ກອງທັບເຮືອ ສຫລ ສົ່ງເຮືອພິຄາດ ໄປທ້າທາຍ ການອ້າງ ກຳມະສິດ ຂອງ ຈີນ

ເຮືອ​ພິຄາດ ​ລູກ​ສອນ​ໄຟ​ນຳ​ວິຖີ​ ຂອງ ສະຫະລັດ USS Lassen ເດີນທາງເຂົ້າໄປມະຫາສະໝຸດ ປາຊີຟິກ ໃນຮູບທີ່ຖືກເຜີຍແຜ່ໂດຍ ກອງທັບເຮືອ ສະຫະລັດ ເມື່ອເດືອນພະຈິກ 2009.

ໃນ​ອັນ​ທີ່ເບິ່ງ​ກັນ​ວ່າ ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ສຳຄັນ​ທີ່​ສຸດ​ຕໍ່​ເຂດ​ຈຳກັດ ໃນ​ການ​ອ້າງເອົາ​ກຳມະສິດ​ຂອງ ປັກ​ກິ່ງ​ ຢູ່​ອ້ອມຮອບ​ເກາະ​ດອນ​ທີ່​ສ້າງ​ຂຶ້ນ​ມາ​ຂອງ​ພວກ​ເຂົາ​ເຈົ້ານັ້ນ, ​ເຮືອ​ພິຄາດ ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ ສະຫະລັດລຳ​ນຶ່ງ ​ໃນ​ວັນ​ອັງຄານ​ມື້​ ນີ້​ໄດ້​ແລ່ນ​ເຂົ້າ​ໄປ​ພາຍ​ໃນ​ໄລຍະ 22 ກິ​ໂລ​ແມັດ​ ຫ່າງ​ຈາກ​ເກາະ ​ທີ່​ມີ​ບັນຫາ​ນັ້ນ.

​ເຮືອ​ຮົບ​ USS Lassen ຂອງ​ ສະ​ຫະລັດ ຊຶ່ງມີລາຍ​ງານ​ວ່າໄດ້​ຕິ​ດ ຕາມໂດ​ຍ​ເຮືອບິນ​ສອດ​ແນມ​ P-8A ຂອງ​ກອງທັບ​ເຮືອ ສະຫະ ລັດ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ເຮືອບິ​ນສອດ​ແນມ P-3 ​ໄດ້​ເຂົ້າ​ໄປ​ໃກ້​ກັບ​ເກາະ​ຫີນ Subi ທີ່​ໄດ້​ຄອບ​ຄອງ​ໂດຍ ຈີນ ​ແລະ ກໍ​ຍັງ​ໄດ້​ຖືກ​ອ້າງເອົາກຳມະສິດ​ໂດຍ ໄຕ້​ຫວັນ, ຫວຽດນາມ ​ແລະ ​ຟີລິບ ປິນ ອີກ​ດ້ວຍ.

ໂຄສົກກະຊວງການຕາງປະເທດຂອງ ຈີນ ທ່ານ Lu Kang ໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ ປັກກິ່ງ ໄດ້ເຕືອນ ເຮືອພິຄາດລູກສອນໄຟນຳວິຖີຂອງກອງທັບ ສະຫະລັດ ທີ່ໄດ້ແລ່ນເຂົ້າໃກ້ ເກາະທຽມຂອງ ຈີນ ໃນທະເລ ຈີນ ໃຕ້, ໃນນະຄອນຫຼວງ ປັກກິ່ງ, 27 ຕຸລາ 2015.

​ເຮືອ​ຮົບ Lassen ​ທີ່​ຈອດ​ປະຈຳ​ຢູ່​ຖານ​ທັບ​ເຮືອ​ເມືອງ​ທ່າ Yokosuka ​ໃນ​ປະ​ເທດ ຍີ່ປຸ່ນ, ​ໄດ້​ຖືກ​ສັງ​ເກດ​ການ, ຕິດຕາມ ​ແລະ ​ໄດ້ຖືກເຕືອນ​ຫຼັງ​ຈາກ​ “​ໄດ້ແລ່ນເຂົ້າໄປຢ່າງຜິດ​ກົດ ໝາຍ” ​ໃນ​ເຂດ​ນ່ານ​ນ້ຳຂອງຈີນ, ອີງ​ຕາມ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ ທີ່​ປັກ​ກິ່ງ.

​ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ທ່ານ Lu Kang ​ໄດ້​ກ່າວໃນ​ຖະ​ແຫຼງ ການ​ສະ​ບັບນຶ່ງວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ໄດ້ເປັນ “​ໄພ​ຂົ່ມຂູ່​ຕໍ່​ອຳ ນາດ​ອະທິປະໄຕ​ຂອງ ຈີນ,” ​

​ໃນ​ບົດຄວາມ​ຄິດ​ເຫັນໜຶ່ງ ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ອົງການ​ຂ່າວ ຊິນຫົວ​ ​ໄດ້​ກ່າ​ວວ່າ “ປັກ​ກິ່ງ ບໍ່​ມີ “ການ​ອ້າງເອົາ​ກຳມະສິດ ​ທີ່​ຫຼາຍເກີນ​ຂອບ​ເຂດ” ກ່ຽວ​ກັບອຳ​ນາດ​ອະທິປະ​ໄຕ​ໃນ​ທະ​ເລ ຈີນ ​ໃຕ້. ສິດທິ​ຂອງ​ພວກ​ເຂົາ​ເຈົ້າຕໍ່​ໝູ່​ເກາະ​ໃນ​ທະ​ເລ​ຈີນ ໃຕ້ ​ແລະ​ເກາະ​ຫີນ​ຕ່າງໆແມ່ນໄດ້​ຖືກ​ຂຽນ​ໄວ້​ໃນ​ເອກະສານເປັນ​ຢ່າງ​ດີ ​ແລະ ມີ​ຄວາມຖືກຕ້ອງ ຕາມກົດໝາຍ​ໃນ​ປະຫວັດສາດ. ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ທີ່ໄດ້​ໂຕ້ແຍ້ງນັ້ນວ່າ ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຈັດ​ຫ້ອງ​ຮຽນ​ສຳລັບ​ວິຊາ​ປະຫວັດສາດ​ທີ່​ໄດ້​ຂາດ​ໄປ ​ ຫຼື ບໍ່​ກໍ​ເລືອກ​ທີ່​ຈະ​ບໍ່​ຮັບ​ຮູ້​ຂໍ້ເທັດ​ຈິງ​ຂອງ​ປະຫວັດ​ສາດ​.”

ພາລະກິດ​ຂອງ​ວັນ​ອັງຄານ​ມື້​ນີ້​ ​ໄດ້​ສຳ​ເລັດ​ລົງໂດຍບໍ່​ມີ​ເຫດການໃດໆ​ເກີດ​ຂຶ້ນ, ອີງ​ຕາມແຫຼ່ງ ຂ່າວຂອງ​ທະຫານສະຫະລັດ.

Your browser doesn’t support HTML5

US Sends Ship Near Chinese Artificial Islands