ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດ​ເຊຍ ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ ​ບໍ​ລິ​ເວນໃກ້ໆ​ກັບສະ​ໜາມ​ບິນ​ເມືອງ​ລີ​ວິບ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ


ແປວ​ຄວັນ​ພຸ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ ຫຼັງ​ຈາກ​ໄດ້​ເກີດ​ລະ​ເບີດ ທີ່​ເມືອງ​ລີວ​ວິບ ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ ໃນ​ວັນ​ທີ 18 ມີ​ນາ 2022.
ແປວ​ຄວັນ​ພຸ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ ຫຼັງ​ຈາກ​ໄດ້​ເກີດ​ລະ​ເບີດ ທີ່​ເມືອງ​ລີວ​ວິບ ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ ໃນ​ວັນ​ທີ 18 ມີ​ນາ 2022.

ຣັດ​ເຊຍ​ໄດ້​ທຳ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໃສ່​ບໍ​ລິ​ເວນ​ໃກ້ໆ​ສະ​ໜາມ​ບິນເມືອງ​ລີ​ວິບ​ທີ່​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຢູ​ເຄ​ຣນ​ໃນ​ວັນ​ສຸກມື້ນີ້. ຍັງ​ບໍ່​ທັນ​ໄດ້​ຮັບ​ລາຍ​ງາ​ນ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ບາດ​ເຈັບ​ລົ້ມ​ຕາຍໃນ​ເວ​ລານີ້​ເທື່ອ.

ສະ​ໜາມ​ບິນ ແນວ​ໃດ​ກໍ​ຕາມ ບໍ່​ໄດ້​ຖືກ​ໂຈມ​ຕີ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້ ທີ່​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ເມືອງລີ​ວິບ ທ່ານ​ແອນ​ດ​ຣີ ຊາ​ໂດ​ວີ.

ແປວ​ຄວັນ​ຂະ​ໜາດ​ໃຫຍ່​ສາ​ມາດ​ແນມ​ເຫັນ​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ສະ​ໜາມ​ບິນ.

ໃນ​ຂະ​ນະ​ດຽວ​ກັນ ທີ່​ເມືອງ​ມາ​ຣີ​ອູ​ໂປ​ລ ພວກ​ທີ່​ລອດ​ຊີ​ວິດ​ມາ​ໄດ້​ ຈາກ​ການ​ຍິງ​ໂຈມ​ຕີດ້ວຍ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ ໃສ່​ໂຮງ​ລະ​ຄອນ​ໃນ​ເມືອງ​ດັ່ງ​ກ່າວ​ເມື່ອວັນ​ພຸດ​ແລ້ວ ເລີ້ມ​ພາ​ກັນ​ອອກ​ມາຈາກ​ບ່ອນ​ຫຼົບ​ລີ້.

ຫລາຍ​ຮ້ອຍ​ຄົນ ຮວມ​ທັງ​ເດັກ​ນ້ອຍ​ຈຳ​ນວນ​ນຶ່ງ ເຊື່ອ​ວ່າໄດ້​ພາ​ກັນ​ເຂົ້າ​ໄປ​ຫຼົບ​ໄພໃນ​ໂຮງ​ລະ​ຄອນ​ດັ່ງ​ກ່າວ.

ຮູບ​ພາບ​ຈາກ​ດາວ​ທຽມ​ ຂອງ​ໂຮງ​ລະ​ຄອນ ທີ່​ຖືກ​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ບໍ​ລິ​ສັດ​ເທັກໂນ​ໂລ​ຈີ​ອະ​ວະ​ກາດ ​ແມັກ​ຊາ (Maxar) ສະ​ແດງ​ໃຫ້​ເຫັນ​ຄຳ​ເວົ້າທີ່​ຂຽນເປັນ​ພາ​ສາ​ຣັດ​ເຊຍ​ວ່າ “ເດັກ​ນ້ອຍ” ໃສ່ທາງ​ຍ່າງ​ຢູ່ນອກ​ໂຮງ​ລະ​ຄອນ ຊຶ່ງຫຼ້າ​ສຸດ​ແມ່ນ​ໃນ​ມື້​ວັນ​ຈັນ​ທີ່​ຜ່ານ​ມານີ້.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ຜູ້​ລອດ​ຊີ​ວິດ​ມາ​ໄດ້ ຈາກ​ການ​ໂຈມ​ຕີ​ດັ່ງ​ກ່າວນີ້ ​ຈັກ​ຄົນ.

ທະ​ຫານ​ຢູ​ເຄ​ຣນ​ຍາມ​ທີ່​ໝັ້ນ​ຂອງ​ພວກ​ເຂົາ​ເຈົ້າ ໃກ້ໆ​ເມືອງ​ໂບ​ຣ​ວາ​ຣີ ທີ່​ຕັ້ງ​ຢູ່​ທາງ​ທິດ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 17 ມີ​ນາ 2022.
ທະ​ຫານ​ຢູ​ເຄ​ຣນ​ຍາມ​ທີ່​ໝັ້ນ​ຂອງ​ພວກ​ເຂົາ​ເຈົ້າ ໃກ້ໆ​ເມືອງ​ໂບ​ຣ​ວາ​ຣີ ທີ່​ຕັ້ງ​ຢູ່​ທາງ​ທິດ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 17 ມີ​ນາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ມີ​ກຳ​ນົດ​ທີ່​ຈະ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ແບບ​ບໍ່​ຄ່ອຍ​ເຫັນ​ກັນ ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໃນ​ວັນ​ສຸກ ມື້ນີ້, ໃນ​ການ​ສົນ​ທະ​ນາ​ຫາ​ລື​ໃນ​ລະ​ດັບ​ສູງ ຂະ​ນະ​ທີ່​ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ​ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ ຮ້ອງ​ຂໍ​ໃຫ້​ໂລກ​ຊ່ວຍ​ເຫຼືອເພື່ອ​ຕໍ່​ສູ້​ຕ້ານ​ການ​ຮຸກຮານ​ເປັນ​ເວ​ລາ 3 ອາ​ທິດ​ຂອງ​ຣັດ​ເຊຍນັ້ນ.

ຈີນ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ຫຼາຍ​ຂຶ້ນ ໃນ​ບັນ​ຫາ​ຂັດ​ແຍ້ງ​ດັ່ງ​ກ່າວ ທ່າມ​ກາງ​ທີ່​ມີ​ລາຍ​ງານ​ວ່າ ຣັດ​ເຊຍ​ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທະ​ຫານ​ຈາກ​ຈີນ. ສະ​ຫະ​ລັດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທະ​ຫານ​ແກ່​ຢູ​ເຄ​ຣນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຊຶ່ງ​ໃນ​ອາ​ທິດນີ້ ລັດ​ຖະ​ບານທ່ານ​ໄບ​ເດັນກໍໄດ້​ອະ​ນຸ​ມັດ​ການ​ຊ່ວຍ​ເຫຼືອ​ເພີ້​ມ​ຕື່ມ​ໃນ​ດ້ານ​ປ້ອງ​ກັນປະ​ເທດ 800 ລ້ານ​ໂດລາ​ແກ່​ຢູ​ເຄ​ຣນ.

ທ່ານ​ນາງ​ເຈັນ ຊາ​ກີ ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ເປັນ​ພັ​ນ​ທະຂອງ​ຈີນ​ກັບ​ຣັດ​ເຊຍ ແລະ​ອາດ​ມີ​ຄວາມ​ຄຸມ​ເຄືອ​ແລະ​ຜົນ​ທີ່​ຕິດ​ຕາມ​ມາ​ກັບ​ເລື້ອງ
ດັ່ງ​ກ່າວ.”

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG