ລູກສາວຂອງອະດີດນັກສືບຣັດເຊຍ ທີ່ຖືກໂຈມຕີດ້ວຍສານພິດທໍາລາຍລະບົບປະສາດ
ຢູ່ອັງກິດນັ້ນເວົ້າວ່າ ສຸຂະພາບຂອງລາວໄດ້ຟື້ນຟູຄືນຢ່າງໄວວາ.
ນາງ ຢູເລຍ ສກຣີປາລ (Yulia Skripal) ເວົ້າຢູ່
ໃນຖະແຫລງການສະບັບນຶ່ງທີ່ນໍາອອກເຜີຍແຜ່
ໃນວັນພະຫັດວານນີ້ວ່າ "ຂ້ອຍຮູ້ເມື່ອຄີງໄດ້ອາ
ທິດກວ່າແລ້ວ ແລະດຽວນີ້ ຂ້ອຍຍິນດີທີ່ຈະເວົ້າ
ໄດ້ວ່າຂ້ອຍນັບມື້ ນັບມີຄວາມແຂງແຮງເພີ້ມຂຶ້ນ."
ທ່ານເຊີເກ ສກຣີປາລ (Sergei Skripal) ພໍ່
ຂອງນາງທີ່ມີອາຍຸ 66 ປີ ຍັງຢູ່ໃນອາການສາ
ຫັດຢູ່ໃນໂຮງໝໍອັງກິດ ພາຍຫລັງທີ່ຖືກ
ສານພິດໃນວັນທີ 4 ມີນາ ທີ່ອັງກິດເວົ້າວ່າ
ຣັດເຊຍເປັນຜູ້ເຮັດນັ້ນ. ການໂຈມຕີຕໍ່ຄອບຄົວ
ສກຣີປາລ ໄດ້ເຮັດມີການຕອບໂຕ້ທາງ
ການທູດກັນ ລະຫວ່າງບັນດາປະເທດຕາເວັນຕົກ ແລະມົສກູທີ່ເຕືອນໃຫ້ຫວນຄືນເຖິງ
ການປະເຊີນໜ້າກັນໃນສະໄໝສົງຄາມເຢັນໃນຊຸມປີ 1950.
ອັງກິດ, ສະຫະລັດ ແລະປະເທດໃນກຸ່ມເນໂຕ້ (NATO) ອື່ນໆ ໄດ້ຂັບໄລ່ນັກການ
ທູດຣັດເຊຍອອກຈາກປະເທດຕົນຫລາຍກວ່າ 150 ຄົນ ເພື່ອສະແດງໃຫ້ເຫັນຄວາມ
ເຫັນພ້ອມພຽງສາມັກຄີກັນ ກ່ຽວກັບການໂຈມຕີດັ່ງກ່າວ. ສ່ວນຣັດເຊຍກໍຢືນຢັດປະຕິ
ເສດ ຕະຫລອດມາວ່າ ຕົນບໍ່ໄດ້ມີສ່ວນກ່ຽວຂ້ອງ ໃນເລື່ອງດັ່ງກ່າວ ແລະກໍໄດ້ຂັບໄລ່
ພວກນັກການທູດຂອງປະເທດຕາເວັນຕົກອອກຈາກປະເທດ ໃນຈໍານວນເທົ່າກັນ.
ໃນວັນພະຫັດວານນີ້ ເຊື່ອກັນວ່າ ມີລົດເມ 3 ຄັນ ໄປຮັບເອົາພວກນັກການທູດອາເມ
ຣິກັນອອກຈາກສະຖານທູດສະຫະລັດ ໃນນະຄອນຫລວງມົສກູ ພາຍຫລັງທີ່ເອົາຫີບ
ເຄື່ອງຂອງພວກເຂົາເຈົ້າ ຂົນໃສ່ລົດກະບະໄປແລ້ວ.
ຢູ່ໃນຖະແຫລງຂອງນາງນັ້ນ ນາງຢູເລຍ ສກຣີປາລ (Yulia Skripal) ອາຍຸ 33 ປີເວົ້າ
ວ່າ ລາວ “ຮູ້ສຶກເຖິງບຸນຄຸນຂອງທຸກຄົນທີ່ໄດ້ເອົາໃຈໃສ່ຕໍ່ຂ້ອຍແລະຂອບໃຈສໍາລັບຄໍາ
ອວຍພອນໃຫ້ຂ້ອຍຫາຍໄວໆ.”