ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງປະຊຸມ ສົນທະນາ ດ້ານເສດຖະກິດໂລກ ເຮັດໃຫ້ ຫວຽດນາມ ວາງຕົນ ເປັນປະເທດ ທາງເລືອກ ນອກເໜືອ ຈາກຈີນ


ທ່ານຫງວຽນ ຊວນຟຸກ (ກາງ) ນາຍົກລັດຖະມົນຕີ ຕຂອງຫວຽດນາມ, ທ່ານ ຫູ ຈຸນຮົວ, ຮອງປະທານປະເທດຈີນ (ຊ້າຍ) ແລະ ທ່ານ ຄລາວສ໌ ສແວັບ ( Klaus Schwab) ປະທານບໍລິຫານ ກອງປະຊຸມສົນທະນາ ດ້ານເສດຖະກິດຂອງໂລກ ຢືນຖ່າຍຮູບຮ່ວມກັນ ໃນກອງປະຊຸມ ສົນທະນາດ້ານເສດຖະກິດ ຂອງໂລກn ໃນວັນພຸດ 12 ກັນຍາ, 2018 .
ທ່ານຫງວຽນ ຊວນຟຸກ (ກາງ) ນາຍົກລັດຖະມົນຕີ ຕຂອງຫວຽດນາມ, ທ່ານ ຫູ ຈຸນຮົວ, ຮອງປະທານປະເທດຈີນ (ຊ້າຍ) ແລະ ທ່ານ ຄລາວສ໌ ສແວັບ ( Klaus Schwab) ປະທານບໍລິຫານ ກອງປະຊຸມສົນທະນາ ດ້ານເສດຖະກິດຂອງໂລກ ຢືນຖ່າຍຮູບຮ່ວມກັນ ໃນກອງປະຊຸມ ສົນທະນາດ້ານເສດຖະກິດ ຂອງໂລກn ໃນວັນພຸດ 12 ກັນຍາ, 2018 .

ຫວຽດນາມ ມີໂອກາດເປັນປະເທດ ຈັດກອງປະຊຸມສົນທະນາດ້ານເສດຖະກິດ
ຂອງໂລກຄັ້ງນຶ່ງ ໃນອາທິດນີ້ ເພື່ອສະແດງໃຫ້ພວກນັກລົງທຶນທີ່ມີຄວາມສົນໃຈ
ເຫັນວ່າ ພວກເຂົາເຈົ້າສາມາດທີ່ຈະສົ່ງສິນຄ້າ ຈາກປະເທດທີ່ມີການຂະຫຍາຍໂຕ
ວ່ອງໄວທີ່ສຸດແຫ່ງນັ້ນ ໄປຍັງຈີນ ຫລືສະຫະລັດໄດ້ ໂດຍປາດສະຈາກການສ່ຽງໄພ
ອັນຕະລາຍ ທີ່ເກີດມາຈາກການຂັດແຍ້ງທາງການຄ້າຢ່າງກ້ວາງຂວາງລະຫວ່າງ
ສະຫະລັດ ແລະຈີນ.

ກອງປະຊຸມປະຈໍາປີທີ່ເລີ້ມຂຶ້ນໃນວັນອັງຄານວານນີ້ ໄປຈົນເຖິງວັນພະຫັດມື້ອື່ນນີ້ ທີ່ຈັດຂຶ້ນໃນນະຄອນຮາໂນ່ຍໃນອາທິດນີ້ ໄດ້ເຮັດໃຫ້ຫວຽດນາມ ສາມາດເຂົ້າເຖິງ
ບໍລິສັດຂ້າມຊາດຫລາຍໆບໍລິສັດ ຊຶ່ງໃນນັ້ນບາງບໍລິສັດກໍບໍ່ໄດ້ເຂົ້າໄປໃນຫວຽດ
ນາມໄດ້ດົນກວ່າທົດສະວັດນຶ່ງແລ້ວ, ອີງຕາມທ່ານເຟຣດເດີຣິກ ເບີກຄ໌ (Frederick
Burke) ຄູ່ຮ່ວມທຸລະກິດຂອງບໍລິສັດກົດໝາຍເບກເກີ ແມັກເຄັນຊີ (Baker
McKenzie) ຢູ່ນະຄອນໂຮ່ຈິມິນ. ຜູ້ແທນປະມານ 1,000 ຄົນ ມີແຜນທີ່ຈະເຂົ້າ
ຮ່ວມກອງປະຊຸມນີ້ ໂດຍສຸມຄວາມສົນໃຈ ໃສ່ເຂດທີ່ກວ້າງໄກໄປກວ່າຫວຽດນາມ ກໍຄືເຂດເອເຊຍຕາເວັນອອກສຽງໃຕ້.

ຫວຽດນາມມອງຫານັກລົງທຶນຕ່າງປະເທດ ໃນດ້ານການຜະລິດສິນຄ້າສົ່ງອອກ
ເພື່ອຮັກສາລະດັບການຂະຫຍາຍໂຕທາງເສດຖະກິດຂອງຕົນໄວ້ໃຫ້ຢູ່ໃນອັດຕາ
6 ຫາ 7 ເປີເຊັນ. ປະເທດດັ່ງກ່າວອາດຈະເຮັດໃຫ້ພວກຜູ້ແທນເຂົ້າຮ່ວມກອງປະ
ຊຸມໃນປີນີ້ເຫັນໄດ້ວ່າພວກນັກລົງທຶນສາມາດທີ່ຈະສົ່ງສິນຄ້າໄປຍັງຈີນແລະສະຫະ
ລັດໄດ້ ໂດຍປາດສະຈາກການມີຜົນກະທົບມາຈາກສົງຄາມການຄ້າລະຫວ່າງສະ
ຫະລັດກັບຈີນ, ອີງຕາມຄໍາເວົ້າຂອງນັກຊ່ຽວຊານ.

ທ່ານເບີກຄ໌ (Burke) ກ່າວວ່າ "ໃນທີ່ສຸດ ກໍແມ່ນເລື້ອງຂອງທຸລະກິດ ແລະກໍການເອົາ
ສ່ວນແບ່ງ ທີ່ໃຫຍ່ຂຶ້ນກວ່າເກົ່າ ໃນເສດຖະກິດຂອງໂລກ ແລະນັ້ນກໍຄື ທຸກສິ່ງ ທຸກຢ່າງ
ທີ່ກໍາລັງເກີດຂຶ້ນຢູ່ໃນເວລານີ້.” ທ່ານເວົ້າອີກວ່າ "ມັນເປັນຄັ້ງ ທໍາອິດ ທີ່ພວກເຮົາ ໄດ້
ເຫັນບໍລິສັດຂ້າມຊາດໃຫຍ່ໆ ມາຮ່ວມກອງປະຊຸມນີ້ຫຼາຍ ແລະເບິ່ງຫວຽດນາມໃນມູູມ
ມອງທີ່ວ່າ ຫວຽດນາມຢູ່ໃນຖານະທີ່ສ້າງຈຸດຕັ້ງຂອງຕົນ ຢູ່ໃນຕ່ອງໂສ້ສະໜອງສິນຄ້າ
ນັ້ນແບບໃດ ໃນຂະນະທີ່ມີການປ່ຽນແປງຂອງກະແສຫລັ່ງໄຫລຂອງສິນຄ້າ ແລະເສດ
ຖະກິດໂລກຢູ່ນີ້."

ກອງປະຊຸມສົນທະນາເສດຖະກິດໂລກຈັດຢູ່ໃນຫວຽດນາມຄັ້ງນີ້ທີ່ລວມມີຜູ້ນໍາມາຈາກ
ກໍາປູເຈຍ, ລາວ, ມາເລເຊຍ, ສິງກະໂປ, ແລະສີລັງກາ, ອິນໂດເນເຊຍຟີລິບປິນ, ແລະ
ມຽນມາ ໄດ້ເນັ້ນເຖິງການສົນທະນາຫາລື ກ່ຽວກັບເລື້ອງພົນລະ ເມືອງທີ່ມີອາຍຸແກ່ຂຶ້ນ, ເສດຖະກິດທີ່ໃຊ້ອິນເຕີແນັດ, ແລະການເຮັດກະສິກໍາ ທີ່ໃຊ້ເທັກໂນໂລຈີສູງ. ມີຜູ້ນໍາ
ບາງທ່ານ ໃນຈໍານວນ 9 ທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມນີ້ ມີກໍານົດຈະຂຶ້ນກ່າວຄໍາ
ປາໄສ ຢູ່ໃນວາລະຕ່າງໆ ຂອງກອງປະຊຸມນີ້.

ກອງປະຊຸມສົນທະນາທີ່ຕັ້ງຂຶ້ນມາໄດ້ 47 ປີແລ້ວນີ້ ແມ່ນສະໜັບສະໜຸນໃຫ້ມີ ການ
ຮ່ວມມືກັນ ລະຫວ່າງລັດຖະບານ ແລະພາກເອກະຊົນ ແລະຫລາຍໆ ຄົນມອງເຫັນວ່າ
ເປັນອົງການຈັດຕັ້ງ ທີ່ສົ່ງເສີມການຄ້າແບບເສລີ ໃນທຸກວັນນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG