ຜູ້ນຳຄົນໃໝ່ຂອງສະພາກອງທັບໃໝ່ຂອງ ຊູດານ ໄດ້ກ່າວໃນວັນເສົາວານນີ້ວ່າ ທ່ານ
ມີຄວາມໝາຍໝັ້ນທີ່ຈະສົ່ງອຳນາດໃຫ້ລັດຖະບານພົນລະເຮືອນພາຍໃນສອງປີ ແລະ
ວ່າການກັກບໍລິເວນໃນຕອນກາງຄືນແມ່ນໄດ້ຖືກຍົກເລີກແລ້ວ.
ນາຍພົນໂທ ອັບແດລ ຟັດທາ ເບີຮານ ໄດ້ທຳການປະກາດ ໃນລະຫວ່າງການກ່າວຄຳ
ປາໄສທາງໂທລະພາບຄັ້ງທຳອິດຂອງທ່ານ, ເມື່ອທ່ານຍັງໄດ້ສັ່ງໃຫ້ປ່ອຍຕົວນັກໂທດ
ທີ່ຖືກຈັບພາຍໃນກົດໝາຍສຸກເສີນ ເຊິ່ງອອກຄຳສັ່ງໂດຍປະທານາທິບໍດີທີ່ຖືກຂັບໄລ່
ອອກຈາກຕຳແໜ່ງທ່ານ ໂອມາ ອາລ-ບາເຊຍ.
ການເຄື່ອນໄຫວດັ່ງກ່າວແມ່ນສັນຍານຄັ້ງຫຼ້າສຸດວ່າ ການປະທ້ວງສະໜັບສະໜູນປະ
ຊາທິປະໄຕ ໄດ້ຫຼຸດອິດທິພົນຂອງກອງທັບ ໃນປະເທດທີ່ອຸດົມສົມບູນໄປດ້ວຍນ້ຳ
ມັນນັ້ນ.
ການປະກາດໄດ້ມີຂຶ້ນຫຼັງຈາກຫົວໜ້າອົງການສືບລັບ ຊູດານ ທ່ານ ຊາລາ ອັບດາລລາ
ໂມຮາເມັດ ຊາເລ ໄດ້ລາອອກຈາກຕຳແໜ່ງໃນວັນເສົາວານນີ້, ນຶ່ງວັນຫຼັງຈາກລັດຖະ
ມົນຕີປ້ອງກັນປະເທດໄດ້ລາອອກ ຫຼຸນຫຼັງການໂຄ່ນລົ້ມປະທານາທິບໍດີຂອງກອງທັບ
ດັ່ງກ່າວ.
ສະພາທີ່ວ່ານັ້ນໄດ້ອອກຖະແຫຼງການສະບັບນຶ່ງເວົ້າວ່າ ຜູ້ນຳຂອງເຂົາເຈົ້າ, ທ່ານ ອັບ
ແດລ ຟັດທາ ອາລ-ເບີຮານ, ໄດ້ຮັບເອົາການລາອອກຂອງທ່ານ ຊາເລ, ເຊິ່ງຮູ້ຈັກກັນ
ໂດຍທົ່ວໄປວ່າ ຊາລາ ກອສ.
ທ່ານ ກອສ ໄດ້ນຳພາອົງການສືບລັບ ແລະ ການຮັກສາຄວາມປອດໄພແຫ່ງຊາດ ແລະ
ໄດ້ຄວບຄຸມການປາບປາບຜູ້ປະທ້ວງຢ່າງໂຫດຮ້າຍ ຜູ້ທີ່ໄດ້ເຂົ້າຮ່ວມການປະທ້ວງດົນ
ສີ່ເດືອນ ເຊິ່ງບາງຄັ້ງຮຸນແຮງເຖິງຊີວິດ ທີ່ໄດ້ນຳໄປສູ່ການຂັບໄລ່ທ່ານ ອາລ-ບາເຊຍ
ຈາກກອງທັບດັ່ງກ່າວອອກຈາກຕຳແໜ່ງໃນວັນພະຫັດທີ່ຜ່ານມາ.
ລັດຖະມົນຕີປ້ອງກັນປະເທດ ພົນຕີ ອາວັດ ໂມຮາເມັດ ອິບິນ ໂອຟ ໄດ້ລົງຈາກຕຳ
ແໜ່ງຫົວໜ້າຂອງສະພາກອງທັບໃໝ່ໃນວັນສຸກທີ່ຜ່ານມາ ຫຼັງຈາກໄດ້ຮັບຕຳແໜ່ງມາ
ພຽງນຶ່ງວັນ. ທ່ານ ອິບິນ ໂອຟ ໄດ້ທຳການປະກາດ ໃນຂະນະທີ່ພວກປະທ້ວງໄດ້ຮຽກ
ຮ້ອງໃຫ້ສິ້ນສຸດການປົກຄອງແບບຜະເດັດການໄວຂຶ້ນ ແລະ ການເຮັດໃຫ້ສະພາບ
ທາງເສດຖະກິດຮ້າຍແຮງຂຶ້ນ.