ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ຕື່ມ​ຊື່​ພະ​ນັກ​ງານ ສ​ະ​ຫະ​ປະ​ຊ​າ​ຊາດ ຊາວ​ຣັດ​ເຊຍ ເຂົ້າ​ໃນ​ລາຍ​ຊື່​ເນ​ລະ​ເທດ


​ແຟ້ມ - ທຸງ​ຊາດ​ຣັດ​ເຊຍ ປິວ​ສະ​ບັດ​ຢູ່ນອກ​ກົງ​ສຸນ​ໃຫຍ່​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ ທີ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 2 ສິງ​ຫາ 2021.
​ແຟ້ມ - ທຸງ​ຊາດ​ຣັດ​ເຊຍ ປິວ​ສະ​ບັດ​ຢູ່ນອກ​ກົງ​ສຸນ​ໃຫຍ່​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ ທີ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 2 ສິງ​ຫາ 2021.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຕົນ​ໄດ້​ແຈ້ງ​ໃຫ້​ວໍ​ຊິງ​ຕັນ​ຮູ້​ແລ້ວ​ວ່າ ຕົນ​ໄດ້​ຂັບ​ໄລ່​ຊາວ​ຣັດ​ເຊຍ​ຄົນ​ນຶ່ງທີ່​ເຮັດ​ວຽກ​ໃຫ້​ແກ່​ສະ​ຫະ​ປະ​ຊາ​ຊາດ ນຶ່ງມື້​ຫຼັງ​ຈາກ​ສະ​ຫະ​ລັດ ​ກ່າວ​ວ່າ ຕົນ​ໄດ້​ຂັບ​ໄລ່​ນັກ​ການ​ທູດ​ຣັດ​ເຊຍ ສິບ ​ສອງຄົນ ຍ້ອນ​ເປັນ​ສອດ​ແນມ.

ໂຄ​ສົກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ສະ​ເຕ​ຟານ ​ດູ​ຈາ​ຣິກ ກ່າວ​ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດ​ໃຫ້​ການ​ຢືນ​ຢັນ​ວ່າ ​ສຳນັກ​ງານ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ ໄດ້​ແຈ້ງ​ໃຫ້​ຫ້ອງ​ການ​ເລ​ຂາ​ທິ​ການ​ຊາບ ເມື່ອ​ວັນ​ທີ 28 ກຸມ​ພາ ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ ​ທີ່​ຈະ​ເອົາ​ມາດ​ຕະ​ການ ພາຍ​ໃຕ້​ວັກ 13(b) ຂອງ​ຂໍ້​ຕົກ​ລົງ​ ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ເລື້ອງ​ພະ​ນັກ​ງານ​ຂອງກອງ​ເລ​ຂາ. ພວກ​ເຮົາ​ຮູ້​ສຶກ​ເສຍ​ໃຈ​ທີ່​ໄດ້​ພົບ​ຕົນ​ເອງ ຢູ່​ໃນ​ສະ​ຖາ​ນະ​ການ​ແບບນີ້ ແຕ່​ກໍ​ພົວ​ພັນ​ກັບ​ປະ​ເທດ​ເຈົ້າ​ພາບ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນວັກ 13(b).”

ມີ​ການ​ແຈ້ງ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ມື້ດຽວ​ກັນ​ກັບ​ສຳ​ນັກ​ງານຜູ້​ຕາງ​ໜ້າ​ຂອງ​ຣັດ​ເຊຍ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ວ່າ ພວກ​ນັກ​ການ​ທູດ 12 ຄົນ​ ຂອງ​ຣັດ​ເຊ​ຍຖືກ​ປະ​ກາດ​ວ່າ “ເປັນ​ບຸກ​ຄົນ​ທີ່​ບໍ່​ເພິງ​ປາ​ຖະ​ໜາ” ຍ້ອນ​ພົວ​ພັນ ​ໃນ​ການ​ຈາ​ລະ​ກຳ ແລະ​ພວກ​ເຂົາ​ຕ້ອງ​ໄດ້​ອອກ​ຈາກ​ປະ​ເທດ​ພາຍ​ໃນ​ວັນ​ທີ 7 ມີ​ນານີ້.

ທ່ານ​ດູ​ຈາ​ຣິກ ບໍ່​ໄດ້​ໃຫ​ລາຍ​ລະ​ອຽດ​ໃດໆ​ກ່ຽວ​ກັບ​ສ່ວນ​ບຸກ​ຄົນ ຫຼື​ວຽກ​ງານ​ຂອງ​ຜູ້​ກ່ຽວ ຢູ່​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ດູ​ຈາ​ຣິກ​ກ່າວ​ວ່າ “ທີ່​ຈິງ​ແລ້ວ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເວົ້າແລະ​ເຮັດ​ການ​ຕັດ​ສິນນີ້​ແມ່ນ​ຂ້ອນ​ຂ້າງ​ຍາກ​ໜ້​ອຍ​ນຶ່ງ​ທີ່​ຈະ​ເຂົ້າ​ໃຈ ຄື​ວ່າ​ມັນ​ເປັນ​ສະ​ມາ​ຊິກ​ພະ​ນັກ​ງານ​ທີ່ມີ​ກຳ​ນົດຈະ​ສິ້ນ​ສຸດ​ວຽກ​ການ​ຂອງ​ລາ​ວ ແລະ​ໝົດ​ພາ​ລະ​ກິດ​ພາຍ​ໃນ​ວັນ​ທີ 14 ມີ​ນານີ້.”

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ສະ​ຫະ​ລັດປະ​ຈຳ​ສຳ​ນັກ​ງານໃຫຍ່ສະ​ຫະ​ປະ​ຊາ​ຊາດກ່າວ​ຕໍ່​ວີ​ໂອ​ເອ​ກ່ຽວ​ກັບ​ເລື້ອງນີ້​ວ່າ ​ພະ​ນັກ​ງານ​ອົງ​ການ​ສະ​ຫ​ະ​ປະ​ຊາຊາດ​ດັ່ງ​ກ່າວ ຍັງ​ເປັນ “ໜ່ວຍ​ປະ​ຕິ​ບັດ​ງານ​ສືບ​ລັບ​ຂອງ​ຣັດ​ເຊຍ” ແຕ່​ບໍ່​ຍອມ​ເປີດ​ເຜີຍ​ຊື່​ຂອງ​ຜູ້​ກ່ຽວ ຫຼື​ຂໍ້​ມູນ​ໃດໆ​ໃຫ້​ຊາບ. ຍິ່ງ​ໄປ​ກວ່ານັ້ນ ພວກ​ເຂົາ​ຄາດ​ວ່າ ຈະ​ອອກ​ເດີນ​ທາງ​ຈາກ​ສະ​ຫະ​ລັດ​ພາຍ​ໃນ​ວັນ​ທີ 7 ມີ​ນານີ້.

ໃນ​ວັນ​ຈັນ​ຜ່ານ​ມານີ້ ໂຄ​ສົກ​ຂອງ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ ການ​ເອົາ​ມາດ​ຕະ​ການ​ຕໍ່​ນັກ​ການ​ທູດ​ຣັດ​ເຊຍ 12 ຄົນ “ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ມາ​ເປັນ​ເວ​ລາ​ຫຼາຍ​ເດືອນ​ແລ້ວ” ໂດຍ​ກ່າວ​ວ່າ ມັນ​ບໍ່​ໄດ້​ພົວ​ພັນ​ໂດຍ​ກົງ​ກັບ​ຄວາມ​ເຄັ່ງ​ຕຶງ​ທີ່​ເກີດ​ຂຶ້ນ​ໃນ​ເວ​ລານີ້ ລະ​ຫວ່າງ​ມົ​ສ​ກູ​ແລະ​ວໍ​ຊິງ​ຕັນ ກ່ຽວ​ກັບ​ການ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG