ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

English in a minute ບົດທີ 22: What's up? ເປັນຈັ່ງໃດ? ມີຫຍັງເກີດຂຶ້ນ?


English in a Minute: What's Up?
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ

English in a Minute: What's Up?

English in a minute: What's up?

What's up? ເປັນຈັ່ງໃດ? What's up?ເປັນຈັ່ງໃດ? ໄປຈັ່ງໃດ
ມາຈັ່ງໃດ? What's up? ເປັນຈັ່ງໃດ? ມີຫຍັງເກີດຂຶ້ນ?
What's up? ເປັນສຳນວນພາສາອັງກິດອາເມຣິກັນ ທີ່ໃຊ້ທັກ
ທາຍກັນ ລະຫວ່າງໝູ່ຄູ່ເພື່ອນຝູງ ທີ່ຮັກແພງລຶ້ງແກ່ນກັນ ແທນ
ຄຳວ່າ Hello, Good morning, Good afternoonແລະອື່ນໆ.
What's up? ເປັນຄຳທັກທາຍແບບເປັນກັນເອງ, ບໍ່ພິຖີພິຖັນອັນ​ໃດ,
ຈະໃຊ້ຍາມໃດກໍໄດ້, ຈະເປັນກາງເວັນ, ກາງຄືນ, ມື້ເຊົ້າ, ມື້ສວຍ
ຫຼື ຍາມໃດກໍໄດ້. What's up? ເວລາຄົນໃຊ້ຄຳນີ້ທັກທາຍກັນ
ນ້ຳສຽງຂອງມັນ ຈະຊໍ່ສະແດງໃຫ້ເຫັນ ເຖິງຄວາມຕື່ນເຕັ້ນດີໃຈ
ຢູ່ໃນຫັ້ນນຳ.

ໃນລາຍການ English in a minute ທ່ານຊິໄດ້ຍິນຄຳວ່າ
American Englishຢູ່ເລື້ອຍໆ ຊຶ່ງເຮົາແປມັນວ່າ ພາສາ
ອັງກິດອາເມຣິກັນ ຫຼືພາສາອັງກິດແບບອາເມຣິກັນ. ເຮົາເນັ້ນ
ໜັກຄຳນີ້ກໍເພາະວ່າ ພາສາອັງກິດມີຫຼາຍແບບ, ພາ​ສາ​ອັງ​ກິດ
ອາເມຣິກັນ ແປວ່າພາສາອັງກິດ ທີ່ຊາວອາເມຣິກັນໃຊ້ກັນ.
ແບບຄົນອັງກິດຈາກປະເທດອັງກິດ, ແບບຊາວການາດາຈາກ
ປະເທດການາດາ, ແບບຊາວອອສເຕຣເລຍ, ແບບຊາວສກັອຕ
ແລນ ແລະອື່ນໆ. ແຕ່ລະແບບ ຈະມີສຳນຽງແຕກຕ່າງກັນໄປ ຊຶ່ງ
ບາງເທື່ອກໍຟັງແລະເຂົ້າໃຈຍາກ. ນອກຈາກນັ້ນແລ້ວ ສຳນວນ
ຫຼື idioms ແລະຄຳສັບກໍອອກສຽງແລະມີຄວາມໝາຍຕ່າງກັນອີກ.
ຍົກຕົວຢ່າງອັນນຶ່ງກໍຄື ຄຳວ່າ laboratory, laboratory, ຊຶ່ງ
ແປວ່າຫ້ອງທົດລອງວິທະຍາສາດນັ້ນ. ຄຳນີ້ທີ່ອອກສຽງຈັ່ງຊີ້
ໃນພາສາອັງກິດອາເມຣິກັນ ແມ່ນມີຄວາມ ໝາຍອັນດຽວກັນ
​ກັບພາສາອັງກິດອັງກິດ ຫຼືອັງກິດແບບອັງກິດແຕ່ພວກຊາວອັງກິດ
ຊ້ຳພັດພາກັນອອກສຽງວ່າ laboratory, laboratory. ເອົາລະທ່ານ
ຮົາຂໍໂຈະເວົ້າເລື້ອງການອອກສຽງ ຫຼື ຄວາມໝາຍຂອງຄຳສັບໄວ້
ທໍ່ນັ້ນກ່ອນ ເພື່ອເຮົາຈະໄດ້ຫັນກັບຄືນມາຫາສຳນວນພາສາອັງກິດ
ອາເມຣິກັນຄືນໃໝ່.

ເຮົາຂໍເວົ້າຢ້ຳອີກເໜາະທ່ານ ວ່າພາສາອັງກິດທີ່ທ່ານຮຽນຈາກ
ວີໂອເອນີ້ ແມ່ນພາສາອັງກິດອາເມຣິກັນ ຫຼື American
English ບໍ່ແມ່ນພາສາອັງກິດແບບອື່ນ.

ສຳນວນ What's up? ນອກຈາກເຮົາຈະໃຊ້ກັບໝູ່ຄູ່ທີ່ລຶ້ງແກ່ນ
ກັນແລ້ວ ເຮົາກໍຍັງໃຊ້ກັບສະມາຊິກໃນຄອບຄົວຂອງເຮົານຳ ເຊັ່ນ
ເວລາລູກເຕົ້າຂອງເຮົາກັບມາຈາກໂຮງຮຽນ ລົງລັດເມມາ ໜ້າຕາ
ຄືເບິ່ງ​ແລ້ວບໍຄັກປານໃດ, ລາວອາດຈະມີເລື້ອງມາແຕ່ໂຮງຮຽນ
ອາດຈະໄດ້ຄະແນນບໍ່ດີ ຫຼຶຫຍັງກໍແລ້ວແຕ່ ເຮົາກໍຈະຖາມວ່າ
What's up? ຫຼື What's happening? ມີຫຍັງເກີດຂຶ້ນ? ມີເລື້ອງຫຍັງບໍ ?

XS
SM
MD
LG