ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ອ້າງວ່າທ່ານ ມີຄະແນນນຳໜ້າ ໃນລັດທີ່ການຢັ່ງຫາງສຽງ ສະຫະລັດ ສະແດງໃຫ້ເຫັນວ່າ ທ່ານຕາມຫຼັງ


ປະຊາຊົນລຽນແຖວເພື່ອການລົງຄະແນນສຽງກ່ອນກຳນົດຢູ່ຫ້ອງການຄະນະກຳມາທິການເລືອກຕັ້ງເມືອງ ດັກກລາສ, ລັດ ເນບຣາສກາ. 28 ຕຸລາ, 2020.
ປະຊາຊົນລຽນແຖວເພື່ອການລົງຄະແນນສຽງກ່ອນກຳນົດຢູ່ຫ້ອງການຄະນະກຳມາທິການເລືອກຕັ້ງເມືອງ ດັກກລາສ, ລັດ ເນບຣາສກາ. 28 ຕຸລາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ ຕົວເລກການຢັ່ງຫາງສຽງຂອງທ່ານໃນລັດທີ່ມີການແຂ່ງຂັນບາງແຫ່ງແມ່ນດີກວ່າສິ່ງທີ່ການຢັ່ງຫາງສຽງທີ່ສຳຄັນໄດ້ສະແດງໃຫ້ເຫັນ, ເຊິ່ງ ແມ່ນທ່ານຕາມຫຼັງອະດີດຮອງປະທານາທິບໍດີ ໂຈ ໄບເດັນ.

ທ່ານ ທຣຳ ໄດ້ກ່າວຢູ່ໂຮງແຮມ ລາສ ເວກັສ ຂອງທ່ານກ່ອນທີ່ຈະມຸ່ງໜ້າໄປ ລັດ ອາຣິໂຊນາ ສຳ ລັບການຊຸມນຸມໂຄສະນາຫາສຽງສອງແຫ່ງວ່າ “ຕົວເລກການຢັ່ງຫາງສຽງແມ່ນດີຫຼາຍ. ເຈົ້າບໍ່ເຫັນຕົວເລກການຢັ່ງຫາງສຽງທີ່ແທ້ຈິງ.”

ການຢັ່ງຫາງສຽງແຫ່ງຊາດປົກກະຕິໄດ້ສະແດງໃຫ້ເຫັນທ່ານ ໄບເດັນ ມີ 7 ຫຼື 8 ເປີເຊັນນຳໜ້າທ່ານ ທຣຳ, ແຕ່ປະມານເຄິ່ງນຶ່ງຂອງຕົວເລກດັ່ງກ່າວໃນລັດການແຂ່ງຂັນທີ່ສຳຄັນນັ້ນແມ່ນມີຄວາມເປັນໄປໄດ້ວ່າຈະຕັດສິນຜົນທີ່ອອກມາ ໃນກຸ່ມບັນດາສະມາຊິກທີ່ເລືອກປະທານາທິບໍດີຢ່າງເປັນທາງການ.

“ພວກເຮົາມີຄະແນນເພີ່ມຂຶ້ນໃນເກືອບທຸກລັດທີ່ພວກເຮົາເວົ້າເຖິງ,” ອີງຕາມ ທ່ານປະທານາທິບໍ ດີ, ຜູ້ທີ່ໄດ້ເວົ້າວ່າທ່ານແມ່ນ “ກຳລັງເຮັດໄດ້ດີຫຼາຍ” ໃນລັດ ຟລໍຣິດາ, ຄາໂຣໄລນາເໜືອ ແລະ ເພັນຊິລເວເນຍ, ແລະ ວ່າທ່ານຍັງນຳໜ້າໃນລັດ ມິຊິແກນ ແລະ ວິສຄອນຊິນ.

ທ່ານ ທຣຳ ໄດ້ໂຕ້ແຍ້ງວ່າ ການສຳຫຼວດທີ່ສະແດງໃຫ້ເຫັນວ່າທ່ານຕາມຫຼັງ, ແມ່ນ “ການປິດບັງການຢັ່ງຫາງສຽງ” ທີ່ “ເກືອບວ່າເປັນການໂຄສະນາຫາສຽງປະກອບສ່ວນ” ໃຫ້ຄະນະກຳມະການພັກເດໂມແຄຣັດແຫ່ງຊາດ.

ອີງຕາມຄະແນນໂດຍສະເລ່ຍຂອງການຢັ່ງຫາງສຽງທີ່ສຳຄັນທີ່ຖືກເກັບກຳໂດຍເວັບໄຊ້ຂ່າວ Real Clear Politics ແລ້ວ, ທ່ານ ທຣຳ ແມ່ນຕາມຫຼັງທ່ານ ໄບເດັນ ໃນລັດ ມິຊິແກນ, ເພັນຊິລເວເນຍ ແລະ ວິສຄອນຊິນ ໃນຂະນະທີ່ຜູ້ລົງແຂ່ງຂັນທັງສອງທ່ານໂດຍລວມແລ້ວແມ່ນມີຄະແນນເທົ່າກັນໃນລັດ ຟລໍຣິດາ ແລະ ຄາໂຣໄລນາເໜືອ.

ທ່ານ ໄບເດັນ ໃນວັນພຸດວານນີ້, ຫຼັງຈາກໄດ້ຮັບການລາຍງານ ກ່ຽວກັບ ສາທາລະນະສຸກນັ້ນ, ອີກຄັ້ງນຶ່ງໄດ້ຕຳໜິວິຈານທ່ານປະທານາທິບໍດີສຳລັບການຈັດ ການຊຸມຊຸມກາງແຈ້ງຂະໜາດໃຫຍ່ ທ່າມກາງໂຮກລະບາດໄວຣັສໂຄໂຣນາ, ໂດຍກ່າວເນັ້ນວ່າການຊຸມຊຸມໃນຄືນກ່ອນໜ້ານີ້ ທີ່ເມືອງ ໂອມາຮາ ລັດ ເນບຣາສກາ, ໄດ້ເຮັດໃຫ້ “ຫຼາຍຮ້ອຍຄົນ, ລວມທັງຜູ້ເຖົ້າ ແລະ ເດັກນ້ອຍ ອາເມຣິກັນ, ຢືນຢູ່ໃນອຸນຫະພູມທີ່ໜາວຈັດເປັນເວລາຫຼາຍຊົ່ວໂມງ, ເຊິ່ງຫຼາຍ ຄົນໄດ້ຖືກນຳສົ່ງໄປໂຮງ ໝໍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG