ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຂູ່ວ່າ ຈະທໍາການລົງໂທດ ຖ້າສານອາຍາ ສາກົນ ສອບສວນ ຕົນ ໃນຂໍ້ກ່າວຫາວ່າ ມີ ສ່ວນກ່ຽວຂ້ອງ ກັບ ການກໍ່ ອາຊະຍາກຳ ສົງຄາມ ໃນ ອັຟການິສຖານ


ທ່ານ ຈອລ ໂບລຕັນ (John Bolton) ຜູ້ຊີ້ນຳດ້ານ ຄວາມປອດ
ໄພແຫ່ງຊາດ ສະຫະລັດ ເວົ້າກ່ຽວກັບຄວາມປອດໄພ ໃນການ
ເລືອກຕັ້ງ ຢູ່ທໍານຽບຂາວ ໃນວັນທີ 2 ສິງຫາ, 2018.
ທ່ານ ຈອລ ໂບລຕັນ (John Bolton) ຜູ້ຊີ້ນຳດ້ານ ຄວາມປອດ ໄພແຫ່ງຊາດ ສະຫະລັດ ເວົ້າກ່ຽວກັບຄວາມປອດໄພ ໃນການ ເລືອກຕັ້ງ ຢູ່ທໍານຽບຂາວ ໃນວັນທີ 2 ສິງຫາ, 2018.

ລັດຖະບານທ່ານ ທຣຳ ມີກຳນົດວ່າ ຈະຂົ່ມຂູ່ວາງມາດຕະການລົງໂທດໃນວັນຈັນມື້ນີ້ ຖ້າສານອາຍາສາກົນໃນນະຄອນ ເຮັກ ດຳເນີນການສືບສວນສອບສວນ ໃນການກ່າວ
ຫາ ກ່ຽວກັບອາຊະຍາກຳສົງຄາມໂດຍກອງທັບ ແລະ ເຈົ້າໜ້າທີ່ສືບລັບ ສະຫະລັດ
ໃນປະເທດ ອັຟການິສຖານ.

ຮ່າງຄຳປາໄສສະບັບນຶ່ງທີ່ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານ ຈອລ
ໂບລຕັນ (John Bolton) ມີກຳນົດວ່າຈະກ່າວຕໍ່ອົງການຫົວອະນຸລັກນິຍົມ Federalist
Society ໃນນະຄອນຫຼວງ ວໍຊິງຕັນ ນັ້ນ ໄດ້ເອົາທ່າທີຢືນຢັດທີ່ເຂັ້ມແຂງຕໍ່ສານດັ່ງກ່າວ.
ຮ່າງທີ່ວ່ານັ້ນ ໄດ້ເວົ້າວ່າ ສານ ICC ບໍ່ຄວນທຳການຕັດສິນຜູ້ຄົນຈາກ ສະຫະລັດ ຫຼື
ປະເທດອື່ນໆ ທີ່ບໍ່ໄດ້ໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາ ທີ່ໄດ້ສ້າງຕັ້ງສານຂຶ້ນ.

ສານ ICC ໄດ້ເລີ່ມປະຕິບັດການໃນປີ 2002 ແລະ ໄດ້ຖືກອອກແບບມາໃຫ້ຢູ່ຢ່າງຖາ
ວອນ ແລະ ປາສະຈາກການມີສ່ວນຮ່ວມ ຂອງລັດຖະ ບານຂອງປະເທດຕ່າງໆ ໃນ
ເວລາທີ່ເຂົາເຈົ້າສືບສວນສອບສວນການກໍ່ອາສະຍາກຳສົງຄາມຕ່າງໆ, ອາຊະຍາກຳ
ຕໍ່ມວນມະນຸດ ແລະ ການຂ້າລ້າງເຜົ່າພັນ.

ຮ່າງຂໍ້ຄວາມຂອງທ່ານ ໂບລຕັນ ກ່າວວ່າ ສະຫະລັດ ຈະບໍ່ຮ່ວມມືກັບອົງການ ICC,
ແລະວ່າ ຖ້າເຂົາເຈົ້າສືບສວນສອບສວນການປະຕິບັດງານຂອງສະຫະລັດ ໃນອັຟກາ
ນິສຖານ, ລັດຖະບານທ່ານ ທຣຳ ຈະພິຈາລະນາການຫ້າມເດີນທາງ, ການຍຶດຊັບສິນ
ແລະ ມີຄວາມເປັນໄປໄດ້ ທີ່ຈະຖືກລົງໂທດຢູ່ສານ ສະຫະລັດ ສຳລັບບັນດາຜູ້ພິພາກ
ສາ ແລະ ໄອຍະການຄົນອື່ນໆທີ່ມີສ່ວນຮ່ວມໃນການສອບສວນນັ້ນ.

ປີກາຍນີ້, ໄອຍະການສານ ICC ທ່ານ ຟາທູ ເບັນຊູດາ (Fatou Bensouda) ໄດ້ຂໍ
ອຳນາດຕຸລາການ ເພື່ອສືບສວນການກ່າວຫາກ່ຽວກັບການກະທຳຜິດຂອງສະມາຊິກ
ກອງທັບສະຫະລັດ ແລະ ອົງການສູນກາງສືບລັບ.

ການກ່າວຫາ ກ່ຽວກັບ ອາຊະຍາກຳສົງຄາມປະກອບມີລາຍງານຕ່າງໆ ຈາກສະຖານ
ທີ່ກັກຂັງລັບໃນປະເທດອັຟການິສຖານ ແລະ ຢູ່ເຂດແດນຂອງປະເທດ ອື່ນໆ ຜູ້ທີ່ເປັນ
ພາຄີຂອງສານ ICC, ໂດຍສະເພາະໃນລະຫວ່າງປີ 2003-2004.

ທຳນຽບຫ້າແຈ ໄດ້ຄັດຄ້ານການສອບສວນທີ່ອາດມີຂຶ້ນນັ້ນ ແລະ ໄດ້ກ່າວວ່າ ເຂົາ
ເຈົ້າໄດ້ເຮັດເພື່ອປະຕິບັດຕາມກົດໝາຍຂອງສົງຄາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG