ລັດໄອໂອວາ ພ້ອມທີ່ ຈະເລີ່ມຂະບວນການ ເລືອກຕັ້ງຂັ້ນຕົ້ນ ຂອງ ສຫລ

Your browser doesn’t support HTML5

ເຊີນຊົມວີດີໂອ ລາຍງານນີ້

ຫຼັງຈາກໄດ້ມີການເຕົ້າໂຮມຊຸມນຸມກັນ ການກ່າວຄຳປາໄສ
ແລະ ການໂຕ້ວາທີ ຜ່ານມາຫຼາຍເດືອນແລ້ວ ການໂຄສະນາ
ການເລືອກຕັ້ງຂັ້ນຕົ້ນຂອງສະຫະລັດ ແມ່ນມີກຳນົດຈະເລີ່ມ
ຕົ້ນຂຶ້ນ ຢ່າງເປັນທາງການໃນວັນຈັນມື້ນີ້ ໃນເວລາ ພົນລະ
ເມືອງລັດ Iowa ຈະປ່ອນບັດຂອງພວກເຂົາເຈົ້າ ເພື່ອເລືອກ
ເອົາຜູ້ອາດຈະໄດ້ເປັນປະທານາທິບໍດີ ທີ່ພວກເຂົາຢາກໄດ້
ຢູ່ທີ່ ສະຖານທີ່ກອງປະຊຸມພັກແຫ່ງຕ່າງໆ ໃນທົ່ວລັດນີ້ ທີ່
ຕັ້ງຢູ່ພາກຕາເວັນຕົກກາງຂອງສະຫະລັດ.

ກ່ອນໜ້າຂອງການປ່ອນບັດອອກສຽງ ທີ່ສຳຄັນ ຄັ້ງທຳອິດ
ທົ່ວປະເທດ ນັ້ນ ການຢັ່ງຫາງສຽງຄວາມຄິດເຫັນ ຢູ່ໃນລັດ
Iowa ໄດ້ເຜີຍໃຫ້ເຫັນວ່າ ການແຂ່ງຂັນຄັດເລືອກເອົາຜູ້ຕາງໜ້າ ສຳລັບທັງສອງພັກ
ຣີີພັບບລີກັນ ແລະ ເດໂມແຄຣັດ ນັ້ນ ຖືວ່າສູສີກັນ ແລະໜ້າຕື່ນເຕັ້ນ ໂດຍມີບັນດາ
ຜູ້ສະໝັກ ທີ່ບໍ່ຂຶ້ນກັບການຈັດຕັ້ງຂອງພັກໃດ ສືບຕໍ່ໃຫ້ເຫັນເຖິງຄວາມບໍ່ລົດລະ ຂອງ
ເຂົາເຈົ້າ.

Your browser doesn’t support HTML5

Iowa Voters Are Ready to Be Heard Through Caucus Votes

​ສ່ວນຢູ່ຝ່າຍຂອງພັກຣີພັບບລີກັນນັ້ນ ນັກພັດທະນາອະສັງຫາລິມະຊັບ ທ່ານ Donald
Trump ກໍຍັງຮັກສາໄວ້ໄດ້ ການເປັນຜູ້ນຳໜ້າ ສະມາຊິກສະພາສູງ ຈາກລັດ Texas
ທ່ານ Ted Cruz ພຽງໜ້ອຍດຽວ ຜູ້ທີ່ປາກົດວ່າ ໄດ້ເອົາບາດກ້າວທີ່ຜິດພາດຫຼາຍຄັ້ງ
ມາແລ້ວ ກ່ອນຈະເຂົ້າສູ່ກອງປະຊຸມພັກ ໃນລັດ Iowa.

ສຳລັບພັກເດໂມແຄຣັສ ນັ້ນ ການແຂ່ງຂັນ ເບິ່ງຄືວ່າ ໂດຍຄວາມເປັນຈິງແລ້ວ ແມ່ນຈະ
ເປັນການສະເໝີກັນ ລະຫວ່າງ ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary
Clinton ກັບ ທ່ານ Bernie Sanders ສະມາຊິກສະພາສູງຈາກລັດ Vermont ທີ່
ເປັນອິດສະຫຼະ ຜູ້ທີ່ໄດ້ປະກາດວ່າ ເປັນພັກປະຊາທິປະໄຕ ສັງຄົມນະຍົມ.

Your browser doesn’t support HTML5

VOA Snapshot of the Iowa Race - Republicans

ບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຂອງທັງສອງພັກການເມືອງ ຕ່າງກໍກ້າວ
ເຂົ້າສູ່ຮອບສຸດທ້າຍ ໂດຍຜ່ານລັດ Iowa ໃນວັນອາທິດວານນີ້ ຊຶ່ງພວກເຂົາເຈົ້າ ໄດ້ຈັດ
ງານຕ່າງໆ ຢູ່ທຸກແຈ ທຸກມຸມຂອງລັດ, ເພີ້ມການໂຈມຕີຕໍ່ຄູ່ແຂ່ງຫຼາຍຂຶ້ນ ແລະ ໃຊ້ວິນາທີ
ສຸດທ້າຍ ເພື່ອເຮັດໃຫ້ຕົນດຶງດູດຈິດໃຈ ກຸ່ມຜູ້ມີສິດປ່ອນບັດຕ່າງໆ.

Your browser doesn’t support HTML5

VOA Snapshot of the Iowa Race - Democrats

Your browser doesn’t support HTML5

Candidates Make Final Pitches Ahead of Iowa Vote

Iowa Set To Kick Off US Primary Election Process