ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ແລະ ທ່ານເອີດວນ ຫຼີກລ່ຽງ ການບໍ່ລົງລອຍກັນ ເລື່ອງຊາວເຄີດ


ປະທານາທິບໍດີທຣຳ ຍື່ນມືອອກໄປຈັບ ກັບປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ໃນຫ້ອງ Roosevelt ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ພຶດສະພາ 2017 ບ່ອນທີ່ພວກເພິ່ນ ໄດ້ຖະແຫລງຂ່າວຮ່ວມກັນ.
ປະທານາທິບໍດີທຣຳ ຍື່ນມືອອກໄປຈັບ ກັບປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ໃນຫ້ອງ Roosevelt ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ພຶດສະພາ 2017 ບ່ອນທີ່ພວກເພິ່ນ ໄດ້ຖະແຫລງຂ່າວຮ່ວມກັນ.

ຫຼັງຈາກ ໄດ້ເຂົ້າຮ່ວມກອງປະຊຸມ ຢູ່ທຳນຽບຂາວ ໃນວັນອັງຄານວານນີ້ແລ້ວ ທ່ານ
ປະທານາທິບໍດີ ດໍໂນລ ທຣຳ ກັບ ຄູ່ຕຳແໜ່ງຂອງທ່ານຈາກເທີກີ ທ່ານ ຣີເສັບ ທາຍິບ ເອີໂດອານ ກໍໄດ້ຍົກຍ້ອງຄວາມແໜ້ນແຟ້ນ ຂອງສາຍພົວພັນ ລະຫວ່າງສອງປະເທດ
ໃນຂະນະດຽວກັນ ພວກເພິ່ນກໍໄດ້ຫລີກລ່ຽງ ການບໍ່ເຫັນພ້ອມນຳກັນ ເລື່ອງວິທີຮັບມື
ກັບກຸ່ມຫົວຮຸນແຮງຈັດ ລັດອິສລາມ ຢູ່ໃນພາກເໜືອຂອງຊີເຣຍ ນັ້ນ.

ທັງທ່ານທຣຳ ແລະ ທ່ານເອີໂດອານ ຕ່າງກໍໄດ້ອະທິບາຍວ່າ ສາຍພົວພັນສອງຝ່າຍ
ແມ່ນຍັງເຂັ້ມແຂງຢູ່. ທ່ານປະທານາທິບໍດີ ສະຫະລັດ ໄດ້ກ່າວວ່າ “ພວກເຮົາມີ
ສາຍພົວພັນທີ່ດີຫຼາຍ ແລະ ພວກເຮົາຈະເຮັດໃຫ້ ດີຂຶ້ນອີກກວ່າເກົ່າ.”

Trump: 'Appreciate Turkey's Leadership' in Fight Against ISIS
please wait

No media source currently available

0:00 0:01:07 0:00

ຜູ້ນຳທັງສອງ ບໍ່ໄດ້ເອີ່ຍເຖິງ ການຕັດສິນໃຈຂອງທ່ານທຣຳ ເມື່ອສັບປະດາແລ້ວນີ້
ທີ່ສະໜອງອາວຸດໜັກໃຫ້ແກ່ ພວກທະຫານບ້ານຊາວເຄີດ ຕໍ່ຕ້ານລັດຖະບານ ຫຼື
YPG ຜູ້ທີ່ເປັນພາກສ່ວນນຶ່ງທີ່ສຳຄັນ ຂອງກອງກຳລັງປະສົມ ສະໜັບສະໜູນໂດຍ
ສະຫະລັດ ທີ່ກຳລັງກຽມພ້ອມທີ່ຈະບຸກໜ້າ ເຂົ້າໄປໃນເມືອງຣັກກາ ຊຶ່ງກຸ່ມຫົວຮຸນ
ແຮງ ລັດອິສລາມ ໄດ້ປະກາດເປັນເມືອງຫລວງຂອງຕົນ ນັ້ນ ໃນທ້າຍປີນີ້.

Erdogan: Trump Administration “New Awakening’ for Turkey-US Relationship
please wait

No media source currently available

0:00 0:00:30 0:00

ເທີກີ ຊຶ່ງໄດ້ສູ້ລົບກັບພວກຊາວເຄີດແບ່ງແຍກດິນແດນ ຢູ່ໃນພາກຕາເວັນອອກ
ສຽງໃຕ້ ຂອງປະເທດ ນັບຕັ້ງແຕ່ປີ 1984 ເປັນຕົ້ນມາ ໄດ້ກ່າວຄັດຄ້ານຢ່າງໃຫຍ່
ຕໍ່ການມີໜ້າຂອງພວກນັກລົບ ກຸ່ມ YPG ຢູ່ໃນກຳລັງປະສົມ ຕໍ່ຕ້ານພວກນັກລົບ ເພື່ອສາສະໜາ. ທ່ານເອີໂດອານ ໄດ້ໂຕ້ຖຽງວ່າ ສາຍພົວພັນ ຂອງກຸ່ມ YPG ກັບ
ພັກກຳມະກອນຂອງເຄີດິສຖານ ຫຼື PKK ເຮັດໃຫ້ມັນເປັນໄປໄດ້ສູງ ວ່າ ອາວຸດ
ໃດໆ ທີ່ສະຫະລັດ ໄດ້ສະໜອງໃຫ້ແກ່ພວກຊາວເຄີດຂອງຊີເຣຍ ນັ້ນ ກໍຈະເຂົ້າ
ມາໃນເທີກີ ຊຶ່ງຈະຕົກໄປຢູ່ໃນມືຂອງພວກ PKK ໃນທີ່ສຸດ.

ທ່ານເອີໂດອານ ໄດ້ເອີ້ນການຕັດສິນໃຈສະໜອງອາວຸດຂອງສະຫະລັດ ນັ້ນ ວ່າ
“ກົງກັນຂ້າມກັບສາຍພົວພັນຍຸດທະສາດຂອງພວກເຮົາ.” ແຕ່ບໍ່ເຫັນວ່າ ມີຮ່ອງ
ຮອຍຂອງຄວາມຂັດແຍ້ງເລີຍ ໃນວັນອັງຄານວານນີ້ ຂະນະທີ່ທ່ານທຣຳ ແລະ
ທ່ານເອີໂດອານ ໄດ້ເປີດໂຕຕໍ່ມະຫາຊົນ ໂດຍຖືວ່າ ໄດ້ຕົກລົງເຫັນດີນຳກັນ ຢ່າງ
ຄົບຖ້ວນ ກ່ຽວກັບຄວາມຈຳເປັນ ທີ່ຈະຕ້ອງໄດ້ຍຶດເອົາທີ່ໝັ້ນຂອງກຸ່ມລັດອິສລາມ
ໃນເມືອງຣັກກາ.

ທ່ານເອີໂດອານໄດ້ກ່າວວ່າ “ຈະບໍ່ມີແຫ່ງຫົນໃດ ສຳລັບອົງການກໍ່ການຮ້າຍ
ທັງຫຼາຍ ຢູ່ໃນຂົງເຂດຂອງພວກເຮົາ ໃນອະນາຄົດ.”

ກ່ອນໜ້າການຢ້ຽມຢາມຂອງທ່ານເອີໂດອານ ຜູ້ນຳຂອງເທີກີ ໄດ້ປະຕິຍານວ່າ
ທ່ານຈະພະຍາຍາມໂນ້ມໜ່ຽວ ທ່ານທຣຳ ໃຫ້ປ່ຽນໃຈ ກ່ຽວກັບການຕິດອາວຸດ
ໃຫ້ແກ່ ພວກ YPG. ທ່ານເອີໂດອານ ຍັງໄດ້ສັ່ງໃຫ້ໂຈມຕີທາງອາກາດ ພື້ນທີ່ ທີີ່ຢູ່ອາໄສຂອງພວກຊາວເຄີດ ທີ່ກະແຈກກະຈາຍອອກໄປ ຢູ່ຕາມເຂດຊາຍແດນ
ລະຫວ່າງ ອີຣັກ ກັບ ຊີເຣຍ.

ທ່ານ Semih Idiz ນັກຂ່າວເທີກີ ຂອງອົງການຂ່າວ Al Monitor ໄດ້ກ່າວວ່າ
ການໂຈມຕີທາງອາກາດ ໄດ້ປາກົດວ່າ ເປັນຂ່າວສານໃນດ້ານການເມືອງ ພາຍ
ໃນປະເທດ ທີ່ສະແດງໃຫ້ເຫັນເຖິງລະດັບຄວາມຸ້ງໝັ້ນ ທີ່ຈະຕໍ່ສູ້ກັບພວກ PKK
ຂອງທ່ານເອີໂດອານ.

ຮູບສະໄລດ໌

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG