ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສົ່ງໜ່ວຍໂຈມຕີໄປ ເກົາຫຼີເໜືອ ສ້າງຄວາມສົງໄສ ໃຫ້ພັນທະມິດ ແລະ ສັດຕູ


ກຳປັ່ນບັນທຸກເຮືອບິນ USS Carl Vinson ຈອດຢູ່ທະເລໃນ ຮົງກົງ. 27 ທັນວາ, 2011.
ກຳປັ່ນບັນທຸກເຮືອບິນ USS Carl Vinson ຈອດຢູ່ທະເລໃນ ຮົງກົງ. 27 ທັນວາ, 2011.

ດ້ວຍການສົ່ງກອງກຳລັງໂຈມຕີຂອງກອງທັບເຮືອ ສະຫະລັດ ໄປໜ່ານນໍ້າ ໃກ້ກັບ ເກົາຫຼີ
ເໜືອ ນັ້ນ, ປະທານາທິບໍດີທ່ານ ດໍໂນລ ທຣຳ ແມ່ນກຳລັງສ້າງຄວາມເປັນຫ່ວງວ່າ ທ່ານ
ໄດ້ກຽມພ້ອມທີ່ຈະສ້າງຜົນປະໂຫຍດຂອງ ອາເມຣິກາ ເປັນເລື່ອງສຳຄັນກວ່າບັນດາພັນ
ທະມິດທີ່ຢູ່ໃນພາກພື້ນນັ້ນ ຫຼື ບໍ່.

ການຂົ່ມຂູ່ໃຊ້ກຳລັງຕໍ່ ເກົາຫຼີເໜືອ ໄດ້ສ້າງຄວາມເຊື່ອຖືຄັ້ງໃໝ່ ຫຼັງຈາກ ສະຫະລັດ ໄດ້
ໂຈມຕີ ຊີເຣຍ ທາງອາກາດສຳລັບການໃຊ້ອາວຸດເຄມີກັບປະຊາຊົນຂອງຕົນເອງ. ລັດຖະ
ມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວວ່າ ການໂຈມຕີທາງທະ
ຫານຕໍ່ ຊີເຣຍ ເປັນຄຳເຕືອນໃຫ້ປະເທດອື່ນໆ ລວມທັງ ເກົາຫຼີເໜືອນຳ ທີ່ “ເບິ່ງຄືວ່າ ຈະຖືກຕອບໂຕ້ແບບດຽວກັນ” ຖ້າພວກເຂົາສ້າງອັນຕະລາຍ.

ຜູ້ຫຼົບໜີອອກຈາກ ເກົາຫຼີເໜືອ ແລະ ນັກວິເຄາະ ທ່ານ Anh Chan-il ຈາກສະຖາບັນ
ໂລກ ສຳລັບການສຶກສາ ກ່ຽວກັບ ເກົາຫຼີເໜືອ ກ່າວວ່າ “ຂ້າພະເຈົ້າຄິດວ່າ ທ່ານ Kim
Jong Un ຢ້ານ ບໍ່ຢາກເຫັນສະຖະນະການດັ່ງກ່າວ.”

ກອງບັນຊາການມະຫາສະໝຸດປາຊີຟິກ ສະຫະລັດ ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ສັ່ງ
ໜ່ວຍໂຈມຕີກອງທັບເຮືອ USS Carl Vinson, ເຊິ່ງເປັນກຳປັ່ນບັນທຸກເຮືອບິນພະລັງ
ງານນິວເຄລຍ ແລະ ກຳປັ່ນທີ່ເດີນທາງພ້ອມກັນ, ລວມທັງລະບົບທຳລາຍລູກສອນໄຟ
ນຳວິຖີ ແລະ ຝູງເຮືອບິນ, ໃຫ້ເດີນທາງໄປແຫຼມ ເກົາຫຼີ ວ່າ “ມາດຕະການຮອບຄອບ”, ໂດຍອ້າງເຖິງການເກາະຜິດທີ່ໃຊ້ລະເບີດນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ທີ່ບໍ່
ໃຊ້ຫົວຄິດ, ບໍ່ມີຄວາມຮັບຜິດຊອບ, ແລະ ສ້າງຄວາມບໍ່ໝັ້ນຄົງຂອງ ພຽງຢາງ.

ໂຄສົກກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ທ່ານ Moon Sang-kyun ໄດ້ກ່າວໃນວັນ
ຈັນມື້ນີ້ວ່າ ການສົ່ງໜ່ວຍໂຈມຕີ Carl Vinson ໄປພາກພື້ນດັ່ງກ່າວ ແມ່ນການປ້ອງກັນ
ທີ່ມີຄວາມຈຳເປັນຢ່າງຍິ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG