ພວກຫົວແບ່ງແຍກດິນແດນ ທີ່ສະໜັບສະໜຸນຣັດເຊຍ ໄດ້ປະທະ
ກັນກັບກອງກຳລັງຢູເຄຣນ ໃນພາກຕາເວັນອອກຂອງປະເທດ
ທີ່ເຮັດໃຫ້ທະຫານຢູເຄຣນຢ່າງນ້ອຍ 8 ຄົນເສຍຊີວິດ ແລະອີກ
17 ຄົນບາດເຈັບ.
ກະຊວງການປ້ອງກັນປະເທດຂອງຢູເຄຣນ ໄດ້ກ່າວໃນວັນພະຫັດ
ມື້ນີ້ວ່າ ຄວາມຮຸນແຮງທີ່ໄດ້ເກີດຂຶ້ນໃນຄືນແລ້ວນີ້ ໂດຍທີ່ພວກຫົວແບ່ງແຍກດິນແດນ
ໄດ້ໃຊ້ ປືນຍິງລະເບີດແລະປືນຄົກໂຈມຕີພວກທະຫານຢູ່ຕາມດ່ານກວດແຫ່ງຕ່າງໆ
ໃນເຂດ Donetsk.
ມີທະຫານຄົນນຶ່ງໄດ້ຖືກສັງຫານ ແລະອີກ 2 ຄົນ ໄດ້ຮັບບາດເຈັບໃນການໂຈມຕີ ຢູ່ໃນເຂດ Luhansk.
ນອກນັ້ນ ໃນວັນພະຫັດມື້ນີ້ ຫົວໜ້າອົງການເນໂຕ້ ທ່ານ Anders Fogh Rasmussen ກ່າວວ່າ ໄດ້ມີການເຄື່ອນໄຫວບາງຢ່າງຂອງພວກທະຫານຣັດເຊຍ ໃກ້ໆກັບຊາຍແດນ
ຢູເຄຣນ ທີ່ອາດແນະໃຫ້ເຫັນວ່າ “ກຳລັງເຫຼົ່ານີ້ພວມກະກຽມທີ່ຈະຖອນກັບຄືນ.”
ບັນດາປະເທດຕາເວັນຕົກ ໄດ້ທຳການປະທ້ວງ ຕໍ່ການສົ່ງກອງກຳລັງທະຫານຫຼາຍພັນຄົນ ໄປຍັງຂົງເຂດດັ່ງກ່າວ ທີ່ສ້າງຄວາມເປັນຫວ່ງກັງວົນຢ້ານວ່າຣັດເຊຍ ອາດຈະກຽມການ ໃຫຍ່ທີ່ຈະຮຸກຮານເຂົ້າໄປໃນຢູເຄຣນ ຫຼັງຈາກທີ່ໄດ້ຍຶດເອົາເຂດໄຄຣເມຍ ມາເປັນຂອງຕົນ ໃນເດືອນມີນາຜ່ານມານີ້.
ເຈົ້າໜ້າທີ່ຣັດເຊຍໄດ້ກ່າວຫຼາຍໆຄັ້ງ ໃນໄລຍະຫຼາຍສັບປະດາ
ຜ່ານມານີ້ວ່າທະຫານຂອງຕົນ ຈະຖອນອອກຈາກເຂດຊາຍ
ແດນ.
ທ່ານ Rasmussen ໄດ້ກ່າວຜ່ານທາງ Twitter ໃນວັນພະຫັດ
ມື້ນີ້ວ່າ ທ່ານຫັວງວ່າການເຄື່ອນໄຫວດັ່ງກ່າວຂອງກອງທະຫານ
ຣັດເຊຍທີ່ວ່ານີ້ ແມ່ນການເລີີ້ມຕົ້ນ ໃນການ “ຖອນທະຫານ
ທັງໝົດແລະຢ່າງແທ້ຈິງ” ແຕ່ຂະນະດຽວກັນກໍໄດ້ເຕືອນວ່າ
ກອງທະຫານສ່ວນໃຫຍ່ຂອງຣັດເຊຍນັ້ນ ຍັງປະຈຳການຢູ່ໃກ້ໆ
ກັບຊາຍແດນຢູເຄຣນ.
ທ່ານ ຮຽກຮ້ອງໃຫ້ຣັດເຊຍ ປະຕິບັດຕາມພັນທະຂອງນາໆຊາດທີ່ຕົນໄດ້ໃຫ້ໄວ້ໂດຍສະ
ເພາະໃນໄລຍະທີ່ຢູເຄຣນ ກຳລັງກະກຽມທີ່ຈະປ່ອນບັດເລືອກຕັ້ງປະທານາທິບໍດີໃນວັນອາທິດຈະມາ ເຖິງນີ້.