ຄະນະກຳມະການຕຸລາການສະພາຕ່ຳ ສະຫະລັດ ທີ່ນຳພາໂດຍພັກເດໂມແຄຣັດ ຈະຈັດການຮັບຟັງຄຳໃຫ້ການຂອງເຂົາເຈົ້າເປັນຄັ້ງທຳອິດໃນວັນພຸດມື້ນີ້ ກ່ຽວກັບ ຄວາມເປັນໄປໄດ້ ໃນການຟ້ອງຮ້ອງປະທານາທິບໍດີ ດໍໂນລ ທຣຳ, ເມື່ອນັກວິຊາການສີ່ທ່ານໄດ້ປາກົດຕົວຕໍ່ໜ້າຄະນະກຳມະການດັ່ງກ່າວ ເພື່ອປຶກສາຫາລື ເຫດຜົນທີ່ຖືກຕ້ອງຕາມລັດຖະທຳມະນູນ ກ່ຽວກັບ ການຟ້ອງຮ້ອງນັ້ນ.
ການຮັບຟັງຄຳໃຫ້ການດັ່ງກ່າວ ຈະຖືກຈັດຂຶ້ນພຽງນຶ່ງວັນຫຼັງຈາກຄະນະກຳມະການສືບລັບສະພາຕ່ຳ ໄດ້ປະກາດລາຍງານ ຍາວ 300 ໜ້າ ທີ່ກ່າວຫາທ່ານ ທຣຳ ກ່ຽວກັບ “ການປະພຶດໃນທາງທີ່ຜິດ” ໃນການພະຍາຍາມຂໍໃຫ້ ຢູເຄຣນ ເຂົ້າແຊກແຊງການເລືອກຕັ້ງປະທານາທິບໍດີ ປີ 2020 ແລະ ຕໍ່ມາໄດ້ພະຍາຍາມຢ່າງບໍ່ລົດລະເພື່ອ “ຂັດຂວາງ” ສະພາຕ່ຳໃນຂະນະທີ່ເຂົາເຈົ້າດຳເນີນການສືບສວນ ກ່ຽວກັບ ການຕໍ່ລອງຂອງທ່ານນັ້ນ. ຄະນະກຳມະການດັ່ງກ່າວໄດ້ພົບປະກັນໃນຕອນແລງຂອງວັນອັງຄານວານນີ້ ເພື່ອຮັບຮອງເອົາລາຍງານດັ່ງກ່າວຢ່າງເປັນທາງການ ກ່ອນທີ່ຈະສົ່ງໄປໃຫ້ຄະນະກຳມະການຕຸລາການ. ລາຍງານທີ່ວ່ານັ້ນ ໄດ້ຖືກຮັບຮອງ 13 ຕໍ່ 9 ຄະແນນ, ຕາມການສັງກັດພັກຂອງກຳມະການ.
ລາຍງານໄດ້ເວົ້າວ່າ “ການສືບສວນເພື່ອການຟ້ອງຮ້ອງ ດົນເກືອບສາມເດືອນ “ໄດ້ຄົ້ນພົບວ່າ ປະທານາທິບໍດີ ທຣຳ, ໄດ້ດຳເນີນການເປັນການສ່ວນຕົວ ຜ່ານເຈົ້າໜ້າທີ່ຢູ່ພາຍໃນ ແລະ ພາຍນອກລັດຖະບານ ສະຫະລັດ, ໄດ້ຮຽກຮ້ອງໃຫ້ລັດຖະບານຕ່າງປະເທດເຊັ່ນ ຢູເຄຣນ ເຂົ້າແຊກແຊງ, ເພື່ອຜົນປະໂຫຍດຂອງທ່ານໃນການຖືກເລືອກດຳລົງຕຳແໜ່ງອີກ.”
ລາຍງານໄດ້ປະກາດວ່າ “ໃນການເຮັດແນວນັ້ນ, ທ່ານປະທານາທິບໍດີໄດ້ຕັ້ງຜົນປະໂຫຍດສ່ວນຕົວຂອງທ່ານເອງ ແລະ ການເມືອງ ຢູ່ເໜືອຜົນປະໂຫຍດຂອງ ສະຫະລັດ, ໄດ້ພະຍາຍາມທີ່ຈະທຳລາຍຄວາມຊື່ສັດຂອງຂະບວນການເລືອກຕັ້ງປະທານາທິບໍດີ ສະຫະລັດ, ແລະ ໄດ້ສ້າງອັນຕະລາຍຕໍ່ຄວາມປອດໄພແຫ່ງຊາດຂອງ ສະຫະລັດ.”
