ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກືອບ 50,000 ຄົນ ໄດ້ຖືກຍົກຍ້າຍ ອອກຈາກ ບໍລິເວນ ອ້ອມແອ້ມ ພູເຂົາໄຟ ໃນເກາະບາລີ ຂອງອິນໂດເນເຊຍ


ພວກຄົນຢູ່ເກາະບາລີ ຂີ່ລົດຈັກ ຜ່ານພູເຂົາໄຟ Agung ຢູ່ດ້ານຫຼັງ ໃນຂະນະທີ່ມີການປະກາດເຕືອນໃນລະດັບສູງສຸດ ໃຫ້ລະມັດລະວັງພູເຂົາໄຟ ອາດຈະລະເບີດ, ຢູ່ Karangasem Regency ໃນເຂດຣີສອດຂອງເກາະບາລີ ຂອງອິນໂດເນເຊຍ,ວັນທີ 24 ກັນຍາ 2017.
ພວກຄົນຢູ່ເກາະບາລີ ຂີ່ລົດຈັກ ຜ່ານພູເຂົາໄຟ Agung ຢູ່ດ້ານຫຼັງ ໃນຂະນະທີ່ມີການປະກາດເຕືອນໃນລະດັບສູງສຸດ ໃຫ້ລະມັດລະວັງພູເຂົາໄຟ ອາດຈະລະເບີດ, ຢູ່ Karangasem Regency ໃນເຂດຣີສອດຂອງເກາະບາລີ ຂອງອິນໂດເນເຊຍ,ວັນທີ 24 ກັນຍາ 2017.

ປະຊາຊົນເກືອບ 50,000 ຄົນ ຢູ່ໃນບໍລິເວນ ອ້ອມແອ້ມ ພູເຂົາໄຟ Agung ທີ່ເກາະບາລີ
ໄດ້ພາກັນຫຼົບໜີອອກໄປ ໃນຂະນະທີ່ ບັນດາເຈົ້າໜ້າທີ່ດ້ານໄພພິບັດຂອງອິນໂດເນເຊຍ
ກ່າວວ່າ ການລະເບີດຂອງພູເຂົາໄຟ ອາດຈະເກີດຂຶ້ນ ໃນໄວໆນີ້.

ໂຄສົກທ່ານນຶ່ງ ຂອງອົງການບັນເທົາໄພພິບັດ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ປະຊາຊົນ
ທັງຫຼາຍ ໄດ້ພາກັນໄປຫລົບໄພ ຢູ່ຕາມທຸກມຸມຂອງເກາະ ແລະ ບາງສ່ວນ ກໍໄດ້ຂ້າມ
ໄປຍັງເກາະ Lombok ທີ່ຢູ່ໃກ້ຄຽງ.

ຈຳນວນຄົນທີ່ຫລົບໜີອອກ ຈາກເຮືອນຊານຂອງພວກເຂົາເຈົ້າໄປ ໄດ້ເພີ່ມຫຼາຍຂຶ້ນ
4 ເທົ່າ ນັບຕັ້ງແຕ່ວັນສຸກ ເປັນຕົ້ນມາ ໃນຂະນະທີ່ ຂະໜາດຂອງການສັ່ນສະເທືອນ
ກໍໄດ້ເພີ່ມຂຶ້ນ ໂດຍໄດ້ກະຕຸ້ນໃຫ້ເກີດຄວາມຍ້ານກົວວ່າ ພູເຂົາໄຟ Agung ອາດຈະ
ລະເບີດຂຶ້ນ ເປັນຄັ້ງທຳອິດ ໃນຮອບຫຼາຍກວ່າ 50 ປີ.

ບັນດາເຈົ້າໜ້າທີ່ ໄດ້ເຕືອນພວກນັກທ່ອງທ່ຽວ ແລະ ພົນລະເມືອງ ໃຫ້ຫລີກເວັ້ນ ການໄປຕັ້ງຜາມທີ່ພັກ ຫຼື ການຍ່າງຕາມພູ ໃນໄລຍະ 12 ກິໂລແມັດມົນທົນ ຈາກປາກ
ພູເຂົາໄຟ ໃນຂະນະທີ່ ການເຄື່ອນໄຫວຂອງແຜ່ນດິນໄຫວ ໄດ້ກະທົບໃນບາງແຫ່ງ
ແລະ ຄວັນໄດ້ພຸ່ງຂຶ້ນຢູ່ເທິງບໍລິເວນຈຸດສູນກາງ ຂອງແຫລ່ງທ່ອງທ່ຽວ ທີ່ນິຍົມກັນ
ຫຼາຍທີ່ສຸດຂອງໂລກນັ້ນ.

ພູເຂົາໄຟດັ່ງກ່າວ ຕັ້ງຢູ່ປະມານ 75 ກິໂລແມັດ ຈາກສະຖານທີ່ທ່ອງທ່ຽວ Kuta ແມ່ນ
ໄດ້ມີການສັ່ນສະເທືອນມາ ນັບຕັ້ງແຕ່ເດືອນສິງຫາ.

ພູເຂົາໄຟ Agung ໄດ້ລະເບີດຂຶ້ນ ເປັນໄລຍະໆຜ່ານມາ ໃນລະຫວ່າງ ປີ 1963 ແລະ
1964 ໄດ້ສັງຫານຜູ້ຄົນ ປະມານ 1,100 ຄົນ ແລະ ອີກຫຼາຍຮ້ອຍຄົນ ໄດ້ຮັບບາດເຈັບ.

Bali Volcano
please wait
Embed

No media source currently available

0:00 0:01:42 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG