ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳວ່າ ຜົນ​ປະ​ໂຫຍດ ຂອງ ສ​ຫລ ​​ສຳ​ຄັນ ກວ່າການ​ລົງ​ໂທດ ​ຕໍ່ຊາ​ອຸ​ດີ ໃນເລື້ອງ​ ການ​ຕາຍ ຂອງ​ນັກ​ຂ່າວ ຄາ​ຊອກ​ກີ


ປ. ທ​ຣຳ ຕອບ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ ທີ່​ຖາມ​ເຖິງເລື່ອງ​ການ​ຕາຍ ຂອງ​ນັກ​ຂ່າວຈາ​ມາ​ລ ຄາ​ຊອກ​ກີ ຢູ່​ໃນ​ສະ​ຖານ​ກົງ​ສູນຂອງ​ຣິ​ຢາດ ໃນອິ​ສ​ຕັນ​ບູ​ລ ຢູ່​ທີ່​ທຳນຽບ​ຂາວ ໃນວັນ​ທີ 23 ຕຸ​ລາ, 2018
ປ. ທ​ຣຳ ຕອບ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ ທີ່​ຖາມ​ເຖິງເລື່ອງ​ການ​ຕາຍ ຂອງ​ນັກ​ຂ່າວຈາ​ມາ​ລ ຄາ​ຊອກ​ກີ ຢູ່​ໃນ​ສະ​ຖານ​ກົງ​ສູນຂອງ​ຣິ​ຢາດ ໃນອິ​ສ​ຕັນ​ບູ​ລ ຢູ່​ທີ່​ທຳນຽບ​ຂາວ ໃນວັນ​ທີ 23 ຕຸ​ລາ, 2018

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳເວົ້າ​ວ່າ ການ​ຫັນ​ຫຼັງໃຫ້​ແກ່ຊາ​ອຸ​ດີ ອາ
​ຣາ​ເບຍ, ເຖິງ​ແມ່ນ​ວ່າ ປະ​ເທດ​ດັ່ງ​ກ່າວຮັບ​ຜິດ​ຊອບຕໍ່​ການ​ສັງ​ຫານ​ນັກ​ຂ່າວ​ທີ່​ອາ​ໄສ​
ຢູ່​ສະ​ຫະ​ລັດນັ້ນກໍ​ຕາມ "ຈ​ະ​ເປັນ​ຄວາມ​ຜິດ​ອັນ​ຮ້າຍ​ແຮງ."

ກ່ອນ​ຈະ​ອອກ​ໄປ​ສະ​ຫລອງ​ບຸນ​ຂອບ​ຄຸນ​ພະ​ເຈົ້າເປັນ​ເວ​ລານຶ່ງມື້ນັ້ນ, ທ່ານ ທ​ຣຳ​ໄດ້
​ກ່າວ​ຕໍ່​ນັກ​ຂ່າວຢູ່​ທຳ​ນຽບ​ຂາວວ່າ ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ແລະ
​ເສດ​ຖະ​ກິດແມ່ນ​ຫລາຍກວ່າ ​ຄວາມ​ເປັນ​ຫ່ວງ​ໃນ​ດ້ານ​ສິດ​ທິ​ມະ​ນຸດ​ໃດໆທັງ​ໝົດ.

ທ່ານ ທ​ຣຳ​ປະ​ກາດ​ອອກ​ມາວ່າ "ພວກ​ເຮົາຈະ​ຢູ່​ຄຽງ​ຂ້າງ​ກັບ​ຊາ​ອຸ​ດີ." ທ່ານ​ໄດ້ຊີ້​ໃຫ້​
ເຫັນເຖິງການ​ຕໍ່​ຕ້ານ​ຂອງ​ຣາດ​ຊະ​ອາ​ນາ​ຈັກ​ດັ່ງ​ກ່າວຕໍ່​ອີ​ຣ່ານ ແລະ​ການ​ຊື້ອາ​ວຸດຍຸດ
​ໂທ​ປະ​ກອນ​ທາງ​ທະ​ຫານຂອງ​ອາ​ເມ​ຣິ​ກັນ, ຊຶ່ງອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ ນັ້ນ ແມ່ນ
ມັນ​ເຮັດ​ໃຫ້​ມີ "ວຽກ​ງານໃຫ້​ແກ່​ແສນໆ​ຄົນ ແລະ​ເງິນ​ລົງ​ທຶນຫລາຍ​ຕື້​ໂດ​ລາ."

ຣັດ​ເຊຍ ແລະ​ຈີນ "ຈະ​ບໍ່ໄດ້​ຮັບ​ຂອງ​ຂວັນ​ອັນ​ນັ້ນ”, ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານທ​ຣຳ ແລະ
ທ່ານ​ກ່າວ​ເພີ້ມ​ອີກວ່າ ລາ​ຄາ​ນ້ຳ​ມັນ​ຈະ​ພຸ້ງ​ສູງ​ຂຶ້ນ ຖ້າຫາກ​ສາຍ​ພົວ​ພັນ​ລະ​ຫວ່າງສະ
​ຫະ​ລັດ ກັບ​ຊາ​ອຸ​ດີ​ ​ແຕກ​ຫັກ​ໄປ.ທ່ານເວົ້າ​ອີກວ່າ “ຂ້າ​ພະ​ເຈົ້າ​ຈະບໍ່​ທຳ​ລາຍ​ເສດ​ຖະ​ກິດ​
ຂອງ​ໂລກ ແລະຈະບໍ່​ທຳ​ລາຍ​ເສດ​ຖະ​ກິດ​ຂອງປະ​ເທດ​ເຮົາໂດຍ​ການ​ເຮັດ​ເລື້ອງ​ໂງ່ໆ
ກັບ​ຊາ​ອຸ​ດີ ອາ​ຣາ​ເບຍ."

ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ເລື້ອງ​ທີ່ບົດ​ສະ​ຫລຸບ​ຂອງ​ອົງ​ການ​ສືບ​ລັບຊີ​ໄອ​ເອ (CIA) ທີ່ລາຍ
ງານໃຫ້​ຮູ້​ວ່າ ອົງ​ມົງ​ກຸດ​ຣາດ​ຊະ​ກຸມ​ມານຂອງຊາ​ອຸ​ດີ ເຈົ້າຟ້າ​ຊາຍໂມ​ຮຳ​ເມດ ບິນ ຊາລ​
ມາ​ນເບິ່ງ​ຄື​ວ່າ​ຮູ້​ກ່ຽວ​ກັບເລື້ອງນີ້ ຫລື​ວ່າ​ເປັນ​ຜູ້​ສັ່ງ​ໃຫ້​ວາງ​ແຜນຂ້າ​ນັກ​ຂ່າວ​ທີ່​ຕໍ່​ຕ້ານ
​ລັດ​ຖະ​ບານ, ທ່ານ ຈາ​ມາ​ລ ຄາ​ຊອກ​ກີ, ຢູ່​ໃນ​ສະ​ຖານ​ກົງ​ສູນຂອງ​ຣິ​ຢາດ ໃນ​ນະ​ຄອນ​
ອິ​ສ​ຕັນ​ບູ​ລນັ້ນທ່ານ​ທ​ຣຳຕອບ​ວ່າ "ບາງ​ເທື່ອ​ອາ​ດ ຈະ​ແມ່ນ​ເຈົ້າ​ຊາຍ​ເປັນ​ຜູ້​ເຮັດ, ບາງ​
ເທື່ອ​ອາດ​ຈະ​ບໍ່​ແມ່ນ​ເຈົ້າ​ຊາຍ" ແລະ​ທ່ານ​ກ່າວ​ກ່ຽວ​ກັບ​ການ​ສະ​ຫລຸບ​ຂອງ​ອົງ​ການ​ສືບ
​ລັບຊີ​ໄອ​ເອນັ້ນ​ວ່າ "ພວກ​ເຂົາ​ເຈົ້າ​ບໍ່​ມີອັນ​ໃດ​ສະ​ແດງ​ໃຫ້​ເຫັນເປັນທີ່​ແນ່ນອນເລີຍ."

​ທ່ານ​ປະທາ​ນາ​ທິ​ບໍ​ດີ​ໄດ້​ປະ​ຕິ​ເສດວ່າການ​ຕັດ​ສິນ​ໃຈ​ຂອງ​ທ່ານ ທີ່​ຫລີກ​ລ້ຽງ​ການ​ລົງ​ໂທດ
​ຢ່າງ​ໜັກ​ຕໍ່​ຊາ​ອຸ​ດີ ຍ້ອນ​ການ​ສັງ​ຫານ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມານັ້ນ ແມ່ນບໍ່​ໄດ້
​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງ ​ກັບຜົນ​ປະ​ໂຫຍດ ​ດ້ານ​ທຸ​ລະ​ກິດ​ຂອງ​ສ່ວນ​ຕົວ​ເລີຍ.

​ປະທາ​ນາ​ທິ​ບໍ​ດີ​ທ​ຣຳ ຍ່າງ​ຄຽງ​ຂ້າງ​ກັບເຈົ້າ​ຊີ​ວິດ​ ຊາ​ລ​ມານ​ຂອງ​ຊາ​ອຸ​ດີ ຢູ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ພາ​ຮ​່ວມ​ມືຂອງ​ບັນ​ດາ​ປະ​ເທດໃນ​ເຂດ​ອ່າວ, ທີ່​ຈັດຢູ່​ນະ​ຄອນ​ຣິ​ຢາດ ໃນ​ວັນ​ທີ 21 ພືດ​ສະ​ພາ, 2017
​ປະທາ​ນາ​ທິ​ບໍ​ດີ​ທ​ຣຳ ຍ່າງ​ຄຽງ​ຂ້າງ​ກັບເຈົ້າ​ຊີ​ວິດ​ ຊາ​ລ​ມານ​ຂອງ​ຊາ​ອຸ​ດີ ຢູ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ພາ​ຮ​່ວມ​ມືຂອງ​ບັນ​ດາ​ປະ​ເທດໃນ​ເຂດ​ອ່າວ, ທີ່​ຈັດຢູ່​ນະ​ຄອນ​ຣິ​ຢາດ ໃນ​ວັນ​ທີ 21 ພືດ​ສະ​ພາ, 2017

"ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ການ​ຄ້າ​ກັບ​ຊາ​ອຸ​ດີ ອາ​ຣາ​ເບຍ​ເລີຍ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຫາ​ເງິນ​ນຳ
ຊາ​ອຸ​ດີ ອາ​ຣາ​ເບຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ. "ການ​ເປັນປະທາ​ນາ​ທິ​ບໍ​ດີ ໄດ້​ເຮັດ​
ໃຫ້​ຂ້າ​ພະ​ເຈົ້າ​ເສຍ​ເງິນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ."

ກ່ອນ​ໜ້ານັ້ນ ທ່ານ ທ​ຣຳເວົ້າ​ວ່າ ທ່ານ​ເຂົ້າ​ໃຈ​ວ່າ ສະ​ມາ​ຊິກໃນ​ລັດ​ຖະ​ສະ​ພາ​ບາງ​ທ່ານ
ຢາກ​ຈະ​ດຳ​ເນີນ​ການ​ລົງ​ໂທດ​ຕໍ່​ຣິ​ຢາດ ທີ່​ໄດ້​ສັງ​ຫານ​ຊີ​ວິດຄົນ "ຍ້ອນ​ເຫດ​ຜົນ​ທາງ​ການ
​ເມືອງຫລື​ເຫດ​ຜົນ​ອື່ນໆ" ແລະ​ເວົ້າ​ວ່າ, "ໃຫ້ພວກ​ເພິ່ນພາ​ກັນ​ເຮັດ​ຈັ່ງ​ຊັ້ນຕາມ​ໃຈ​ໂລດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG