ປະທານາທິບໍດີດໍໂນລ ທຣໍາ ມີແຜນທີ່ຈະພົບປະໃນອາທິດໜ້າກັບບັນດາຜູ້ນຳໃນການ
ຜະລິດລົດ ຈາກສະຫະລັດ ແລະຕ່າງປະເທດ ເພື່ອຫາລືກ່ຽວກັບການຄ້າ ແລະປ່ຽນ
ມາດຕະຖານ ໃນການປ່ອຍອາຍເສຍ.
ທ່ານນາງຄລໍເດຍ ເບີກິສ ໂຄສົກພັນທະມິດບໍລິສັດຜະລິດລົດອາເມຣີກັນ ກ່າວໃນວັນ
ພຸດວານນີ້ວ່າ “ເວລາທຳນຽບຂາວຕ້ອງການພົບປະກັບພວກເຮົາ ກ່ຽວກັບພາກສ່ວນ
ຂອງພວກເຮົາ ແລະນະໂຍບາຍ ພວກເຮົາຍິນດີຕ້ອນຮັບໂອກາດດັ່ງກ່າວ.”
ວັນເວລາ ແລະລາຍການສົນທະນາຫາລື ຍັງຈະປະກາດໃຫ້ຊາບຕາມພາຍຫຼັງ. ແຕ່ບັນ
ດາບໍລິສັດຜະລິດລົດຕ້ອງການເຮັດໃຫ້ຄວາມເປັນຫ່ວງຂອງເຂົາເຈົ້າກ່ຽວກັບການປ່ຽນແປງທີ່ອາດມີຂຶ້ນຕໍ່ຂໍ້ຕົກລົງການຄ້າເສລີໃນທະວີບອາເມຣິກາເໜືອ ໃຫ້ເປັນທີ່ຮູ້ຈັກແກ່ປະທານາທິບໍດີ.
ນອກນັ້ນຍັງຄາດວ່າ ພວກເຂົາເຈົ້າຈະສົນທະນາຫາລື ກ່ຽວກັບແຜນການຂອງ ລັດຖະ
ບານປະທານາທິບໍດີທຣໍາ ທີ່ຈະປ່ຽນແປງມາດຕະຖານໃນການປ່ອຍອາຍ ເສຍ ທີ່ເຄັ່ງ
ຄັດ ໃນສະໄໝປະທານາທິບໍດີໂອບາມາ ສຳລັບລົດ ແລະລົດກະບະ ສະຫະລັດ.
ສິບເຈັດລັດ ແລະນະຄອນຫຼວງວໍງຕັນ ກຳລັງຟ້ອງຮ້ອງ ລັດຖະບານກ່ຽວກັບແຜນການ
ດັ່ງກ່າວ ໂດຍກ່າວຫາອົງການປ້ອງກັນສິ່ງແວດລ້ອມ ຫຼື EPA ວ່າເຮັດຜິດກົດໝາຍ.
ຜູ້ປົກຄອງລັດຄາລີຟໍເນຍ ທ່ານແຈຣີ ບຣາວນ໌ ກ່າວໃນວັນອັງຄານທີ່ຜ່ານມານີ້ວ່າ “ນີ້
ແມ່ນກ່ຽວກັບສຸຂະພາບ. ນີ້ແມ່ນກ່ຽວກັບເລື່ອງເປັນ ແລະເລື່ອງຕາຍ. ຄວາມເປິະເປື້ອນ
ທີ່ອອກມາຈາກທໍ່ອາຍເສຍ ແມ່ນສ້າງຄວາມເສຍຫາຍຢ່າງຖາ ວອນແກ່ພວກເດັກນ້ອຍ.
ມີທາງດຽວທີ່ພວກເຮົາຈະຜ່ານເລື່ອງນີ້ກໍຄືຫລຸດຜ່ອນ ການປ່ອຍອາຍເສຍລົງ.”
ທ່ານບຣາວນ໌ ໄດ້ກ່າວຫາປະທານາທິບໍດີທຣໍາວ່າ ຢາກໃຫ້ຜູ້ຄົນຊື້ນໍ້າມັນເພີ້ມ ຂຶ້ນ ແລະ
ສ້າງຄວາມເປື້ອນເປີະຂຶຶ້ນຕື່ມ.
ການຟ້ອງຮ້ອງໄດ້ໂຕ້ຖຽງວ່າ ອົງການ EPA ໄດ້ປະພຶດຕາມອຳເພີໃຈ ແລະລະເມີດກົດ
ໝາຍອາກາດທີ່ສະອາດ ເວລາຕັດສິນໃຈກ່ຽວກັບມາດຕະຖານການ ປ່ອຍອາຍເສຍທີ່
ໄດ້ສູງເກີນໄປ.
ໃນປີ 2012 ອະດີດປະທານາທິບໍດີບາຣັກ ໂອບາມາ ໄດ້ສັ່ງໃຫ້ເພີ້ມ ມາດຕະຖານການ”
ປ່ອຍອາຍເສຍຂຶ້ນປະມານ 21 ກິໂລແມັດ ຕໍ່ນຶ່ງລິດຂອງນໍ້າມັນພາຍໃນປີ 2025. ເປົ້າ
ໝາຍກໍຄືຕັດຄວາມເປີະເປື້ອນ ແລະເຮັດໃຫ້ລົດ ແລະລົດກະບະມີປະສິດທິຜົນໃນດ້ານ
ພະລັງງານ.
ອົງການປົກປ້ອງສິ່ງແວດລ້ອມ ຊອກຫາທາງທີ່ຈະໂຈະ ການບັງຄັບກ່ຽວກັບປະສິດທິຜົນ
ໃນດ້ານພະລັງງານ ໃນລະດັບປີ 2020 ໄປຈົນຮອດປີ 2026.