ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກະ​ສັດ​ຂອງ​ໄທ​ໄດ້​ປົດ ​ເອກ​ອັກ​ຄະມະ​ເຫ​ສີ ຂອງ​ພະ​ອົງ ​ອອກຈາກ​ທຸກຕຳ​ແໜ່ງ ໃນລ​າດ​ຊະ​ວັງ ແລະ​ກອງ​ທັບ


ພາບ​ຂອງ​ພະ​ນາງ ພະ​ນາງ​ສີ​ນີ​ນາດ ພິ​​ລາ​ສກັ​ລ​ຢາ​ນີ ທີ່​ຮູ້​ກັນ​ດີ​ອີກ​ຊື່​ນຶ່ງວ່າ ສີ​ນີ​ນາດ ວົງ​ວາ​ຈີ​ຣະ​ພັກ​ດີ ຢູ່​ໃນ​ວາ​ລະ​ສານ ຫ້ອງ​ການ​ຂອງ​ພະ​ຣາດ​ຊະ​ວັງ ຫລື Royal Office, ວັນ​ທີ 26 ສິງ​ຫາ, 2019
ພາບ​ຂອງ​ພະ​ນາງ ພະ​ນາງ​ສີ​ນີ​ນາດ ພິ​​ລາ​ສກັ​ລ​ຢາ​ນີ ທີ່​ຮູ້​ກັນ​ດີ​ອີກ​ຊື່​ນຶ່ງວ່າ ສີ​ນີ​ນາດ ວົງ​ວາ​ຈີ​ຣະ​ພັກ​ດີ ຢູ່​ໃນ​ວາ​ລະ​ສານ ຫ້ອງ​ການ​ຂອງ​ພະ​ຣາດ​ຊະ​ວັງ ຫລື Royal Office, ວັນ​ທີ 26 ສິງ​ຫາ, 2019

ກະ​ສັດ​ຂອງ​ໄທ​ໄດ້​ປົດ​ເອກ​ອັກ​ຄະມະ​ເຫ​ສີຂອງ​ພະ​ອົງ​ອອກຈາກ​ຕຳ​ແໜ່ງ ພາຍ​ຫລັງ​ທີ່​ໄດ້ມອບ​ໃຫ້​ແກ່ຄູ່​ຄອງ​ຂອງ​ພະ​ອົງບໍ່ໄດ້​ຮອດ 3 ເດືອນ.

ຄຳປະ​ກາດສະ​ບັບ​ນຶ່ງຢູ່​ໃນ​ຈົດ​ໝາຍ​ເຫດທາງລັດ​ຖະ​ບານຂອງຣາດ​ຊະ​ອາ​ນາ​ຈັກ​ໄທເວົ້າ​ວ່າ ພະ​ນາງ​ສີ​ນີ​ນາດ ພິລາ​ສກັ​ລ​ຢາ​ນີ (Sineenat Bilaskalayani) ອາ​ຍຸ 34 ປີໄດ້​ຖືກປົດ​ຈາກ​ທຸກ​ຕຳ​ແໜ່ງ​ແລະ​ຊັ້ນ​ທະ​ຫານ​ອອກ​ຍ້ອນ "ມີຄວາມ​ໄຝ່​ຝັນສູງເກີນ​ໄປ" ແລະ​ພະ​ຍາ​ຍາມທີ່​ຈະ "ຍົກ​ຕົນ​ເອງ​ຂຶ້ນໃຫ້​ມີ​ສະ​ຖານ​ະ​ພາບ ເທົ່າ​ກັບພະ​ຣາ​ຊີ​ນີ."

​ຄຳ​ປະ​ກາດ​ດັ່ງ​ກ່າວເວົ້າ​ວ່າ ການ​ກະ​ທຳ​ຂອງ​ພະ​ນາງ "ຖື​ວ່າບໍ່​ຊື່​ສັດ, ຂາດ​ຄວາມ​ກະ​ຕັນ​ຍູ, ບໍ່​ຮູ້​ບຸນ​ຄຸນ​ຕໍ່​ຄວາມ​ເມດ​ຕາກາ​ລຸ​ນາຂອງ​ກະ​ສັດ ແລະພັກ​ດັນ​ໃຫ້​ມີ​ຄວາມ​ແຕກ​ແຍກ​ກັນລະ​ຫວ່າງ​ບັນ​ດາ​ຜູ້​ຮັບ​ໃຊ້​ກະ​ສັດ, ເຮັດ​ໃຫ້ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຜິດ​ກັນ​ ​ແລະບ່ອນ​ທຳ​ລາຍ​ປະ​ເທດ​ຊາດແລະ​ການ​ປົກ​ຄອງ​ຂອງກະ​ສັດ.''

​ກະ​ສັດມະ​ຫາວະ​ຈິ​ຣາ​ລົງ​ກອນ ທີ່​ໄດ້​ຂຶ້ນ​ຄອງ​ຣາດ​ຊະ​ບັນ​ລັງ​ ໃນ​ປີ 2016 ໄດ້​ຊົງແຕ່ງ​ຕັ້ງ​ໃຫ້​ພະ​ນາງສີ​ນີ​ນາດ (Sineenat) ເປັນ​ເອກ​ອັກ​ຄະມະ​ເຫ​ສີ​ຂອງ​ພະ​ອົງ​ຫລັງ​ຈາກ​ພະ​ອົງ​ໄດ້​ອະ​ພິ​ເສກ​ສົມ​ລົດ​ກັບ​ພັນ​ລະ​ຍາ​ຜູ້​ທີ 4 ຂອງ​ພະ​ອົງ, ມະ​ເຫ​ສີສຸດ​ທິ​ດາ ໄດ້​ພຽງສອງ​ເດືອນ​.

ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ກະ​ສັດ​ໄທໄດ້​ປົດ​ຕຳ​ແໜ່ງ​ເອກ​ອັກ​ຄະມະ​ເຫ​ສີ​ອອກໃນ​ເວ​ລາ​ໄດ້ເກືອບນຶ່ງ​ສັດ​ຕະ​ວັດຜ່ານ​ມາ.

​ທັງ​ພະ​ນາງສີ​ນີນາດ ແລະ​ພະ​ນາງສຸດ​ທິ​ດາ ໄດ້​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຢູ່​ໃນໜ່ວຍ​ອາ​ລັກ​ຂາ​ຂອງ​ພະ​ລາດ​ຊະ​ວັງ. ພະ​ນາງ​ສຸດ​ທິ​ດາ ແຕ່​ກ່ອນ​ເປັນ​ນາ​ງ​ສາວ​ອາ​ກາດ ​ຂອງ​ສາຍ​ການ​ບິນ Thai Airways ສ່ວນ​ພະ​ນາງ​ສີ​ນີ​ນາດ ເປັນນາງ​ພະ​ຍາ​ບານທະ​ຫານ.

​ໂຊກ​ຊາ​ຕາ​ກຳ​ຂອງ​ພະ​ນາງສີ​ນີ​ນາດຢູ່​ໃນພະຣາດ​ຊະ​ວັງແມ່ນ​ຄ້າຍ​ຄື​ກັນ​ກັບຊາ​ຕາ​ກຳ​ຂອງມະ​ເຫ​ສີ​ອົງ​ທີ​ສອງ ແລະ​ທີ​ສາມ​ຂອງ​ກະ​ສັດ.

​ມະ​ເຫ​ສີ​ອົງ​ທີ​ສອງຂອງ​ກະ​ສັດ​ໄດ້​ຫລົບ​ໜີ​ມາ​ຢູ່​ໃນ​ສະ​ຫະ​ລັດ ພາຍ​ຫລັງ​ທີ່ພະ​ອົງ ໄດ້​ປະ​ກາດ​ຢ່າ​ຮ້າງ​ກັບ​ພະ​ນາງ. ກະ​ສັດ​ອົງ​ນີ້ຍັງ​ໄດ້​ປະ​ຕິ​ເສດບໍ່​ຮັບ​ເອົາ​ລູກ​ຊາຍ 4 ຄົນ ທີ່​ພະ​ນາງ​ມີ​ນຳ​ກັນ​ກັບ​ພະອົງນັ້ນອີກ​ດ້ວຍ.

​ມະ​ເຫ​ສີ​ອົງ​ທີ​ສາມ ກໍໄດ້ຖືກ​ປົດອອກ​ຈາກ​ຕຳ​ແໜ່ງເຊັ່ນ​ກັນ ແລະ​ກໍ​ຖືກ​ເນ​ລະ​ເທດ​ອອກ​ຈາກ​ພະ​ລາດ​ຊະ​ວັງ. ລູກ​ຊາຍ​ທີ່​ຢູ່​ໃນ​ໄວ​ໜຸ່ມ​ຂອງ​ພະ​ອົງແມ່ນ​ໄດ້​ອາ​ໄສ​ຢູ່​ນຳ​ພະ​ບິ​ດາຂອງ​ຕົນ.

ການ​ອະ​ພິ​ເສກ​ສົມ​ຂອງ​ກະ​ສັດຄັ້ງ​ທຳ​ອິດ ໃນ​ທີ່​ສຸດ​ກໍ​ໄດ້ມີ​ການ​ຢ່າ​ຮ້າງ​ເຊັ່ນ​ກັນ​ ແຕ່ວ່າມະ​ເຫ​ສີ​ຂອງ​ພະ​ອົງ​ ຄົນ​ນັ້ນ ກໍ​ເປັນ​ຄະ​ນະ​ຍາດ​ກັບ​ພະ​ອົງເຊັ່ນ​ກັນ ແລະ​ກໍ​ເປັນ​ສ່ວນ​ນຶ່ງ​ຂອງ​ຣາດ​ຊະ​ວົງ ສະ​ນັ້ນ ພະ​ນາງບໍ່​ຈຳ​ເປັນ​ຕ້ອງ​ມີ​ຊາ​ຕາ​ກຳ ແບບດຽວ​ກັນ​ກັບມະ​ເຫ​ສີ​ຄົນ​ອື່ນໆ.

ອ່ານ​ຂ່າວນ​ີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG