ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ຈີນ ຈະ​ເລີ້ມ​ການ​ເຈ​ລະ​ຈາ ກ່ຽວ​ກັບ​ຢາ​ເຟັນ​ຕ​າ​ນອ​ລ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈັດ​ປະ​ຊຸມ​ກ່ຽວ​ກັບ​ການ​ຫຼັ່ງ​ໄຫຼ​ຂອງ​ຢາ​ເສບ​ຕິດ​ເຟັນ​ຕານອ​ລ​ ເຂົ້າ​ມາ​ໃນ​ສະ​ຫະ​ລັດ ທີ່​ຫ້ອງ​ຣູ​ສ​ແວ​ລ​ທ໌ ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 21 ພະ​ຈິກ 2023.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈັດ​ປະ​ຊຸມ​ກ່ຽວ​ກັບ​ການ​ຫຼັ່ງ​ໄຫຼ​ຂອງ​ຢາ​ເສບ​ຕິດ​ເຟັນ​ຕານອ​ລ​ ເຂົ້າ​ມາ​ໃນ​ສະ​ຫະ​ລັດ ທີ່​ຫ້ອງ​ຣູ​ສ​ແວ​ລ​ທ໌ ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 21 ພະ​ຈິກ 2023.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ແລະ​ຈີນ ຈະ​ເຈ​ລະ​ຈາຫາ​ລື ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ການ​ສະ​ໜອງ​ຢາ​ເຟັນ​ຕານອ​ລ ແລະ​ສານ​ເຄ​ມີ​ຕົ້ນ ໃນ​ຂະ​ນະ​ທີ່​ພວກ​ທ່ານ​ພົບ​ປະ​ກັນ​ທີ່​ປັກ​ກິ່ງ​ໃນ​ວັນ​ອັງ​ຄານມື້​ອື່ນນີ້.

​ຄະ​ນະ​ເຮັດ​ວຽກ​ຕໍ່​ຕ້ານ​ຢາ​ເສບ​ຕິດ ຂອງ​ສະ​ຫະ​ລັດ ແລະ ສ​ປ ຈີນ ມີ​ຂຶ້ນ​ຫຼັງ​ຈາກ​ໄດ້​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ ຫຼັງ​ຈາກ​ໄດ້​ມີ​ການ​ພົບ​ປະ​ກັນ​ໃນ​ເດືອນ​ພະ​ຈິກ​ທ້າຍ​ປີ​ກາຍ ລະ​ຫວ່າງປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ຂອ​ງ​ລັດ​ຖະ​ບານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຈີນ​ໄດ້​ເລີ້ມ​ດຳ​ເນີນ​ມາດ​ຕະ​ການ​ແລ້ວ ຕໍ່​ພວກ​ສະ​ໜອງ​ຢາ​ ທີ່​ເຮັດ​ຈາກ​ສານ​ສັງ​ເຄາະ​ແ​ລະ​ສານ​ເຄ​ມີ​ຕົ້ນຢູ່​ຈີນ ຮວມ​ທັງ​ການ​ປິດ​ບໍ​ລິ​ສັດ​ຈຳ​ນວນ​ນຶ່ງ ​ແລະ​ສະ​ກັດ​ກັ້ນການ​ຈ່າຍ​ເງິນ​ລະ​ຫວ່າງ​ປະ​ເທດ.

“ພວກ​ເຮົາ​ພວມມອງ​ເຫັນ​ການ​ຫຼຸດ​ລົງ​ຂອງ​ຂະ​ໜາດ​ສານ​ເຄ​ມີ​ຕົ້ນຢູ່​ຕາມ​ສະ​ໜາມ​ບິນ​ຈຳ​ນວນ​ນຶ່ງ​ຂອງ​ສະ​ຫະ​ລັດ” ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ກ່າວ. “ຂ້າ​ພະ​ເຈົ້າ​ຄິດ​ວ່າລັກ​ສະ​ນະ​ຂອງ​ການ​ຄ້າ​ຢາ​ເສບ​ຕິດ​ ໝາຍ​ຄວາມ​ວ່າ ພວກ​ເຮົາ​ຈະ​ບໍ່​ສາ​ມາດ​ຢຸດ​ເຊົາ​ໂດຍອາ​ໄສ​ແຕ່​ການ​ປະ​ບັດ​ງານ​ເຫຼົ່າ​ນີ້ ທີ່​ມີ​ຂຶ້ນ​ຫຼັງ​ຈາກ​ກອງ​ປະ​ຊຸມ​ສຸດຍອດ.

ວໍ​ຊິງ​ຕັນ​ຫວັງ​ວ່າ ຢາກ​ໃຫ້​ຈີນ​ຮ່ວມ​ມືກັບ​ບັນ​ດາ​ບໍ​ລິ​ສັດ​ທີ່​ຜະ​ລິດ​ສານ​ເຄ​ມີ​ຕົ້ນ​ເພື່ອ​ເຮັດ​ຢາ​ເຟັນ​ຕານອ​ລ ຊຶ່ງ​ເປັນ​ສານ​ສັງ​ເຄາະ​ຂອງ​ຢາ​ຝິ່ນ ​ທີ່​ຮ້າຍ​ແຮງກວ່າ​ເຮ​ໂຣ​ອີນ​ຫຼາຍ​ເທົ່າ ແລະ​ຕັດ​ການ​ເງິນ​ໃນ​ການ​ຄ້າ​ຂາຍ​ຢາ​ເສ​ບ​ຕິດ​ດັ່ງ​ກ່າວ.

ຄະ​ນະ​ເຮັດ​ວຽກ​ດັ່ງ​ກ່າວ​ ຈະ​ອະ​ນຸ​ຍາດ​ໃຫ້​ສະ​ຫະ​ລັດ​ແລະ​ຈີນ ສືບ​ຕໍ່​ການ​ປະ​ສານ​ງານ​ກັນໃນ​ຂະ​ນະ​ທີ່​ການ​ຄ້າຢ​າ​ເສບ​ຕິດ​ຍັງ​ດຳ​ເນີນ​ຕໍ່​ໄປ ເຈົ້າ​ໜ້າ​ທີ່​ກ່າວ.

ອ່ານ​ຂ່າວນີ້​ຕ​ື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG