ປະທານາທິບໍດີ ດໍໂນລ ທຣຳ ແລະ ຮອງປະທານາທິບໍດີ ໂຈ ໄບເດັນ
ປະທານາທິບໍດີ ດໍໂນລ ທຣຳ ແລະ ຮອງປະທານາທິບໍດີ ໂຈ ໄບເດັນ

3 ລັດໄດ້ປິດໜ່ວຍເລືອກຕັ້ງ ຄື ລັດເວີມອນ ອິນເດຍນາ ແລະເຄັນທັກກີ ແລະຄະແນນສຽງໄດ້ຖືກນັບອອກມາແລ້ວ ຄື ດັ່ງນີ້ ທ່ານທຣຳ ໄດ້ຄະແນນຈາກຜູ້ແທນ ຂອງລັດອິນເດຍນາ 11 ຄະແນນ ແລະລັດເຄັນທັກກີ 8 ຄະແນນ ລວມແລ້ວ ທ່ານມີຄະແນນຢູ່ 19 ຄະແນນຈາກຜູ້ແທນ ສ່ວນ ທ່ານໄບເດັນ ໄດ້ຄະແນນຈາກຜູ້ແທນ 3 ຄະແນນ ຈາກລັດເວີມອນ ຊຶ່ງເປັນລັດທຳອິດທີ່ປິດໜ່ວຍເລືອກຕັ້ງກ່ອນໝູ່. ລັດອິນເດຍນາ ແລະເຄັນທັກກີ ສ່ວນໃຫຍ່ສະໜັບສະໜູນພັກຣີພັບບລີກັນ ແລະລັດເວີມອນ ສະໜັບສະໜຸນພັກເດໂມແຄຣັດຕະຫຼອດມາ.

ການໂຄສະນາຫາສຽງໄດ້ມ້ວຍທ້າຍລົງໃນມື້ສຸດທ້າຍ ຂອງວັນເລືອກຕັ້ງ ທີ 3 ພະຈິກ ຊຶ່ງປະທານາທິບໍດີ ດໍໂນລ ທຣຳ ແລະຄູ່ແຂ່ງ ອະດີດຮອງ ປະທານາທິບໍດີ ໂຈ ໄບເດັນ ຕ່າງກໍໄປຫາສຽງຢູ່ໃນລັດເພັນຊີລເວເນຍ.

ປະທານາທິບໍດີ ດໍໂນລ ທຣຳ ໂຄສະນາຫາສຽງຈົນນາທີສຸດທ້າຍ ໃນວັນເລືອກຕັ້ງ ໃນລັດເພັນຊີລເວເນຍ
ປະທານາທິບໍດີ ດໍໂນລ ທຣຳ ໂຄສະນາຫາສຽງຈົນນາທີສຸດທ້າຍ ໃນວັນເລືອກຕັ້ງ ໃນລັດເພັນຊີລເວເນຍ

ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໂຄສະນາຫາສຽງຈົນເຖິງນາທີສຸດທ້າຍເຊັ່ນກັນ ໃນລັດເພັນຊີລເວເນຍ
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໂຄສະນາຫາສຽງຈົນເຖິງນາທີສຸດທ້າຍເຊັ່ນກັນ ໃນລັດເພັນຊີລເວເນຍ

TRUMP AND BIDEN
TRUMP AND BIDEN

ຕິດຕາມລາຍງານ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ສະຫະລັດ 2020 ໃນວັນທີ 4 ພະຈິກ ນີ້ ເວລາ 8 ໂມງເຊົ້າຕາມເວລາ ໃນເມືອງລາວ