ຈຸດສູນກາງຂອງກໍລະນີການຟ້ອງຮ້ອງຂອງພັກເດໂມແຄຣັດນັ້ນ ແມ່ນການລົມໂທລະສັບໃນວັນທີ 25 ກໍລະກົດທີ່ຜ່ານມາ ລະຫວ່າງ ທ່ານ ທຣຳ ກັບປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດິເມຍ ເຊເລັນສກີ ເຊິ່ງທ່ານ ທຣຳ ໄດ້ຂໍໃຫ້ທ່ານ ເຊເລັນສກີ “ຊ່ວຍເຫຼືອ.” ທ່ານໄດ້ແນະນຳວ່າໃຫ້ຜູ້ນຳ ຢູເຄຣນ ສັ່ງການສືບສວນສອບສວນບໍລິສັດ ບູຣິສມາ, ເຊິ່ງແມ່ນບໍລິສັດແກັສທຳມະຊາດຂອງ ຢູເຄຣນ ທີ່ໄດ້ຈ້າງທ່ານ ຮັ້ນເຕີ ໄບເດັນ, ລູກຊາຍຂອງອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ເປັນສະມາຊິກຄະນະກຳມະການທີ່ມີເງິນເດືອນສູງ. ທ່ານ ທຣຳ ຍັງໄດ້ແນະນຳໃຫ້ທ່ານ ເຊເລັນສກີ ສືບສວນທິດສະດີສົມຮູ້ຮ່ວມຄິດ ທີ່ບໍ່ເປັນຄວາມຈິງທີ່ວ່າ ຢູເຄຣນ ບໍ່ແມ່ນ ຣັດເຊຍ ທີ່ໄດ້ແຊກແຊງການເລືອກຕັ້ງ ສະຫະລັດ ປີ 2016.
ໃນເວລາທີ່ທ່ານ ທຣຳ ໄດ້ທຳການຮຽກຮ້ອງນັ້ນທ່ານໄດ້ກັກເງິນຊ່ວຍເຫຼືອທາງທະຫານສຳລັບ ຢູເຄຣນ ເກືອບ 400 ລ້ານໂດລາ ແລະ ທ່ານ ເຊເລັນສກີ ທີ່ຫາກໍຖືກເລືອກເຂົ້າຮັບຕຳແໜ່ງໃໝ່ນັ້ນ ຕ້ອງການທີ່ຈະຈັດກອງປະຊຸມຢູ່ຫ້ອງການປະທານາທິບໍດີກັບທ່ານ ທຣຳ ເພື່ອຮັກສາສະຖານະພາບຂອງທ່ານໄວ້.
ການລົມໂທລະສັບດັ່ງກ່າວໄດ້ເຮັດໃຫ້ສະມາຊິກຂອງປະຊາຄົມສືບລັບທີ່ບໍ່ໄດ້ຖືກລະບຸຕົວນັ້ນ ຮ່າງຄຳຮ້ອງຮຽນແຈ້ງຄວາມຜິດວ່າທ່ານ ທຣຳ ໄດ້ “ໃຊ້ອຳນາດຈາກຕຳແໜ່ງຂອງທ່ານ ເພື່ອຂໍໃຫ້ມີການແຊກແຊງຈາກຕ່າງປະເທດ ໃນການເລືອກຕັ້ງປີ 2020. ການຮ້ອງຮຽນດັ່ງກ່າວໄດ້ກໍ່ໃຫ້ສະພາຕ່ຳປະກາດການສືບສວນເພື່ອຟ້ອງຮ້ອງທ່ານ ທຣຳ ຢ່າງເປັນທາງການໃນເດືອນກັນຍາທີ່ຜ່ານມາ.
ລາຍງານນັ້ນໄດ້ເວົ້າວ່າ ກົນໄກເພື່ອເຮັດໃຫ້ ຢູເຄຣນ ດຳເນີນການສືບສວນທາງການເມືອງແມ່ນໄດ້ຂະຫຍາຍເໜືອອອກໄປຈາກການລົມໂທລະສັບເມື່ອວັນທີ 25 ກໍລະກົດນັ້ນ. ມັນປະກອບມີການປຸກລະດົມໂດຍທະນາຍຄວາມສ່ວນຕົວຂອງທ່ານ ທຣຳ, ທ່ານ ຣູດີ ຈູລີອານີ, ເພື່ອຂັບໄລ່ທ່ານນາງ ມາຣີ ໂຢວາໂນວິຈ໌ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຢູເຄຣນ ອອກຈາກຕຳແໜ່ງ, ຜູ້ທີ່ບໍ່ໄດ້ຖືກພິຈາລະນາເປັນຄົນໃນກຸ່ມ. ໃນການເຮັດວຽກກັບຄູ່ຮ່ວມທາງທຸລະກິດສອງຄົນ ແລະ ເຈົ້າໜ້າທີ່ ສະຫະລັດ ສາມຄົນນັ້ນ, ທ່ານ ຈູລີອານີ ໄດ້ພະຍາຍາມທີ່ຈະບັງຄັບການຮຽກຮ້ອງຂອງທ່ານ ທຣຳ ເພື່ອສືບສວນ ເຈົ້າໜ້າທີ່ ຢູເຄຣນ ໃຫ້ເກີດຂຶ້ນໃຫ້ໄດ້.