ບັນດາເຈົ້າໜ້າທີ່ ຢູເຄຣນ ກ່າວໃນວັນອັງຄານມື້ນີ້ວ່າ ການໂຈມຕີດ້ວຍໂດຣນຂອງ ຣັດເຊຍ ເມື່ອຂ້າມຄືນທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຕໍ່ເຮືອນ ແລະ ຕຶກອາຄານອື່ນໆໃນຫຼາຍພາກພື້ນ.
ກອງທັບຂອງ ຢູເຄຣນ ກ່າວວ່າ ລະບົບປ້ອງກັນອາກາດຂອງເຂົາເຈົ້າໄດ້ຍິງໂດຣນ 37 ຈາກ 65 ລຳຕົກ ທີ່ກອງກຳລັງ ຣັດເຊຍ ໄດ້ສົ່ງເຂົ້າໄປໃນການໂຈມຕີ, ດ້ວຍການສະກັດກັ້ນເກີດຂຶ້ນໃນພາກພື້ນ ເຊີກາຊີ, ເຊີນີຮິບ, ກີຢິບ, ໂປລຕາວາ ແລະ ຊູມີ.
ຫ້ອງການກອງທັບພາກພື້ນ ຊູມີ ກ່າວວ່າ ການໂຈມຕີໄດ້ສ້າງຄວາມເສຍຫາຍຕໍ່ເຮືອນ 8 ຫຼັງ ແລະ ໂຮງຮຽນຫຼັງນຶ່ງໃນພາກພື້ນ.
ຜູ້ປົກຄອງພາກພື້ນ ເຊີກາຊີ ທ່ານ ອີຮໍ ທາບູເຣັດສ໌ ໄດ້ກ່າວໃນ Telegram ວ່າ ຊາກຫັກພັງຈາກໂດຣນທີ່ຖືກທຳລາຍໄດ້ກໍ່ໃຫ້ເກີດໄຟໄໝ້ຢູ່ສະຖານທີ່ທຸລະກິດສາມແຫ່ງ.
ໃນພາກພື້ນ ກີຢິບ, ບັນດາເຈົ້າໜ້າທີ່ກ່າວວ່າ ຊາກໂດຣນທີ່ຕົກລົງມາໄດ້ສ້າງຄວາມເສຍຫາຍໃຫ້ໂຮງຮຽນຫຼາຍຫຼັງ ແລະ ສະຖານພະຍາບານຫຼັງນຶ່ງ.
ກະຊວງປ້ອງກັນປະເທດຂອງ ຣັດເຊຍ ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ລະບົບປ້ອງກັນອາກາດຂອງພວກເຂົາ ໄດ້ທຳລາຍລູກສອນໄຟນຳວິຖີຂອງ ຢູເຄຣນ ລູກນຶ່ງຢູ່ເໜືອທະເລ ອາຊອຟ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນຈັນວານນີ້ວ່າ ມີຄວາມເປັນໄປໄດ້ທີ່ທ່ານອາດສົນໃຈໃນການສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ຢູເຄຣນ ໃນການແລກປ່ຽນກັບການເຂົ້າຫາແຮ່ຫາຍາກຂອງ ຢູເຄຣນ.
ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທຳນຽບຂາວວ່າ “ພວກເຮົາໃຊ້ເງິນຫຼາຍຮ້ອຍຕື້ໂດລາ. ເຂົາເຈົ້າມີແຮ່ຫາຍາກທີ່ດີຫຼາຍ. ແລະ ຂ້ອຍຢາກໄດ້ຄວາມໝັ້ນຄົງຂອງແຮ່ຫາຍາກ, ແລະ ເຂົາເຈົ້າກໍຍິນດີທີ່ຈະເຮັດ.”
ແຮ່ຫາຍາກໃນ ຢູເຄຣນ ລວມມີ ລິທຽມ ແລະ ໄທເທນຽມ. ມັນມີຄວາມສຳຄັນສຳລັບຜະລິດຕະພັນເທັກໂທໂນຈີລະດັບສູງທີ່ທັນສະໄໝຫຼາຍຢ່າງ.
ໃນການກ່າວຖະແຫລງປະຈຳວັນໃນວັນຈັນວານນີ້ ກ່ອນໜ້າການປະກາດຂອງທ່ານທຣຳ, ປະທານາທິບໍດີ ຂອງຢູເຄຣນ ໄດ້ເນັ້ນຢ້ຳວ່າ ປະເທດຈຳເປັນຕ້ອງປ້ອງກັນຕົນເອງ ຕໍ່ການໂຈມຕີຢ່າງຕໍ່ເນື່ອງຂອງຣັດເຊຍ. ທ່ານໄດ້ກ່າວວ່າ ຮັດເຊຍ ແມ່ນ “ເພັ່ງເລັງຕົ້ນຕໍ” ໃສ່ພາກພະລັງງານຂອງຢູເຄຣນ.
ອ່ານຂ່າວນີ້ເປັນພາສາອັງກິດ
Ukrainian officials said Tuesday that Russian drone attacks overnight damaged houses and other buildings in multiple regions.
Ukraine’s military said its air defenses shot down 37 of the 65 drones that Russian forces launched in the attacks, with intercepts taking place in the Cherkasy, Chernihiv, Kyiv, Poltava and Sumy regions.
The Sumy Regional Military Administration said the attacks damaged eight houses and a school in the region.
Cherkasy Governor Ihor Taburets said on Telegram that debris from destroyed drones caused fires at three businesses.
In Kyiv, officials said falling drone debris damaged several schools and a clinic.
Russia’s Defense Ministry said Tuesday its air defenses destroyed a Ukrainian guided missile over the Sea of Azov.
U.S. President Donald Trump said Monday he possibly would be interested in continuing U.S. aid to Ukraine in exchange for access to Ukraine’s rare earth minerals.
“We’re putting in hundreds of billions of dollars. They have great rare earth. And I want security of the rare earth, and they’re willing to do it,” Trump told reporters at the White House.
Rare earth minerals like those in Ukraine include lithium and titanium. They are essential for an array of modern high-tech products.
ຟໍຣັມສະແດງຄວາມຄິດເຫັນ