ໄຟໄໝ້ ວັດໃນ ອິນເດຍ ເຮັດໃຫ້ ຄົນເສຍຊີວິດ ຫຼາຍກວ່າ 100 ຄົນ

ປະຊາຊົນເຕົ້າໂຮມກັນອ້ອມເຂດທີ່ໄດ້ຮັບຄວາມເສຍຫາຍຂອງວັດ ຫຼັງຈາກເກີດໄຟໄໝ້ໃນວັດ Kollam, ລັດ Kerala, ອິນເດຍ, 10 ເມສາ, 2016.

ປະຊາຊົນ ອິນເດຍ ປະມານ 100 ຄົນໄດ້ເສຍຊີວິດ ແລະ ຄົນອີກຫຼາຍກວ່າຮ້ອຍຄົນໄດ້ ຮັບບາດເຈັບ ໃນເຫດການໄຟໄໝ້ຢ່າງຮ້າຍແຮງທີ່ເກີດຂຶ້ນໃນວັດແຫ່ງໜຶ່ງທີ່ລັດ Kerala ທາງພາກໃຕ້ຂອງ ອິນເດຍ ໃນຕ້ອນເຊົ້າຂອງວັນອາທິດມື້ນີ້ ເຊິ່ງເປັນບ່ອນທີ່ມີປະຊາຊົນ ຫຼາຍພັນຄົນໄປເຕົ້າໂຮມກັນ ເພື່ອຊົມການສະແດງຈູດດອກໄມ້ໄຟ ທີ່ເປັນສ່ວນໜຶ່ງຂອງ ງານສາສະໜາປະຈຳປີ.

ໂສກນາດຕະກຳໄດ້ເກີດຂຶ້ນປະມານ 3 ໂມງເຊົ້າ, ສອງສາມຊົ່ວໂມງຫຼັງຈາກການຈູດ ດອກໄມ້ໄຟໄດ້ເລີ່ມຂຶ້ນຢູ່ໃກ້ກັບວັດ Puttingal Devi ໃນເມືອງ Kollam ທີ່ຢູ່ໃກ້ໆຝັ່ງທະ ເລ, ປະມານ 70 ກິໂລແມັດຫ່າງຈາກນະຄອນຫຼວງ Thiruvananthapuram ຂອງລັດ ດັ່ງກ່າວ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ເຮືອນເກັບເຄື່ອງທີ່ເປັນບ່ອນເກັບດອກໄມ້ໄຟໄວ້ຈຳນວນ ຫຼາຍໄດ້ເກີດໄຟໄໝ້ ຫຼັງຈາກແປວໄຟໄດ້ຕົກຖືກ, ເຮັດໃຫ້ມີການລະເບີດຄັ້ງໃຫຍ່ຫຼາຍຄັ້ງ ແລະ ແປວໄຟໄດ້ກະຈາຍອອກໄປຢ່າງໄວວາ. ຫ້ອງການຂອງເຈົ້າໜ້າທີ່ວັດ ໄດ້ພັງລົງ ເປັນເສດຫີນ ແລະ ຫຼັງຄາບາງສ່ວນຂອງວັດກໍໄດ້ຍຸບລົງ. ຄວັນໄຟຂະໜາດໃຫຍ່ໄດ້ປິວ ຂຶ້ນສູ່ທ້ອງຟ້າໃນຕອນຄ່ຳ.

ໃນຂະນະທີ່ປະຊາຊົນພາກັນແຕກຕື່ນກໍໄດ້ເຮັດໃຫ້ມີການຢຽບກັນໜີຕາຍ ແລະ ຫຼາຍຄົນ ກໍໄດ້ຮັບບາດເຈັບໃນເວລາທີ່ພວກເຂົາເຈົ້າພະຍາຍາມຫຼົບໜີຈາກອັກຄີໄພດັ່ງກ່າວ.

Your browser doesn’t support HTML5

India Temple Fire upd