ໄດ້ມີຂໍ້ຕົກລົງ ວ່າຈະສົ່ງ ກຳລັງຕຳຫລວດຢູໂຣບ ປະກອບອາວຸດ ໄປພາກຕາເວັນອອກຂອງ ຢູເຄຣນ

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel (2 ຫາຂວາ) ເປັນເຈົ້າພາບສົນທະນາກັບ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (5 ຫາຊ້າຍ) ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຊ້າຍ) ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko,

ປະທານາທິບໍ​ດີ​ຢູ​ເຄຣນ ທ່ານ Pedro Poroshenko ກ່າວ​ວ່າ​ ຂໍ້​ຕົກລົງນຶ່ງ​ໄດ້​ບັນລຸ​ໃນ​ວັນ​ພະຫັ​ດມື້​ນີ້ ​ເພື່ອ​ສົ່ງ​ກຳລັງ​ຕຳຫລວດ​ປະກອບ​ອາວຸດ ຂອງອົງການຄວາ​ມໝັ້ນຄົງ ​ແລະ​ປະສານ​ງານ​ໃນ​ຢູ​ໂຣບ ຫລື OSCE ທີ່ປະຕິບັດ​ງານຢູ່່​ເຂດ​ແບ່ງ​ແຍກ​ດິນ​ແດນ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ ຢູ​ເຄຣນ ​ເພື່ອ​ຊ່ວຍ​ບັງ​ຄັບໃຊ້​ຂໍ້​ຕົກລົງ​ສັນຕິພາບ Minsk.

ອີກ ຂໍ້​ຕົກລົງນຶ່ງ​ໄດ້​ບັນລຸ​ໃນ​ວັນ​ພຸດວານ​ນີ້ ​ໃນການ​ເຈຣະຈາ​ທີ່​ນະຄອນ Berlin ອັນມີຮວມ ທັງຣັດ​ເຊຍ ຝຣັ່ງ ​ແລະ​ບັນດາ​ຜູ້ນຳ​ເຢຣະມັນ.

ລາຍ​ລະອຽດ​ກ່ຽວ​ກັບ​ອົງການຄວາ​ມໝັ້ນຄົງ ​ແລະ​ປະສານ​ງານ​ໃນ​ຢູ​ໂຣບ (OSCE) ຍັງ​ຈະ​ຕ້ອງໄດ້​ປະຕິບັດອີກ​ຕໍ່​ໄປ ເພື່ອຊອກຫາລາຍ​ລະອຽດ​ຂອງ​ແຜນ​ການນຳໄປ​ສູ່​ການ​ນຳ​ໃຊ້ຂໍ້​ຕົກລົງ​ຢຸດ​ຍິງ Minsk.

ຄວາ​ມຮັບຜິດຊອບ​ຂັ້ນ​ພື້ນຖານ​ຂອງຕຳຫລວດ OSCE ແມ່ນເພື່ອ​ຄໍ້າປະກັນ​ຄວາມ​ປອດ​ໄພ​ໃຫ້ແກ່​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຊຶ່ງເປັນ​ເງື່ອນໄຂສຳຄັນ​ຂອງ​ຂໍ້ຕົກລົງ Minsk.

ລັດຖະມົນຕີ​ຕ່າງປະ​ເທດ​ເຢຣະມັນ ທ່ານ Frank-Walter Steinmeier ກ່າວ​ວ່າ ​ຢູ່​ຫລາຍ​ຂົງ​ເຂດ​ບ່ອນ​ທີ່​ກຳ​ລັງ​ຝ່າຍ​ຄ້ານ​ພາກັນ​ແບ່ງ​ແຍກໃຫ້​ເຫັນ ຍັງ​ເປັນ​ທີ່​ຕ້ອງການ​ຂະຫຍາຍອອກອີກ ​ເພື່ອ​ສ້າງຄວາມເຂັ້ມແຂງ ໃຫ້ແກ່​ການ​ຢຸດ​ຍິງ ​ແລະ​ປ້ອງ​ກັນ​ການ​ເກີດ​ມີ​ຄວາມເປັນປໍ​ລະ​ປັກ​ຂຶ້ນ.

ພາບບັນທຶກ ລົດຖັງຣັດເຊຍ ທີ່ໜູນຫລັງພວກກະບົດແບ່ງແຍກດິນແດນ ພ້ອມດ້ວຍທຸງທີ່ອ້າງຕົນເອງເປັນ ສາທາລະນະລັດ ປະຊາຊົນ Donetks.

​ການ​ສົນທະນາ​ໄດ້​ເປັນເທື່ອ​ທຳ​ອິດ​ສຳລັບ ປະທານາທິບໍດີຣັດ​ເຊຍ​ ທ່ານ Vladimar Putin ທີ່​ໄດ້​ຢ້ຽມ​ຢາມນະຄອນຫຼວງ Berlin ນັບ​ແຕ່​ໄດ້​ເກີດ​ການ​ສູ້​ລົບກັນ​ຢູ່ ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ໃນ​ຕົ້ນ​ປີ 2014 ​ແລະ​ເກີດຂຶ້ນ​ນຶ່ງ​ມື້ກ່ອນ​ບັນດາ​ຜູ້ນຳ​ຢູ​ໂຣບ 28 ຄົນ​ຈາກ​ສະຫະພາບ​ຢູ​ໂຣບພົບ​ປະກັນ ​ເພື່ອ​ສົນທະນາ​ສຳພັນ​ທະ​ໄມຕີ​ກັບຣັດ​ເຊຍ ຮວມທັງ​ການ​ລົງ​ໂທດ​ດ້ານເສດກິດຍ້ອນການພົວພັນ​ໃນ​ຢູ​ເຄຣນ.

ຂໍ້​ຕົກລົງ Minsk ​ປີ 2015 ທີ່​ໄກ່​ເກ່ຍ​ໂດຍຝຣັ່ງ ​ແລະ​ເຢຍຣະມັນ ​ໄດ້​ພາໃຫ້ ຫຼຸດລະ​ດັບ​ການ​ສູ້​ລົບກັນໜ້ອຍ​ລົງ​ລະຫວ່າງ​ ກຳລັງ​ຢູ​ເຄຣນ ​ກັບ​ພວກແບ່ງ​ແຍກ​ດິນ​ແດນ​ສະໜັບ ສະໜູນໂດຍຣັດ​ເຊຍ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ​ແຕ່​ການ​ສູ້​ລົບ​ກັນຍັງ​ດຳ​ເນີນຢູ່ ​ແລະ ​ຄວາມພະຍາຍາມ​ບັນລຸ​ຂໍ້​ຕົກລົງ​ທາງການ​ເມືອງ​ໄດ້ຢຸດສະງັກລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Ukraine Peae Meeting