ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມໂກດແຄ້ນເພີ້ມທະວີຂຶ້ນ ຢູ່ທົ່ວໂລກ ຍ້ອນການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌


ຫລາຍພັນຄົນເຂົ້າຮ່ວມກັນເດີນຂະບວນໃນນະຄອນເຮກ ຢູ່ເນເທີແລນ ໃນວັນອັງຄານ, ວັນທີ 2 ເດືອນມິຖຸນາ, 2020 ເພື່ອປະທ້ວງ ຄັດຄ້ານ ການທີ່ທ້າວ ຟລອຍດ໌ ຖືກຂ້າຕາຍ ແລະການກະທໍາຄວາມຮຸນແຮງຂອງຕໍາຫລວດ ແລະການຈໍາແນກຜິວພັນຢ່າງເປັນລະບົບ.
ຫລາຍພັນຄົນເຂົ້າຮ່ວມກັນເດີນຂະບວນໃນນະຄອນເຮກ ຢູ່ເນເທີແລນ ໃນວັນອັງຄານ, ວັນທີ 2 ເດືອນມິຖຸນາ, 2020 ເພື່ອປະທ້ວງ ຄັດຄ້ານ ການທີ່ທ້າວ ຟລອຍດ໌ ຖືກຂ້າຕາຍ ແລະການກະທໍາຄວາມຮຸນແຮງຂອງຕໍາຫລວດ ແລະການຈໍາແນກຜິວພັນຢ່າງເປັນລະບົບ.

ຄວາມໂກດແຄ້ນໄດ້ເພີ້ມທະວີຂຶ້ນຢູ່ທົ່ວໂລກຍ້ອນການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌ ຊາຍອາເມຣິກັນເຊື້ອສາຍອາຟຣິກາ ທີ່ເສຍຊີວິດໃນອາທິດແລ້ວນີ້ ພາຍຫລັງທີ່ຖືກຕໍາຫລວດຄວບຄຸມຕົວໄວ້ ຢູ່ຖະໜົນສາຍນຶ່ງໃນນະຄອນມິນເນ ອາໂປລິສ, ລັດມິເນໂຊຕາ.

ຫົວໜ້ານັກການທູດຂອງສະຫະພາບຢູໂຣບ, ທ່ານ ໂຈເຊັຟ ບໍແຣລ (Josep Borrell) ກ່າວຢູ່ໃນນະຄອນບຣັສເຊິລວ່າ ການເສຍຊີວິດຂອງທ້າວຟລອຍດ໌ ແມ່ນເປັນຜົນເນື່ອງມາຈາກການໃຊ້ອໍານາດໃນທາງທີ່ຜິດ.

“ເຊັ່ນດຽວກັນກັບປະຊາຊົນຢູ່ໃນສະຫະລັດ, ພວກເຮົາຮູ້ສຶກຕື່ນ ແລະຕົກໃຈ ຍ້ອນການເສຍຊີວິດຂອງຈອຣຈ໌ ຟລອຍດ໌” ນັ້ນຄືຄໍາເວົ້າຂອງທ່ານ ບໍແຣລ

ແຕ່ວ່າໂດຍທີ່ມີການປະທ້ວງແບບໂກລະຫົນວຸ້ນວາຍ ເກີດຂຶ້ນຢູ່ໃນຫລາຍສິບ ຕົວເມືອງຂອງສະຫະລັດມາໄດ້ 7 ມື້ ແລ້ວ, ທ່ານ ບໍແຣລ ເນັ້ນໜັກວ່າ ຊາວ
ຢູໂຣບ “ໃຫ້ການສະໜັບສະໜຸນສິດໃນການປະທ້ວງແບບສັນຕິ ແລະພວກເຮົາ
ຍັງ ປະນາມການໃຊ້ຄວາມຮຸນແຮງ ແລະການຈໍາແນກຜິວພັນທຸກປະເພດ ແລະ ແນ່ນອນ ພວກເຮົາຮຽກຮ້ອງໃຫ້ມີການຫລຸດຜ່ອນຄວາມເຄັ່ງຕຶງ.”

ຫລາຍພັນຄົນພາການເດີນຂະບວນຢູ່ໃນໃຈກາງນະຄອນຊິດນີ, ຊຶ່ງເປັນຕົວ
ເມືອງທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ ໂດຍທີ່ມີການວາງແຜນວ່າຈະມີການ ປະທ້ວງເກີດຂຶ້ນໃນນະຄອນປາຣີ ແລະບ່ອນອື່ນໆອີກໃນຝຣັ່ງ ໄປພ້ອມໆກັນ
ກັບການເດີນຂະບວນຢູ່ໃນນະຄອນເຮກ, ໃນເນເທີແລນ.

ພວກປະທ້ວງຊາວອອສເຕຣເລຍຮ້ອງຄໍາຂວັນວ່າ “ຂ້ອຍຫັນໃຈບໍ່ໄດ້” ຊຶ່ງທ້າວ ຟລອຍດ໌ ຜູ້ຊຶ່ງຖືກໃສ່ກັບມື ແລະໝູບໜ້າລົງຢູ່ຖະໜົນ, ໄດ້ເວົ້າຊໍ້າແລ້ວ ຊໍ້າອີກ ໃນ ຂະນະທີ່ຕໍາຫຼວດຜິວຂາວ, ທ້າວເດີເຣັກ ໂຊວິນ (Derek Chauvin) ໄດ້
ເອົາຫົວເຂົ່າໜີບຄໍລາວໄວ້ນານກວ່າ 8 ນາທີ. ທ້າວໂຊວິນ ໄດ້ຖືກກ່າວຫາວ່າ ເປັນຄາດຕະກອນໃນຂັ້ນສາມ ແລະຂ້າຄົນຢູ່ໃນຄະດີນີ້.

ພວກເດີນຂະບວນປະທ້ວງຊາວອອສເຕຣເລຍ ໄດ້ປຽບທຽບກໍລະນີຂອງທ້າວ ຟລອຍດ໌ ໃສ່ກັບກໍລະນີຂອງທ້າວ ເດວິດ ດັງເກ (David Dungay), ຊາຍ ຊົນເຜົ່າ ອາບໍຣີຈີນອລ ທີ່ເສຍຊີວິດຢູ່ໃນຄຸກຂອງນະຄອນຊິດນີ ໃນປີ 2015 ໃນຂະນະທີ່ຖືກຄົນຍາມຮັດຕົວໄວ້. ທ້າວດັງເກກໍຮ້ອງຄໍາສຸດທ້າຍຂຶ້ນກ່ອນລາວ ຈະເສຍຊີວິດໄປວ່າ ລາວບໍ່ສາມາດຫັນໃຈໄດ້.

ພວກປະທ້ວງພາກັນຖືປ້າຍ ທີ່ມີຄວາມໝາຍເຖິງ ການເວົ້າຕໍ່ພວກເດີນຂະບວນ ຢູ່ໃນສະຫະລັດທີ່ເວົ້າວ່າ “ພວກເຮົາເຫັນພວກເຈົ້າ, ພວກເຮົາໄດ້ຍິນພວກເຈົ້າ, ພວກເຮົາຢືນຢູ່ຄຽງບ່າຄຽງໄຫລ່ກັບພວກເຈົ້າ. ສ່ວນປ້າຍອັນອື່ນອ່ານວ່າ “ພວກເຮົາມາຢູ່ທີ່ນີ້ ຍ້ອນວ່າພວກເຂົາບໍ່ໄດ້ຢູ່ໜີ້ອີກແລ້ວ” ໂດຍໄດ້ຊູຮູບຂອງ ທ້າວ ຟລອຍດ໌ ແລະທ້າວດັງເກຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG