ​ໄດ້​ປະ​ຕິ​ບັດ​ກັນ​ມາ​ແຕ່​ດົນ​ນານ. ຕົ້ນ​ຄ​ຣິ​ສ​ມາ​ສ​ຕົ້ນ​ນຶ່ງ​ມີ​ລາ​ຄາ​ແຕ່ 60 ຫາຫຼາຍ​ຮ້ອຍ​ໂດ​ລາແລ້ວ​ແຕ່​ຂະ​ໜາດ​ຂອງ​ມັນ.
ຄົນ​ລາວ​ໃນ ສະ​ຫະ​ລັດ ເຖິງ​ແມ່ນ​ສ່ວນຫຼາຍ​ຈະ​ນັບ​ຖື​ສາ​ສະ​ໜາ​ພຸດກໍ່​ຕາມ ແຕ່​ເຂົາ​ເຈົ້າ​ກໍ​ສະ​ເຫຼີມ​ສະຫຼອງວັນ​ຄ​ຣິ​ສ​ມາ​ສ​ເຊັ່ນ​ກັນ. ບາງ​ຄົນ​ມີ​ຄອບ​ຄົວ​ໃຫຍ່​ກໍ​ເຕົ້າ​ໂຮ​ມ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ບາງ​ຄົນ​ທີ່​ຫາ​ກໍ່​ມາ​ແຕ່​ລາວ​ໃໝ່ໆ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຮ່ວມ​ງານ​ລ້ຽງ.
ຍາ​ນາງ ຈັນ​ສະ​ໝອນ ຄົນ​ລາວທີ່​ອາ​ໄສ​ຢູ່​ລັດ ແຄ​ນ​ຊັ​ສ ໄດ້​ກ່າວຊູ່​ຟັງ ກ່ຽວ​ກັບ ການ​ກະ​ກຽມ​ສະຫຼອງ​ໃນ​ປີນີ້ວ່າ: ປີນີ້​ກະ​ມີ​ແຜນ​ສະຫຼອງ ຄ​ຣິ​ສ​ມາ​ສ ແຕ່​ວ່າ​ສະຫຼອງ​ຢູ່​ເມືອງ​ທີ່​ນ້ອງ​ຢູ່​ເນາະ, ບໍ່​ໄດ້​ໄປ​ຕ່າງ​ລັດຕ່າງ​ເມືອງ​ຄື​ທຸກໆ​ປີ. ປົກ​ກະ​ຕິ​ກະ​ຊິ​ໄປ​ຫາ​ພີ່​ຫາ​ນ້ອງ​ຢູ່​ຕ່າ​ງ​ລັດຫັ້ນ​ນະ. ຫາກ​ແຕ່​ວ່າ​ປີນີ້​ມັນ​ກະ​ຫຍຸ້ງ​ຍາ​ກັບ​ວຽກ​ແດ່, ລະ​ກະ​ວັນ​ພັກ, vacation time ມັນ​ກະ​ໝົດ​ແລ້ວ​ເນາະ ກະ​ເລີຍບໍ່​ໄດ້​ໄປ. ປີນີ້​ເຮັດ​ເລັກໆ​ນ້ອຍໆ​ເນາະ ມີ​ແຕ່​ຄອບ​ຄົວ ແລະ ໝູ່​ຄູ່​ໃກ້​ຊິດ​ກັນ​ຊື່ໆ, ແບບ​ສີ່​ຫ້າ​ຄອບ​ຄົວ. ສ່ວນ​ຄອບ​ຄົວ​ຢູ່​ຕ່າງ​ລັດ​ເຂົາ​ເຈົ້າຄາ​ວຽກ​ຄາ​ງານກະ​ມາບໍ່​ໄດ້​ເຊັ່ນ​ດຽວ​ກັນ​ປີ​ນີ້.”
ປົກ​ກະ​ຕິ​ຄົນ​ອາ​ເມ​ຣິ​ກັນ​ຈະ​ກິນ​ເຂົ້າ​ນຳ​ກັນ, ເບິ່ງ​ກິ​ລາ​ອາ​ເມ​ຣິ​ກັນຟຸດບອ​ລ ແລະ ເປີດ​ຂອງ​ຂວັນ​ນຳ​ກັນ. ແຕ່​ຄົນ​ລາວ​ເຮົາ​ເປັນ​ຄົນ​ທີ່​ມັກ​ມ່ວນ, ກໍ​ຈະ​ມີ​ການ​ຮ້ອງ​ເພງ​ເຕັ້ນ​ລຳ​ນຳ​ກັນ​ຢ່າງ​ຄຶກ​ຄື້ນ.
ຍາ​ນາງ​ ຈັນ​ສະ​ໝອນ ກ່າວ​ວ່າ
ພຸດ​ທະ​ສອນ ຖາມ: ຄອບ​ຄົວ​ໄດ້​ຊື້​ຂອງ​ຂວັນ​ຫຍັງ​ໃຫ້​ກັນ​ບໍ່?
ຈັນ​ສະ​ໝອນ: “ຊື້, ຊື້​ທຸກ​ປີ​ເນາະ. ຊື້​ຂອງ​ຂວັນ​ເລັກໆ​ນ້ອຍໆ​ ເປັນ​ນ້ຳ​ໃຈ​ໃຫ້​ລູກ​ໃຫ້ຫຼານ, ໃຫ້​ປ້າ​ໃຫ້​ລຸງ, ໃຫ້​ພໍ່​ໃຫ້​ແມ່ ຄົນ​ທີ່​ວ່າ​ເຮົາ​ເຄົາ​ລົບ​ນັບ​ຖື​ຫັ້ນ​ນະ, ພໍ່​ຮັກ​ແມ່​ຮັກ​ເບາະ, ອ້າຍ​ເອື້ອຍ​ຮ້ອງ​ທີ່​ຮັກ​ແພງ​ກັນ ແລະ ທາງ​ຄອບ​ຄົວ. ໃຫ້​ໝົດ​ທຸກ​ຄົນ​ເນາະ​ໃຫ້​ເລັກໆ​ນ້ອຍໆ​ຕາມ​ຄວາມ​ເໝາະ​ສົມ.”
ພຸດ​ທະ​ສອນ ຖ​າມ: ຄ​ຣິ​ສ​ມາ​ສ ປົກ​ກະ​ຕິ​ນີ້​ຊິ​ເຮັດ​ຫຍັງ​ກິນ?
ຈັນ​ສະ​ໝອນ: ບໍ່​ວ່າ​ແຕ່​ປີ​ໃດ​ກໍ່​ຕາມ​ເນາະ​ຊິ​ມັກ​ເຮັດ​ອາ​ຫານ​ລາວ. ເຮັດ​ອາ​ຫານ​ລາວ​ແນ່ ລະ​ກະ​ເຮັດ​ເຝີ​ແນ່, ເຮັດ​ຢໍ່​ທອດ​ແດ່ ເຮັດ​ປີ້ງ​ຊີ້ນ​ແດ່​ໃຫ້​ເດັກ​ນ້ອຍຈັ່ງ​ຊີ້​ນະ​ເນາະ. ບາງ​ເທື່ອ​ກະ​ມີ​ລາບ, ຕຳ​ໝາກ​ຫຸ່ງ​ຈັ່ງ​ຊີ້ຫຼະ, ມີ​ເຂົ້າ​ໜຽວ.
ພຸດ​ທະ​ສອນ ຖາມ: ຄົນ​ລາວ​ເຮົາ​ສະຫຼອງວັນ​ຄ​ຣິ​ສ​ມາ​ສ​ນຳ​ກັນ​ຈັ່ງ​ໃດ?
ຈັນ​ສະ​ໝອນ: ສ່ວ​ນ​ໃຫຍ່​ເນາະ​ ຄົນ​ລາວ​ເຮົາ​ມັກ​ມ່ວນ​ຢູ່​ແລ້ວ. ຄັນ​ມີ​ຊຸມ​ແຊວ​ຢູ່​ເຮືອນ​ຜູ້​ໃດ​ຫັ້ນ​ນະ​ກະ​ຕ້ອງ​ມີ​ຮ້ອງ​ເພງ​ຄາ​ຣາ​ໂອ​ເກະ. ບາງ​ຄົນ​ມີ​ຄົນ​ຮັກ​ຄົນ​ແພງ​ມີ​ດົນ​ຕ​ຣີ ມີ​ສະ​ປີກ​ເກີ ມີ​ເຄື່ອງ​ດົນ​ຕ​ຣີ​ແລ້ວ​ກະ​ເອົາ​ມື​ຄີ​ບອດ​ມາ​ເສບ. ແຕ່​ວ່າ​ສ່ວນ​ໃຫຍ່​ກະ​ຮ້ອງ​ຄາ​ຣາ​ໂອ​ເກະ​ກັນຫຼິ້ນ. ນັ່ງ​ລົມ​ກັນ​ຈັ່ງ​ຊີ້​ນະ.”
ການ​ສະຫຼອງ​ໃນ​ ສະ​ຫະ​ລັດ ອາ​ກາດ​ມັນ​ອາດ​ຈະ​ໜາວ, ປະ​ຊາ​ຊົນ​ຈຶ່ງ​ໄດ້​ອາ​ໄສ​ຊຸມ​ແຊວ​ກັນ​ຢູ່​ໃນ​ບ້ານ. ແຕ່ໄກ​ອອກ​ໄປ​ຢູ່​ຊີ​ກໂລກ​ໃຕ້​ໂດຍ​ສະ​ເພາະ​ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ແລະ ນິວ​ຊີ​ແລນ, ວັນ​ຄ​ຣິ​ສ​ມາ​ສ ແມ່ນບໍ່​ຮູ້​ສຶກ​ຄື​ເລີຍເພາະ​ວ່າມັນ​ບໍ່​ມີ​ຫິ​ມະ ແລະ ກໍ​ບໍ່​ໜາວ.
ເດືອນ 12 ໃນອອ​ສ​ເຕ​ຣ​ເລຍ ແມ່ນລະ​ດູຮ້ອນ, ເຊິ່ງ​ອາ​ກາດ​ແມ່ນ​ຮ້ອນຫຼາຍ. ແຕ່​ອາ​ກາດ​ຮ້ອນ​ກໍ​ບໍ່​ໄດ້​ຢຸດ​ຄົນ​ອອ​ສ​ເຕ​ຣ​ເລຍ ສະ​ເຫຼີມ​ສະຫຼອງວັນ​ຄ​ຣິ​ສ​ມາ​ສ. ເຂົາ​ເຈົ້າ​ສາ​ມາດ​ສະຫຼອງ​ທັງ​ຢູ່​ໃນ​ບ້ານ ແລະ ນອກ​ບ້ານ. ມີ​ກິດ​ຈະ​ກຳ​ໃຫ້​ເຮັດຫຼາຍ​ຢ່າງ.
ທ້າວ ເຈມ​ສ໌, ຄົນ​ລາວ​ທີ່​ອາ​ໄສ​ຢູ່​ເມືອງ​ ໂກ​ລ໌ ໂຄ​ສ໌, ລັດ ຄວີນ​ສ​ແລນ ເວົ້າ​ວ່າ​ມັນມ່ວນກວ່າ​ການ​ສະຫຼອງ​ວັນ​ຄ​ຣິ​ສ​ມາ​ສ​ໃນ​ລະ​ດູ​ໜາວ.
ທ້າວ ເຈມສ໌ ກ່າວ​ເປັນ​ພາ​ສາ​ອັງ​ກິດ​ວ່າ “ຂ້ອຍ​ມັກຫຼາຍ. ຂ້ອຍ​ເຄີຍ​ສະ​ຫຼອງວັນ​ຄ​ຣິ​ສ​ມາ​ສ​ໃນ​ລະ​ດູ​ໜາວ​ຢູ່ ສະ​ຫະ​ລັດ ແລ້ວ. ແຕ່ວັນ​ຄ​ຣິ​ສ​ມາ​ສ ໃນ​ລະ​ດູ​ຮ້ອນ​ແມ່ນຄັກ​ກວ່າ, ມັນ​ມີ​ອາຍ​ຮ້ອນ, ໄດ້​ໄປ​ລອຍ​ນ້ຳ, ກິນ​ອາ​ຫານ​ທະ​ເລ ແລະ ດື່ມ​ເບຍ​ເຢັ​ນໆ​ໃສ່​ມີ​ແຮງ​ດີ.”
