ຄົນລາວ ຢູ່ແອັດແລນຕາ ກ່າວວ່າ ມີການປະຕິບັດຕາມ ຄຳແນະນຳຂອງທາງການ ໃນລະຫວ່າງທີ່ໂຄວິດ-19 ລະບາດ

ທ່ານລາວັນ ສົມແພງ ຈາກນະຄອນແອັດແລນຕາ ລັດຈໍເຈຍ

Your browser doesn’t support HTML5

ເຊີນຟັງລາຍງານ ການລະບາດຂອງໂຄວິດ-19 ທີ່ລັດຈໍເຈຍ


ຄົນອາເມຣິກັນເຊື້ອສາຍລາວຜູ້ນຶ່ງໃນນະຄອນແອັດແລນຕາ ກ່າວວ່າ ຊຸມຊົນລາວໃນລັດຈໍເຈຍ ແມ່ນໄດ້ພາກັນປະຕິບັດຕາມ ຄຳແນະນຳ ຂອງທາງການ. ທ່ານລາວັນ ບົວແພງ ກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ສຽງທ່ານລາວັນ ກ່າວກ່ຽວກັບຄົນລາວ


ຈໍເຈຍເປັນລັດນຶ່ງ ທີ່ເຈົ້າໜ້າທີ່ໄດ້ອະນຸຍາດ ໃຫ້ທຸລະກິດທີ່ບໍ່ຈຳເປັນຈຳນວນນຶ່ງ ເປີດກິດຈະການຄືນໄດ້ຮວມທັງຮ້ານດັດຜົມ ຮ້ານຕັດຜົມ ບ່ອນອອກກຳລັງກາຍ ຮ້ານສັກລາຍ ແລະຮ້ານອາຫານບາງແຫ່ງກໍສາມາດໃຫ້ເຂົ້າໄປນັ່ງກິນແບບຢູ່ໃນຂອບເຂດຈຳກັດໄດ້. ທ່ານລາວັນ ບົວແພງ ກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ທ່ານລາວັນ ກ່າວກ່ຽວກັບ ການເປີດທຸລະກິດ ທີ່ລັດຈໍເຈຍ

ອີງຕາມໂຕເລກຫຼ້າສຸດ ຢູ່ລັດຈໍເຈຍມີຜູ້ຕິດໂຄວິດ-19 ທັງໝົດ 26,400 ກວ່າຄົນ ແລະມີຜູ້ເສຍຊີວິດ 1,100 ກວ່າຄົນ.