ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເວເນຊູເອລາ ປະຕິເສດ ຕໍ່ລາຍງານ ກ່ຽວກັບ ຄວາມຜິດພາດ ຂອງ ຈຳນວນ ຜູ້ໄປປ່ອນບັດ


ບັນດາສະມາຊິກສະພາ ທີ່ຕໍ່ຕ້ານລັດຖະບານ ຮ້ອງໂຮວ່າ "ສໍ້ໂກງ" ໃນລະຫວ່າງ ກອງປະຊຸມສະພາແຫ່ງຊາດ ຂອງເວເນຊູເອລາ, ໃນນະຄອນ Caracas, ວັນທີ 2 ສິງຫາ 2017.
ບັນດາສະມາຊິກສະພາ ທີ່ຕໍ່ຕ້ານລັດຖະບານ ຮ້ອງໂຮວ່າ "ສໍ້ໂກງ" ໃນລະຫວ່າງ ກອງປະຊຸມສະພາແຫ່ງຊາດ ຂອງເວເນຊູເອລາ, ໃນນະຄອນ Caracas, ວັນທີ 2 ສິງຫາ 2017.

ປະທານາທິບໍດີ ຂອງເວເນຊູເອລາ ແລະ ຫົວໜ້າການເລືອກຕັ້ງ ໄດ້ປະຕິເສດຕໍ່
ບົດລາຍງານ ທີ່ວ່າ ຈຳນວນຂອງຜູ້ໄປປ່ອນບັດ ໄດ້ຖືກ “ດັດແປງ” ແລະ ເພີ່ມ
ຈຳນວນ​ໃຫ້ສູງຂຶ້ນ ຢ່າງໜ້ອຍ ນຶ່ງລ້ານຄົນ ​ໃນການເລືອກຕັ້ງ ຄັດເລືອກເອົາ
ສະມາຊິກສະພາເພື່ອຂຽນລັດຖະທຳມະນູນຄືນໃໝ່ ທີ່ເປັນບັນຫາໂຕ້ຖຽງກັນນັ້ນ.

ຫົວໜ້າຂອງສະພາການເລືອກຕັ້ງແຫ່ງຊາດ ທ່ານນາງ Tibisay Lucena ໄດ້ກ່າວ
ວ່າ ການກ່າວອ້າງໂດຍ ບໍລິສັດ ເທັກໂນໂລຈີການເລືອກຕັ້ງ ຂອງອັງກິດ ນັ້ນ ແມ່ນ
“ຂາດຄວາມຮັບຜິດຊອບ” ແລະ ທ່ານນາງ ໄດ້ຂົ່ມຂູ່ຈະເລີ່ມດຳເນີນການດ້ານ
ກົດໝາຍ ຕໍ່ບໍລິສັດດັ່ງກ່າວນີ້.

ປະທານ ສະພາການເລືອກຕັ້ງແຫ່ງຊາດ (CNE) ຂອງເວເນຊູເອລາ ທ່ານນາງ Tibisay Lucena ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນ Caracas ຂອງເວເນຊູເອລາ, ວັນທີ 2 ສິງຫາ 2017.
ປະທານ ສະພາການເລືອກຕັ້ງແຫ່ງຊາດ (CNE) ຂອງເວເນຊູເອລາ ທ່ານນາງ Tibisay Lucena ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນ Caracas ຂອງເວເນຊູເອລາ, ວັນທີ 2 ສິງຫາ 2017.

ທ່ານນາງ Lucena ໄດ້ກ່າວວ່າ “ນີ້ແມ່ນຄວາມເຫັນ ທີ່ບໍ່ເຄີຍມີມາກ່ອນ ຈາກບໍລິສັດ
ຊຶ່ງບົດບາດຂອງຕົນ ໃນຂັ້ນຕອນການເລືອກຕັ້ງ ນັ້ນ ແມ່ນພຽງແຕ່ສະໜອງການ
ບໍລິການ ສະເພາະເຈາະຈົງ ແລະ ການສະໜັບສະໜູນໃນດ້ານເທັກນິກ ທີ່ຈະບໍ່
ມີສ່ວນກ່ຽວຂ້ອງ ກັບຜົນທີ່ຈະອອກມາ ເທົ່ານັ້ນ.”

ຫົວໜ້າບໍລິສັດ Smartmatic ຂອງອັງກິດ ທ່ານ Antonio Mugica ໄດ້ກ່າວຢູ່ໃນ
ນະຄອນ ລອນດອນ ເມື່ອວັນພຸດວານນີ້ ວ່າ ເປັນໄປບໍ່ໄດ້ເລີຍວ່າ ຈຳນວນທັງໝົດ ຂອງການລົງຄະແນນສຽງ ທີ່ໄດ້ລາຍງານໄປນັ້ນ ແມ່ນບໍ່ຖືກຕ້ອງ. ແຕ່ຫາກວ່າ
ທ່ານບໍ່ໄດ້ກ່າວວ່າ ການປອມແປງຄະແນນສຽງ ໄດ້ປ່ຽນແປງຜົນທີ່ອອກມາ ຂອງ
ການປ່ອນບັດ ໃນວັນອາທິດຜ່ານມາ ຫຼືບໍ່.

ສັນຍາລັກ ຂອງບໍລິສັດ Smartmatic ສາມາດເຫັນໄດ້ ຢູ່ທີ່ສຳນັກງານຂອງຕົນ ໃນນະຄອນ Caracas ປະເທດ ເວເນຊູເອລາ, ວັນທີ 2 ສິງຫາ 2017.
ສັນຍາລັກ ຂອງບໍລິສັດ Smartmatic ສາມາດເຫັນໄດ້ ຢູ່ທີ່ສຳນັກງານຂອງຕົນ ໃນນະຄອນ Caracas ປະເທດ ເວເນຊູເອລາ, ວັນທີ 2 ສິງຫາ 2017.

ທ່ານ Mugica ໄດ້ກ່າວຕື່ມວ່າ “ອີງຕາມຄວາມຮັດກຸມຂອງລະບົບ ຂອງພວກເຮົາ
ແລ້ວ ພວກເຮົາຮູ້ດີວ່າ ໂດຍປາດສະຈາກຂໍ້ສົງໄສໃດໆເລີຍວ່າ ການເລືອກຕັ້ງ
ສະພານິຕິບັນຍັດລັດຖະທຳມະນູນແຫ່ງຊາດ ເມື່ອບໍ່ດົນມານີ້ ໄດ້ຖືກດັດແປງ. ພວກເຮົາກະປະມານວ່າ ຄວາມແຕກຕ່າງລະຫວ່າງ ການເຂົ້າຮ່ວມປ່ອນບັດຕົວຈິງ
ແລະ ອັນທີ່ໄດ້ຖືກປະກາດອອກໄປ ໂດຍບັນດາເຈົ້າໜ້າທີ່ ແມ່ນມີຢ່າງໜ້ອຍ ໜຶ່ງ
ລ້ານຄົນ.”

ປະທານາທິບໍດີ Nicolas Maduro ໄດ້ກ່າວໃນການ​ໃຫ້ຄຳເຫັນທາງໂທລະພາບ
ວ່າ ທ່ານ Mugica ໄດ້ຖືກກົດດັນ ໂດຍສະຫະລັດ ແລະ ອັງກິດ. ທ່ານຍັງໄດ້ກ່າວ
ຢ້ຳອີກ ເຖິງຈຸດຢືນຂອງລັດຖະບານ ທີ່ວ່າ 8 ລ້ານຄົນ ໄດ້ລົງຄະແນນສຽງ ໂດຍ
ກ່າວຕື່ມວ່າ ການອອກມາປ່ອນບັດ ອາດຈະມີເຖິງ 10 ລ້ານຄົນ ຖ້າຫາກ ພວກຄົນ
ອື່ນໆ ບໍ່ໄດ້ຖືກກີດກັນ ໂດຍພວກປະທ້ວງ. ທ່ານ Maduro ເວົ້າວ່າ “ການເລືອກ
ຕັ້ງນີ້ ຈະບໍ່ສາມາດ ເປັນຮອຍດ່າງໄດ້ ໂດຍຜູ້ໃດ ເພາະວ່າ ມັນເປັນການລົງ ຄະແນນສຽງທີ່ໂປ່ງໃສ.”

ກຸ່ມຝ່າຍຄ້ານ ຊຶ່ງໄດ້ຂວ້ຳບາດ ບໍ່ໄປອອກສຽງ ໄດ້ກ່າວວ່າ ການ​ໄປປອນບັດນັ້ນ
ແມ່ນຕ່ຳກວ່າ 4 ລ້ານຄົນ ແລະ ວ່າ ລາຍງານນີ້ໄດ້ຮັບ​ການຢັ້ງຢືນ ໂດຍລາຍງານ
ຂອງບັນດານັກຂ່າວ ທີ່ວ່າ ໜ່ວຍເລືອກຕັ້ງ ຊາວກວ່າແຫ່ງ ທົ່ວນະຄອນ Caracas
ແມ່ນເກືອບວ່າບໍ່ມີຄົນເລີຍ ໃນວັນອາທິດຜ່ານມາ.

Venezuela Crisis
please wait
Embed

No media source currently available

0:00 0:01:19 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG