ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດເຊຍ ປະທ້ວງທ່ານ ປູຕິນ, ຜູ້ລົງແຂ່ງຂັນ ສະໜັບສະໜູນວັງ ເຄຣັມລິນ ທີ່ຊະນະການເລືອກຕັ້ງ


ຜູ້ປະທ້ວງຄົນນຶ່ງຢູ່ຈະຕຸລັດ ປຸສກິນ ໃນນຄອນຫຼວງ ມົສກູ, ບ່ອນທີ່ປະຊາຊົນ 800 ຄົນມີລາຍງານວ່າຖືກຈັບກຸມ ໃນ
ຂະນະທີ່ກຳລັງທຳການປະທ້ວງ ການປະຕິຮູບການຂຶ້ນ
ອາຍຸອອກບຳນານ ຂອງ ຣັດເຊຍ. ປະທານາທິບໍດີ ປູຕິນ ໄດ້ໂຕ້ຖຽງວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນຄວາມຈຳເປັນ
ດ້ານການເງິນ. (VOA/C. Maynes)
ຜູ້ປະທ້ວງຄົນນຶ່ງຢູ່ຈະຕຸລັດ ປຸສກິນ ໃນນຄອນຫຼວງ ມົສກູ, ບ່ອນທີ່ປະຊາຊົນ 800 ຄົນມີລາຍງານວ່າຖືກຈັບກຸມ ໃນ ຂະນະທີ່ກຳລັງທຳການປະທ້ວງ ການປະຕິຮູບການຂຶ້ນ ອາຍຸອອກບຳນານ ຂອງ ຣັດເຊຍ. ປະທານາທິບໍດີ ປູຕິນ ໄດ້ໂຕ້ຖຽງວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນຄວາມຈຳເປັນ ດ້ານການເງິນ. (VOA/C. Maynes)

ປະຊາຊົນ ຣັດເຊຍ ຫຼາຍພັນຄົນໄດ້ຊຸມນຸມກັນຕໍ່ຕ້ານການປະຕິຮູບ ການອອກບຳນານ
ທີ່ລັດຖະບານສະໜັບສະໜູນ ແລະ ຫຼາຍຮ້ອຍຄົນໄດ້ຖືກຈັບໃນວັນອາທິດວານນີ້,
ໃນຂະນະທີ່ບັນດາຜູ້ລົງແຂ່ງຂັນ ທີ່ໄດ້ຮັບການໜູນຫຼັງຈາກວັງ ເຄຣັມລິນ ສຳລັບຕຳ
ແໜ່ງເຈົ້າຄອງກຳແພງ ທີ່ມີອຳນາດ ໃນນະຄອນຫຼວງ ມົສກູ ພ້ອມກັບການປົກຄອງພື້ນ
ທີ່ສ່ວນ ໃຫຍ່ນັ້ນ ໄດ້ປາກົດວ່າ ຈະໄດ້ຮັບໄຊຊະນະໃນການເລືອກຕັ້ງ ທີ່ມີຢູ່ທົ່ວປະ
ເທດຢ່າງງ່າຍດາຍ.

ຮູບພາບແຍກກັນ ຂອງຜູ້ລົງຄະແນນສຽງ ທີ່ກຳລັງຍິ້ມຢູ່ໃນຈໍໂທລະ ພາບ ກັບ ພວກ
ປະທ້ວງກົ້ມໜ້າລົງ ຈາກການຖືກຕຳຫຼວດເອົາໄມ້ຄ້ອນຕີຢູ່ອິນເຕີແນັດນັ້ນ ອີກຄັ້ງນຶ່ງ
ໄດ້ກໍ່ໃຫ້ເກີດຄຳຖາມ ກ່ຽວກັບ ລະບົບຂອງອັນທີ່ເອີ້ນວ່າ “ການບໍລິຫານປະຊາທິປະ
ໄຕ” ຂອງ ຣັດເຊຍ ເຊິ່ງເສລີພາບທາງການເມືອງແມ່ນໄດ້ຖືກອະນຸໂລມ, ແຕ່ໃນພຽງ
ລະດັບໃດນຶ່ງ.

ໃນຂະນະທີ່ມີລາຍງານ ກ່ຽວກັບ ການລ່ວງລະເມີດການເລືອກຕັ້ງ ແລະ ການສໍ້ໂກງ
ບັດຄະແນນສຽງເປັນບາງຄັ້ງບາງຄາວນັ້ນ, ການລົງຄະແນນສຽງໃນວັນອາທິດວານນີ້
ຍັງໄດ້ເຮັດໃຫ້ລະນຶກເຖິງການເລືອກ ຕັ້ງປະທານາທິບໍດີຂອງ ຣັດເຊຍ ໃນເດືອນມີນາ
ທີ່ຜ່ານມາ, ເຊິ່ງຖືກ ພົບເຫັນວ່າ ປະທານາທິບໍດີ ວລາດິເມຍ ປູຕິນ ໄດ້ຄອບງຳສະ
ຖານທີ່ແຂ່ງຂັນ ຫຼັງຈາກຄະນະກຳມາທິການການເລືອກຕັ້ງຂອງ ຣັດເຊຍ ບໍ່ຍອມຮັບ
ຮູ້ຜູ້ທີ່ອາດເປັນຄູ່ແຂ່ງຈາກການແຂ່ງຂັນ ລ່ວງໜ້າວັນເລືອກຕັ້ງ.

ທ່ານ ດິມິທຣີ ກຸດຄັອຟ (Dmitry Gudkov), ຜູ້ນຳພັກເພື່ອການປ່ຽນແປງ, ຜູ້ທີ່ລົງ
ແຂ່ງຂັນຂອງທ່ານ ເພື່ອເອົາຕຳແໜ່ງກັບເຈົ້າຄອງກຳແພງຂອງ ນະຄອນຫຼວງ ມົສກູ
ຄົນປັດຈຸບັນທ່ານ ເຊີເກ ໂຊເບຍນິນ ໄດ້ຖືກທຳລາຍຈາກ “ການເກັບລາຍເຊັນ” ຂອງ
ບັນດາຜູ້ແທນທີ່ເພັ່ງເລັງໃສ່ ການຮັກສາຫາງສຽງທີ່ເປັນບັນຫາຕ່າງໆ ອອກຈາກຂະ
ບວນການລົງຄະແນນສຽງນັ້ນ ໄດ້ກ່າວວ່າ “ນີ້ບໍ່ແມ່ນການເລືອກຕັ້ງ. ພວກເຮົາຖືວ່າ
ມັນເປັນການແຕ່ງຕັ້ງຕຳແໜ່ງຄືນ.”

ດ້ວຍການມີແຕ່ຜູ້ລົງແຂ່ງຂັນທີ່ຖືກຮັບຮອງເອົາໂດຍວັງ ເຄຣັມລິນເທົ່ານັ້ນ ທີ່ໄດ້ ຮັບ
ອະນຸຍາດໃຫ້ລົງແຂ່ງຂັນ, ແມ່ນກະທັ້ງບັນດານັກສັງເກດ ການທາງດ້ານການເມືອງ
ທີ່ມີປະສົບການສູງກໍຍອມຮັບວ່າ ເຂົາເຈົ້າໄດ້ຄົ້ນພົບວ່າ ມັນຍາກຫຼາຍ ທີ່ຈະລະບຸວ່າ
ການແຂ່ງຂັນຂອງທ່ານ ໂຊເບຍນິນ ແມ່ນໃຜ.

ທ່ານ ແອນຕັນ ໂອເຣັກ (Anton Orekh), ນັກສັງເກດການການເມືອງ ຂອງສະຖານີ
ວິດທະຍຸ Echo of Moscow ໄດ້ກ່າວໃນການສຳພາດ ກັບວີໂອເອວ່າ “ເວົ້າຈາກໃຈ
ຈິງແລ້ວ, ຂ້າພະເຈົ້າແມ່ນນັກວິເຄາະການ ເມືອງ ແລະ ແມ່ນກະທັ້ງຂ້າພະເຈົ້າເອງ
ຍັງບໍ່ຮູ້ວ່າ ຜູ້ລົງແຂ່ງຂັນຄົນອື່ນໆແມ່ນໃຜ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ແລະ ປະຊາຊົນໃນທ້ອງຖິ່ນສ່ວນຫຼາຍກໍຮູ້ ສຶກແບບດຽວ
ກັນກັບຂ້າພະເຈົ້າ. ມັນເຫັນໄດ້ຊັດເຈນຕະຫຼອດວ່າ ຜູ້ໃດ ຈະຊະນະການເລືອກຕັ້ງ
ພວກນີ້. ມັນຮອດບໍ່ຈຳເປັນທີ່ຈະປອມແປງຜົນ ຂອງຄະແນນສຽງເລີຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG