ພົນລະເມືອງອັງກິດ ທີ່ຕິດເຊື້ອໄວຣັສອີໂບລາ ຄົນທຳອິດ ໄດ້
ເດີນທາງໄປຮອດໂຮງໝໍທີ່ລອນດອນແລ້ວ ເພື່ອຮັບການປິ່ນ
ປົວ.
ພະນັກງານຮັກສາສຸຂະພາບຊາຍ ທີ່ບໍ່ບອອກຊື່ໃຫ້ຮູ້ ໄດ້ຕິດ
ເຊື້ອໄວຣັສ ອີໂບລາ ຢູ່ Sierra Leone.
ຜູ້ກ່ຽວ ໄດ້ຖືກອົບພະຍົບ ອອກຈາກປະເທດໃນອາຟຣິກາຕາ
ເວັນຕົກແຫ່ງນັ້ນ ໃນວັນອາທິດວານນີ້ ແລະໄດ້ຖືກຈັດສົ່ງໂດຍ
ເຮືອບິນທະຫານທີ່ປະກອບອຸບປະກອນພິເສດ ໄປຍັງຖານ
ທັບອາກາດແຫ່ງນຶ່ງຂອງອັງກິດ. ຈາກຖານທັບອາກາດດັ່ງກ່າວ ຜູ້ກ່ຽວໄດ້ຖືກສົ່ງໄປນຳລົດໂຮງໝໍທະຫານພິເສດ ໄປຍັງຫ້ອງຢູ່ໂດດດ່ຽວສຳລັບປິ່ນປົວພວກຕິດເຊື້ອໄວຣັສອີໂບລາຢູ່ໂຮງໝໍ Royal Free Hospital ທີ່ລອນດອນ.
ພາບກ່ຽວກັບການລະບາດ ຂອງເຊື້ອ Ebola, ວັນທີ 25 ສິງຫາ
ໃນຂະນະດຽວກັນ ອົງການອະນາໄມໂລກ ກ່າວວ່າ ພະນັກງານຮັກສາສຸກຂະພາບຂອງ
ຕົນຄົນນຶ່ງທີ່ Sierra Leone ໄດ້ຕິດເຊື້ອໄວຣັສນີ້ເຊັ່ນກັນ. ອົງການ WHO ກ່າວໃນວັນອາທິດວານນີ້ວ່າ ຕົນກຳລັງດຳເນີນງານເພື່ອໃຫ້ໝັ້ນໃຈວ່າ ພະນັກງານຄົນນີ້ໄດ້ຮັບການຮັກສາປິ່ນປົວຢ່າງດີທີ່ສຸດເທົ່າທີ່ເປັນໄປໄດ້ ຮວມທັງທາງເລືອກເອົາການຍົກຍ້າຍໄປປິ່ນ
ປົວຢູ່ໃນສູນການແພດແຫ່ງອື່ນໄດ້ ຖ້າຈຳເປັນ.
ອົງການ WHO ບໍ່ໄດ້ບອກສັນຊາດຂອງພະນັກງານຄົນນີ້ໃຫ້ຮູ້ ແຕ່ລາຍງານສື່ມວນຊົນເວົ້າວ່າ ພະນັກງານຄົນນີ້ເປັນຊາວ Senegal.
ອົງການອະນາໄມໂລກ ແຈ້ງໃຫ້ຊາບວ່າ ມີປະຊາຊົນ 1427 ຄົນແລ້ວທີ່ໄດ້ເສຍຊີວິດໄປຍ້ອນເຊື້ອໄວຣັສອີໂບລາ ໃນລະຫວ່າງການລະບາດຂອງໂຣກດັ່ງກ່າວໃນປັດຈຸບັນ ແລະກ່າວຕື່ມວ່າ ມາຮອດມື້ວັນສຸກແລ້ວນີ້ ແມ່ນໄດ້ມີຄົນຕິດເຊື້ອອີໂບລາ 2615 ຄົນ ທີ່ໄດ້ຮັບການຢືນຢັນ ໃນປະເທດ ກີນີ ໄລບີເຣຍ Sierra Leone ແລະໄນຈີເຣຍ.
Your browser doesn’t support HTML5
ebola25august14