​ໃນ​ຄືນ​ກ່ອນ​ວັນ​ຄ​ຣິ​ສ​ມາ​ສ, ເຊິ່ງ​ແມ່ນ​ວັນ​ທີ 24, ປະ​ຊາ​ຊົນ ອອ​ສ​ເຕ​ຣ​ເລຍ ຈະອອກ​ໄປ​ທ່ຽວ​ຢູ່​ຮ້ານ​ກິນ​ດື່ມ ແລະ ພາ​ກັນ​ເມົາ​ເຫຼົ້າ, ເຊິ່ງ​ເປັນ​ສິ່ງ​ທີ​ກົງ​ກັນ​ຂ້າມ​ກັບ​ຄົນ​ອາ​ເມ​ຣິ​ກັນ ທີ່​ເຂົາ​ເຈົ້າ​ຈະ​ຢູ່​ບ້ານ, ກະ​ກຽມ​ອາ​ຫານ ແລະ ເບິ່ງ​ກິ​ລາ ຫຼື ເບິ່ງ​ຮູບ​ເງົາ​ນຳ​ກັນ ແລະ ໃນ​ວັນທີ 25, ເຂົາ​ເຈົ້າ​ກໍ​ຈະ​ເປີດ​ຂອງ​ຂວັນ, ພັກ​ຜ່ອນ ແລະ ກິນ​ເຂົ້າ​ສາ​ມັກ​ຄີ​ກັບ​ຄອບ​ຄົວ.
ທ້າວ ເຈມ​ສ໌ ກ່າວ ກ່ຽວ​ກັບ ແຜນ​ຂອງ​ລາວ​ໃນ​ປີນີ້​ວ່າ “ແທ້​ຈິງ​ແລ້ວ, ຂ້ອຍ​ຈະ​ຢູ່​ບ້ານ​ສະຫຼອງ​ກັບ​ຄອບ​ຄົວ​ປີນີ້. ພວກ​ເຮົາ​ຊິ​ເຮັດ​ອາ​ຫານ​ກິນ​ນຳ​ກັນຫຼາຍ​ຢ່າງ. ຊິ​ອົບ​ໝູ, ປີ້ງ​ເປັດ, ມີ​ແຮມ. ຂອງ​ຫວານ​ກໍ​ຊິ​ມີ​ເຄັກ, ຄັ​ສ​ຕາດ ແລະ ວຸ້ນ. ໂອ໊, ອີກ​ຢ່າງ​ນຶ່ງ​ທີ່​ຄົນ ອອ​ສ​ເຕ​ຣ​ເລຍ ມັກ​ກິນ​ຫຼາຍ​ໃນ​ບຸນ​ຄ​ຣິ​ສ​ມາ​ສ​ແມ່ນ​ກຸ້ງ. ຄອບ​ຄົວ​ຂອງ​ຂ້ອຍ​ກໍ​ຈະ​ປີ້ງ​ກຸ້ງ​ກິນ​ຄື​ກັນ.”
ໃນ​ໄລ​ຍະ​ການ​ສະ​ເຫຼີມ​ສະຫຼອງ​ບຸນ​ຄ​ຣິ​ສ​ມາ​ສ, ວິ​ທະ​ຍຸ ແລະ ໂທ​ລະ​ພາບຕ່າງໆ​ຈະຫຼິ້ນ​ເພງ ແລະ ໂຄ​ສະ​ນາ ກ່ຽວ​ກັບ ບຸນ​ຄ​ຣິ​ສ​ມາ​ສໝົດ​ມື້. ຮ້ານ​ຄ້າ​ທັງຫຼາຍ​ກໍ​ຈະ​ທຳ​ການຫຼຸດ​ລາ​ຄາ​ສິນ​ຄ້າ​ຢ່າງຫຼວງຫຼາຍ.
ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ, ໝູ່​ບ້ານ ແລະ ຕົວ​ເມືອງ​ຕ່າງໆ​ຈະ​ປະ​ດັບ​ປະ​ດາ​ດອກໄຟ​ທີ່​ສວຍ​ງາມ. ​ສ່ວນຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ແລະ ທຳ​ນຽບ​ຂາວ ກໍ​ມີ​ຕົ້ນ​ຄ​ຣິ​ສ​ມາ​ສ​ຂະ​ໜາດ​ໃຫຍ່​ຖືກ​ຕັ້ງ​ໃຫ້​ປະ​ຊາ​ຊົນ​ທີ່​ມາ​ທ່ຽວ​ໄດ້​ຖ່າຍ​ຮູບ​ນຳ.
ຫຼັງ​ຈາກວັນ​ຄ​ຣິ​ສ​ມາ​ສ ເຂົາ​ເຈົ້າ​ກໍ​ຈະ​ກຽມ​ສຳ​ລັບ​ຕ້ອນ​ຮັບ​ປີ​ໃໝ່.
ການສະຫລອງປີໃໝ່ ຂອງພີ່ນ້ອງຊາວມົ້ງ ຢູ່ໃນສະຫະລັດ ​ແລະ​ກີ​ຢາ​ນາ
            <description>ຢູ່ໃນເມືອງແຟຣສໂນ, ລັດຄາລິຟໍເນຍບ່ອນທີ່ມີປະຊາກອນເຜົ່າມົ້ງ ອົບພະຍົບ ມາຈາກລາວ ຫຼາຍກວ່າໝູ່ໃນສະຫະລັດນັ້ນ ງານສະຫລອງບຸນປີໃໝ່ມົ້ງ ແມ່ນ ເຮັດຄ້າຍຄືກັນ ກັບງານບຸນທາດຫຼວງ</description>
ສະຫະລັດ ໃຫ້ທຶນແກ່ລາວເພີ້ມຂຶ້ນ ໃນການເກັບກູ້ລະເບີດ ບໍ່ທັນແຕກ ແຕ່ລາວກໍຍັງຕ້ອງການຄວາມຊ່ວຍເຫຼືອຫລາຍ ເພື່ອຈະໃຫ້ມັນກ້າວໜ້າໄວຂຶ້ນ
            <description>ນັບແຕ່ປີ 1993 ເປັນຕົ້ນມາ ສະ​ຫະ​ລັດ​ກໍ​ໄດ້​ເລີ້ມ​ໃຫ້ການ​ຊ່ວຍ​ເຫລືອໃນດ້ານ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ ຫລື UXO ຢູ່​ໃນ​ລາວ, ຫວຽດນາມ ແລະ ກໍາປູເຈຍ, ລວມທັງໝົດເປັນປະມານ 660 ລ້ານໂດລາ</description>
ການຫລັ່ງໄຫລຂອງແຮງງານລາວໄປເຮັດວຽກໃນໄທເຮັດໃຫ້ການສະໜອງແຮງງານຢູ່ ລາວຂາດແຄນຢູ່ໃນລະດັບໃດນຶ່ງ
            <description>ການທີ່ມີແຮງງານລາວມັກພາກັນໄປຊອກເຮັດວຽກຢູ່ໄທ ແມ່ນມີຜົນກະທົບເຮັດ ໃຫ້ເກີດສະພາບຂາດແຄນແຮງງານ ພໍສົມຄວນຢູ່ໃນຫລາຍຂະແໜງ.</description>
ແມ່ນໍ້າຂອງເປັນ 1 ໃນ 10 ສາຍນໍ້າໃນໂລກທີ່ນໍາເອົາເສດປລາສຕິກ ໄປສູ່ມະຫາສະໝຸດຫລາຍທີ່ສຸດ ແລະສົ່ງຜົນກະທົບຢ່າງຫຼວງຫຼາຍ ຕໍ່ສິ່ງແວດລ້ອມ
            <description>ອີງຕາມບົດຄວາມທີ່ຂຽນໃນເວັບໄຊທ໌ຂອງທະນາຄານໂລກ ໃນເດືອນມິຖຸນາຜ່ານມາ, ໃນແຕ່ລະປີມີເສດປລາສຕິກ ປະມານ 11 ລ້ານໂຕນ ທີ່ໄຫຼໄປສູ່ມະຫາສະຫມຸດຂອງພວກເຮົາ ຊຶ່ງກວມເອົາ 85 ເປີເຊັນຂອງມົນລະພິດທາງທະເລທັງຫມົດ</description>
ປະມານ 99 ເປີເຊັນຂອງປະຊາຊົນລາວແມ່ນໄດ້ຮັບຜົນກະທົບຈາກໄພເງິນເຟີ້ ຫຼາຍຂຶ້ນ
            <description>ສະພາບເງິນເຟີ້ແມ່ນຕິດພັນກັນແໜ້ນກັບການຂາດແຄນເງິນຕາຕ່າງປະເທດ.</description>
ເພື່ອຮັບມືກັບຜົນກະທົບຈາກການສ້າງເຂື່ອນ ແລະສິ່ງອື່ນໆ ນັກຊ່ຽວຊານ ແນະ ນໍາໃຫ້ຈັດຕັ້ງອົງການຄຸ້ມຄອງການໃຊ້ນໍ້າ ທີ່ຟັງຫາງສຽງປະຊາຊົນຫລາຍຂຶ້ນ 
            <description>ການແບ່ງປັນຂໍ້ມູນ ລະຫວ່າງຈີນກັບປະເທດ ລຸ່ມແມ່ນໍ້າຂອງ ມີທ່າອ່ຽງທີ່ດີຂຶ້ນ ແຕ່ມັນກໍຍັງບໍ່ພຽງພໍ ທີ່ຈະຊ່ວຍຫລຸດຜ່ອນ ຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຢ່າງເປັນຮູບປະທໍາ.</description>
ການສ້າງເຂື່ອນໃນແມ່ນໍ້າຂອງ ແລະ ສາຂາຂອງມັນກໍາລັງສົ່ງຜົນ ກະທົບຢ່າງໜັກ ຕໍ່ລະບົບນິເວດ ແລະຊີວິດການເປັນຢູ່ຂອງປະຊາຊົນ
            <description>ລະບົບນິເວດຂອງແມ່ນໍ້າ ທີ່ໃຫຍ່ອັນດັບ 3 ຂອງເຂດເອເຊຍສາຍນີ້ ໄດ້ປ່ຽນໄປ ຫລັງຈາກມີການສ້າງເຂື່ອນຫຼາຍເຖິງ 11 ແຫ່ງ ຢູ່ໃນລໍາແມ່ນໍ້າຂອງຕອນເທິງກໍ ຄືຢູ່ໃນຈີນ</description>
ຊາວລາວແລະມົ້ງ-ອາເມຣິກັນ ລົງແຂ່ງຂັນ ເປັນສະມາຊິກສະພາ ໃນຂັ້ນລັດຫລາຍຂຶ້ນ ຍ້ອນຢາກຊ່ວຍຊຸມຊົນທີ່ດ້ອຍໂອກາດ
            <description>ທ່ານພະນັດ ຊະນະມານ ກ່າວວ່າ 'ໂດຍອີງໃສ່ປະສົບການທີ່ເປັນຄົນເຂົ້າເມືອງທີ່ມາຈາກລາວ ເພື່ອສະແດງໃຫ້ເຫັນວ່າ ເຮົາສ້າງນິຕິກໍາໄດ້ແນວໃດ ແລະສະແດງໃຫ້ປະຊາຊົນຮູ້ວ່າພວກເຮົາສາມາດສ້າງເສັ້ນທາງສໍາລັບຕົນເອງເພື່ອເດີນໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະກໍດັ່ງເຈົ້າຮູ້ຫັ້ນຫລະ ເພື່ອດໍາລົງຊີວິດຕາມຄວາມຝັນແບບອາເມຣິກັນ ຫລື American dream'</description>
ສະຫະລັດ ປະເຊີນກັບວິກິດການຂາດແຄນນາຍຄູ ຍ້ອນບັນດານາຍຄູປະເຊີນກັບຄວາມກົດດັນ ແລະ ການສິດສອນທີ່ນອກເໜືອຈາກວິຊາຮຽນ
            <description>ສະມາຄົມການສຶກສາແຫ່ງຊາດລາຍງາຍວ່າ ນາຍຄູຂອງເຂົາເຈົ້າຫຼາຍກວ່າເຄິ່ງນຶ່ງໄດ້ກ່າວວ່າ ເຂົາເຈົ້າມີຄວາມເປັນໄປໄດ້ສູງທີ່ຈະລາອອກ ຫຼື ອອກບຳນານຍ້ອນຄວາມກົດດັນຈາກວຽກງານ.</description>
ການເກັບເງິນທິບຢູ່ຮ້ານອາຫານ ແລະ ການບໍລິການຕ່າງໆແມ່ນບັນຫາທີ່ກຳລັງມີການໂຕ້ຖຽງກັນຫຼາຍຂຶ້ນໃນ ສະຫະລັດ 
            <description>ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຈຳ​ນວນຫຼາຍບໍ່​ມັກ​ການ​ເກັບ​ເງິ​ນ​ທິບນີ້, ກາ​ນ​ປະ​ຕິ​ບັດ​ດັ່ງ​ກ່າວ​ແມ່ນ​ເບິ່ງ​ຄື​ວ່າ​ຈະ​ບໍ່​ຖືກ​ຫ້າມ​ຢູ່​ບ່ອນ​ໃດໆ​ໃນ ສະ​ຫະ​ລັດ ໃນ​ໄວໆ​ນີ້.</description>
ຄະ​ນະ​ຜູ້​ແທນ​ຈາກ​ສະ​ພາ​ແຫ່ງ​ຊາດ​ລາວ ຖອດ​ຖອນ​ບົດ​ຮຽນ​ອັນ​ສຳ​ຄັນ ຈາກ​ລັດ​ຖະ​ສະ​ພາ ສ​ຫລ ຊຶ່ງ​ຄິດ​ວ່າ​ຈະ ສາ​ມາດ​ເອົາ​ໄປ​ໝູນ​ໃຊ້​ຢູ່​ລາວ​ໄດ້
            <description>ທາງຄະນະຜູ້ແທນເຫັນວ່າບົດຮຽນໃນການບໍລິຫານງານຂອງ ລັດຖະສະພາ ສະຫະລັດທີ່ກ່າວມານັ້ນຄິດວ່າຄວນຈະນຳເອົາໄປໝູນໃຊ້ຢູ່ລາວ </description>
ຊຸມຊົນຊາວລາວ ຮ່ວມກັນຊ່ອຍສ້າງສາ ວັດລາວພຸດທະຣັຕະນະຣາມ ເມືອງວິຈິຕາ ລັດແຄນຊັສ ຊຶ່ງຈະສະຫຼອງງານບຸນເປີດ ສິມແລະສາລາ ຫຼັງໃໝ່
            <description>ສ່ວນງານບຸນສະເຫຼີມສະຫຼອງການເປີດສາລາຟັງທຳຫຼັງໃໝ່ນັ້ນ ແມ່ນຈະມີຂຶ້ນໃນວັນທີ 26 ສິງຫາ ຫາ ວັນທີ 3 ກັນຍາ 2023 ເປັນເວລາ 9 ຄືນ 9 ວັນ ຕາມທີ່ພະອາຈາ ຄຳພູ ອະທິບາຍໃຫ້ຟັງເຖິງຄວາມສຳຄັນຂອງງານບຸນນີ້ວ່າ ເປັນການສະຫຼອງ 9 ບຸນ 9 ວັນ 9 ຄືນ</description>
ມູນນິທິ ນັກກິລາວອາເມຣິກັນ ແຫ່ງຊາດ ຫຼື NLAO ຊ່ອຍເຫຼືອພວກນັກກິລາຊາວໜຸ່ມ ພັດທະນາສູ່ລະດັບສູງສຸດ ໃນກິລາແຕ່ລະປະເພດ  
            <description>ມູນນິທິ NLAO ເປັນມູນນິທິສ່ວນຕົວ ທີ່ບໍ່ພຽງແຕ່ຊ່ອຍເຫຼືອນັກກິລາຊາວໜຸ່ມເທົ່ານັ້ນ ແຕ່ຍັງໄດ້ຊ່ອຍເຫຼືອທັງຊຸມຊົນຊາວລາວ ແລະຊຸມຊົນອື່ນໆໃນພື້ນທີ່ ຊຶ່ງທ່ານຕັດສິນໃຈເອົາເອງທີ່ຈະມອບທຶນຊ່ອຍເຫຼືອລ້າໃຫ້ແກ່ອົງການຈັດຕັ້ງ ໂຮງຮຽນ ແມ່ນກະທັງອົງການທີ່ບໍ່ຫວັງຜົນກຳໄລ ຕາມຄວາມເໝາະສົມຂອງທ່ານແລະທ່ານລອນນີ</description>