ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ທ່ານທຣຳ ສະໜັບສະໜູນການເຈລະຈາທີ່ສ້າງຄວາມຫວັງ ໃນການປົດອາວຸດນິວເຄລຍ ກັບ ຣັດເຊຍ ແລະ ຈີນ


ທ່ານທຣຳ ສະໜັບສະໜູນການເຈລະຈາ ປົດອາວຸດນິວເຄຼຍ ກັບ ຣັດເຊຍ ແລະ ຈີນ ທີ່ສ້າງຄວາມຫວັງ

ບັນດານັກເຄື່ອນໄຫວເພື່ອການຄວບຄຸມອາວຸດ ຫວັງວ່າ ຄຳເວົ້າໃໝ່ໆ ກ່ຽວກັບການສະໜັບສະໜູນປົດອາວຸດນິວເຄລຍຂອງປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ຈະນຳໄປສູ່ການເຈລະຈາກັບຣັດເຊຍ ແລະ ຈີນ ເລື້ອງການຫລຸດຜ່ອນອາວຸດນິວເຄລຍ. ສະຕີບ ເຮີແມນ ຫົວໜ້ານັກຂ່າວ ແຫ່ງຊາດຂອງວີໂອເອ ມີລາຍງານຈາກທຳນຽບຂ່າວ.

ບັນດານັກເຈລະຈາທັງຂອງສະຫະລັດ ພ້ອມດ້ວຍຂອງ ຣັດເຊຍ ແລະ ຈີນ ກ່ຽວກັບການປົດອາວຸດນິວເຄລຍ ແລະໃນທີ່ສຸດໄປເຖິງຂໍ້ຕົກລົງ “ແມ່ນອາດ ເປັນໄປໄດ້ສູງ” ອີງຕາມປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ຜູ້ທີ່ເມື່ອບໍ່ ດົນມານີ້ ໄດ້ກ່າວຖະແຫລງທີີ່ກອງປະຊຸມຫາລືເສດຖະກິດໂລກ (World Economic Forum).

ເຊິ່ງປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ເງິນຈຳນວນຫຼວງຫຼາຍຖືກນຳໄປ ໃຊ້ຈ່າຍຕໍ່ອາວຸດນິວເຄລຍ ແລະຄວາມສາມາດໃນການທຳລາຍລ້າງ ເປັນບາງ ສິ່ງທີ່ເຮົາບໍ່ຢາກເວົ້າເຖິງເລີຍໃນມື້ນີ້ ເພາະວ່າເຈົ້າບໍ່ຢາກໄດ້ຍິນມັນ. ມັນເປັນ ເຫຼືອທີ່ເສົ້າສະລົດໃຈຫຼາຍ.”

ໃນລະຫວ່າງສົງຄາມເຢັນ ພວກເດັກນ້ອຍໃນຍຸກນັ້ນ ກໍໄດ້ຍິນກ່ຽວກັບເລື້ອງນີ້ -- ແລ້ວໄດ້ຖືກສອນການເອົາຊີວິດລອດຈາກການໂຈມຕີດ້ວຍລະເບີດປະລຳ ມະນູຢ່າງກະທັນຫັນ.

ສຽງວີດີໂອ ຝຶກອົບຮົມ ກ່າວວ່າ “ບໍ່ມີເວລາທີ່ຈະເບິ່ງໄປທົ່ວ ຫຼືລໍຖ້າ. ເປັນຄືເຕົ່າ ເບີຣຕ໌. ເມື່ອມີແສງໄຟລະເບີດ, ກົ້ມລົງ ແລ້ວຫລົບລີ້ ແລະເຮັດໄວໆ!”

ຮູບເງົາຝຶກອົບຮົມເຊັ່ນນັ້ນ ບໍ່ໄດ້ສາທິດໃຫ້ເຫັນວິທີທີ່ການລະເບີດອາດທຳລາຍ ລ້າງຄຸ້ມບ້ານຂອງພວກເຂົາເຈົ້າ. ອັນນັ້ນໄດ້ສ້າງຂຶ້ນຢ່າງຊັດເຈນໂດຍລັດຖະບານສະຫະລັດຂອງການທົດລອງ ນິວເຄລຍຢູ່ເທິງໜ້າດິນ ໃນເຂດແຫ້ງແລ້ງຂອງລັດເນວາດາ ຊ່ວງປີ 1950.

ສຽງວີດີໂອ ທົດລອງກ່າວວ່າ “ເຮືອນເລກ 1 ຂະນະແຮງລະເບີດກະທົບມັນ. ຢູ່ທີ່ News Knob ບັນດາຜູ້ສັງເກດການພົນລະເຮືອນດ້ານການປ້ອງກັນ ໄດ້ເຫັນຜົນກະທົບຂອງ ແຮງລະເບີດ ແລະກ້ອນແສງໄຟລະເບີດຢ່າງມະຫາສານ.”

ນັບແຕ່ປີ 1945 ເມື່ອສະຫະລັດ ໄດ້ຖິ້ມລະເບີດປະລຳມະນູສອງລູກ ໃສ່ຍີ່ປຸ່ນ ເພື່ອຍຸຕິສົງຄາມໂລກຄັ້ງທີສອງ, ມັນໄດ້ເປັນຫລັກຖານຂອງວິທີທີ່ກຳມັນຕະລັງ ສີເຜົາໄໝ້ ແລະເຮັດໃຫ້ຜູ້ໃດກໍຕາມທີ່ສາມາດຢູ່ລອດໃນເບື້ອງຕົ້ນຈາກການໂຈມ ຕີນິວເຄຣຍ ກໍພາກັນລົ້ມປ່ວຍ.

ດ້ວຍຄວາມຮ້າຍແຮງທັງໝົດຂອງມັນນັ້ນ ໃນທີ່ສຸດກໍກະຕຸ້ນໃຫ້ມະຫາຊົນອອກ ມາປະທ້ວງ ແລະເຮັດໃຫ້ທາງການທູດຫລຸດນ້ອຍຖອຍລົງ ຫຼືພະຍາຍາມທີ່ ຈະກຳຈັດອາວຸດນິວເຄລຍ.

ເກົ້າປະເທດໃນປັດຈຸບັນນີ້ ມີອາວຸດນິວເຄລຍຕ່າງໆ, ເຖິງແມ່ນວ່າ ອິສຣາແອລ ບໍ່ເຄີຍຍອມຮັບວ່າ ຕົນມີອາວຸດນິວເຄລຍເຊັ່ນນັ້ນເລີຍ.

ສະຫະລັດ ແລະຣັດເຊຍ ຕ່າງກໍມີ ຫົວລົບນິວເຄລຍ ຫຼາຍກວ່າ 5,000 ລູກ - 90 ເປີເຊັນຂອງຈຳນວນທັງໝົດໃນໂລກ. ກອງກຳລັງລວມໃນໂລກຂອງອາວຸດ ນິວເຄລຍທັງໝົດຂອງແຕ່ລະປະເທດ, ອີງຕາມກຸ່ມເຄື່ອນໄຫວເພື່ອຄວບຄຸມ ອາວຸດ ແລ້ວ, ອາດທຳລາຍໂລກໄດ້ເຖິງ 10 ຫາ 50 ເທົ່າ.

ສົນທິສັນຍາທີ່ມີຢູ່ໃນປັດຈຸບັນເອີ້ນວ່າ New Start ລະຫວ່າງ ວໍຊິງຕັນ ແລະມົສກູ -- ໂດຍຈຳກັດຈຳນວນຫົວລົບນິວເຄລຍຍຸດທະສາດທີ່ສົ່ງໄປປະຈຳການ--ກຳລັງຈະໝົດອາຍຸໃນປະມານນຶ່ງປີ ຈາກດຽວນີ້ ຫາວັນທີ 6 ກຸມພາ 2026. ນັ້ນເປັນການເພີ້ມຄວາມຮີບດ່ວນຕໍ່ການຮຽກຮ້ອງຂອງປະທານາທິບໍດີ ທຣຳ ເພື່ອໃຫ້ມີການເຈລະຈາກັບ ຣັດເຊຍ ແລະຈີນ, ທ່ານ ສຽວດົງ ຫຼຽງ ຢູ່ສະມາຄົມ ຄວບຄຸມອາວຸດ ໃຫ້ຂໍ້ສັງເກດ.

ທ່ານສຽວດົງ ຫຼຽງ ນັກວິເຄາະຢູ່ສະມາຄົມຄວບຄຸມອາວຸດ ກ່າວຜ່ານ ຊູມ ວ່າ “ແລະຍ້ອນອັນນັ້ນ, ເລື້ອງນີ້ ຄວນຢູ່ອັນດັບຕົ້ນໆຂອງວາລະ ແລະໄດ້ສົ່ງສັນຍານ ທີ່ວ່າ ທ່ານປະທານາທິນບໍດີ ເປັນຫ່ວງກ່ຽວກັບເລື້ອງນີ້ ແລະກຳລັງຄຶດ ກ່ຽວກັບເລື້ອງນີ້ ມັນກໍເປັນທາງບວກແທ້ໆ.”

ໃນວັນອັງຄານຜ່ານມາ, ຢູ່ສະຖາບັນຂອງສັນຕິພາບສະຫະລັດ, ອົງການ Bulletin of the Atomic Scientists ໄດ້ຍ້າຍເຂັມໂມງຂອງຕົົນທີ່ເອີ້ນວ່າ “ໂມງແຫ່ງວັນ ສິ້ິ້ນໂລກ” ນຶ່ງວິນາທີໃກ້ເຂົ້າເຖິງທ່ຽງຄືນ ເຊິ່ງໝາຍເຖິງໄພອັນຕະລາຍຈາກ ອາວຸດທຳລາຍລ້າງ ແລະໄພຄຸກຄາມຕໍ່ການດຳລົງຊີວິດອື່ນໆ.

ສຽງຈາກວີດີໂອໂມງແຫ່ງວັນສິ້ນໂລກ ກ່າວວ່າ:

“ດຽວນີ້ ແມ່ນ 89 ວິນາທີ ຈະເຖິງທ່ຽງຄືນ.”

ໃນຂະນະທີ່ໂມງແຫ່ງວັນສິ້ນໂລກ ແມ່ນເປັນພຽງສັນຍາລັກ, ນັກວິເຄາະ ທ່ານ ສຽວດົງ ຫຼຽງ ເຫັນວ່າ ມັນເປັນພິທີການທີ່ສຳຄັນປະຈຳປີ ທີ່ເນັ້ນຢ້ຳເຖິງຄວາມສ່ຽງ ຕໍ່ຊາວອາເມຣິກັນ ແລະຄົນອື່ນໆ ຈາກຄັງແສງອາວຸດນິວເຄລຍຂອງໂລກ.

ທ່ານສຽວດົງ ຫຼຽງ ກ່າວວ່າ “ມັນເປັນເຄື່ອງມືທີ່ດີເພື່ອນຳເອົາເລື້ອງນີ້ມາສູ່ຄວາມສົນໃຈຂອງຄົນຫຼາຍຂຶ້ນ ແລະ ເຈົ້າກໍບໍ່ສາມາດໂທດຊາ ວອາເມຣິກັນສຳລັບບັນຫາອື່ນໆທີ່ພວກເຂົາມີຢູ່. ແລະໂດຍມີໂມງອັນນີ້ ທີ່ເປັນສິ່ງເຕື່ອນຄວາມຊົງຈຳ ເຊິ່ງຂ້າພະເຈົ້າຄຶດວ່າ ເປັນເຄື່ອງມືຂອງການສື່ສານທີ່ມີປະສິດທິພາບ.”

ເປັນເວລາຫຼາຍກວ່າສີ່ປີຜ່ານມາ ນັບຕັ້ງແຕ່ສະຫະລັດໄດ້ພົວພັນໃນການເຈລະຈາ ໃດໆ ກ່ຽວກັບການປົດອາວຸດນິວເຄລຍ. ການເຈລະຈາທັງຫຼາຍເຫຼົ່ານັ້ນ ໃນປະເທດ ສະວີເດັນ ລະຫວ່າງລັດຖະບານທ່ານທຣຳ ແລະບັນດາເຈົ້າໜ້າທີ່ເກົາຫຼີເໜືອ ຄັ້ງທຳອິດ ບໍ່ໄດ້ນຳໄປສູ່ຂໍ້ຕົກລົງໃດໆເລີຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG