ພວກສະໜັບສະໜຸນ ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ
ທີ່ຖືກປົດອອກຈາກຕຳແໜ່ງ ຫຼາຍພັນຄົນ ໄດ້ຫຼັ່ງໄຫຼ ໄປໂຮມ
ຊຸມນຸມກັນໃນເຂດ ພາກຕາເວັນຕົກຂອງບາງກອກ ໃນວັນເສົາ
ມື້ນີ້ ເພື່ອຕ້ານຢັນກັບ ການເດີນຂະບວນປະທ້ວງ ຂອງພວກຕໍ່
ຕ້ານລັດຖະບານ ທີ່ກຳລັງຮຽກຮ້ອງ ໃຫ້ຈັດຕັ້ງລັດຖະບານ ໂດຍ
ບໍ່ຜ່ານການເລືອກຕັ້ງ.
ການໂຮມຊຸມນຸມຂະໜາດໃຫຍ່ໃນຄັ້ງນີ້ ມີຂຶ້ນນຶ່ງມື້ ຫຼັງຈາກພວກ
ປະທ້ວງຕໍ່ຕ້ານລັດຖະບານ ໄດ້ບຸກເຂົ້າໄປ ເພື່ອພະຍາຍາມຢຶດ
ເອົາ ສະຖານີໂທລະພາບຕ່າງໆ ແລະ ອາຄານໂຮງການລັດຖະ
ບານຫຼາຍໆແຫ່ງ ໃນບາງກອກ ໃນອັນທີ່ພວກເຂົາເອີ້ນວ່າ “ການເຄື່ອນໄຫວ ຄັ້ງສຸດທ້າຍ ຫຼື final push” ເພື່ອຂັບໄລ່ ລັດຖະບານ ທີ່ໄດ້ຮັບເລືອກ ແບບປະຊາທິປະໄຕ.
ຕຳຫລວດປາບຈາລະຈົນ ໄດ້ໃຊ້ແກັສນ້ຳຕາ ແລະທໍ່ສີດນ້ຳຂະໜາດໃຫຍ່ ສີດໃສ່ເພື່ອ
ຂັບໄລ່ ພວກປະທ້ວງ ທີ່ພະຍາຍາມຈະບຸກເຂົ້າໄປໃນຕຶກ ອົງການປ້ອງກັນຄວາມປອດໄພຂອງລັດຖະບານ.
ພວກປະທ້ວງທັງສອງກຸ່ມດັ່ງກ່າວ ໄດ້ຕັ້ງຫຼັກຢູ່ຫ່າງກັນຫຼາຍກິໂລແມັດ ສະນັ້ນ ຫວັງວ່າ ຄົງຈະບໍ່ມີຄວາມຮຸນແຮງເກີດຂຶ້ນ ໃນວັນເສົາມື້ນີ້.
ໃນມື້ວັນພຸດຜ່ານມານີ້ ສານລັດຖະທຳມະນູນ ໄດ້ຕັດສິນປົດ ທ່ານນາງ ຍິ່ງລັກ ແລະ
ສະມາຊິກໃນຄະນະລັດຖະບານ ຂອງທ່ານນາງ 9 ຄົນ ອອກຈາກຕຳແໜ່ງ ໃນຄະດີນຶ່ງ
ທີ່ພົວພັນກັບການແຕ່ງຕັ້ງ ລັດຖະກອນອະວຸໂສຄົນນຶ່ງ.
ລັດຖະບານໃນປັດຈຸບັນ ແມ່ນນຳພາໂດຍ ນາຍົກລັດຖະມົນຕີ
ຮັກສາການຊົ່ວຄາວ ຄື ທ່ານນິວັດທຳຣົງ ບຸນສົງໄພສານ ຊຶ່ງ
ເປັນລັດຖະມົນຕີການຄ້າ ທີ່ມີຄວາມສຳພັນໃກ້ຊິດ ກັບທ່ານນາງ
ຍິ່ງລັກ ແລະ ອ້າຍ ຂອງນາງ ຜູ້ທີ່ມີອິດທິພົນ ຄື ອະດີດນາຍົກ
ລັດຖະມົນຕີ ທັກສິນ ຊິນນະວັດ.
ເຖິງແມ່ນວ່າ ມີການຕັດສິນໄປແລ້ວກໍ່ຕາມ ພວກປະທ້ວງຫຼາຍ
ຄົນ ຍັງບໍ່ມີຄວາມພໍໃຈ ຍ້ອນວ່າ ລັດຖະບານ ຂອງທ່ານນາງ
ຍິ່ງລັກ ຈຳນວນຫຼາຍຄົນ ທີ່ຍັງຄົງຮັກສາຕຳແໜ່ງຢູ່ຕໍ່ໄປນັ້ນ.
ຄະນະກຳມະການ ຕໍ່ຕ້ານການທຸຈະລິດ ຄໍຣັບຊັ່ນຂອງໄທ ໄດ້ຕັດສິນຕື່ມອີກ ໃນວັນພະຫັດ
ຜ່ານມານີ້ວ່າ ມີຫຼັກຖານພຽງພໍທີ່ຈະຟ້ອງທ່ານນາງ ຍິ່ງລັກ ໃນຖານພົວພັນກັບໂຄງການ
ຈຳນຳເຂົ້າ ທີ່ເປັນບັນຫາ ໂຕ້ແຍ້ງກັນນັ້ນ ຊຶ່ງພວກຕຳໜິຕິຕຽນກ່າວວ່າ ໂຄງການດັ່ງກ່າວ
ເຕັມໄປດ້ວຍການທຸຈະລິດ ແລະ ສິ້ນເປືອງເງິນລັດຖະບານ ຫຼາຍລ້ານດອນລາ.