ເກົາຫຼີເໜືອ ໄດ້ຕັດສິນລົງໂທດ ໃຫ້ຈຳຄຸກຕະຫລອດຊີວິດ
ພ້ອມດ້ວຍອອກແຮງງານໜັກ ແກ່ຜູ້ຊາຍ ຊາວເກົາຫຼີໃຕ້
ສອງຄົນ ທີ່ທາງການໄດ້ກ່າວຫາວ່າ ສອດແນມໃຫ້ໂຊລ.
ໂທລະພາບຂອງທາງການເກົາຫຼີເໜືອ ກ່າວໃນວັນອັງຄານ
ວານນີ້ ວ່າ ທ້າວ Kim Kuk Gi ແລະ ທ້າວ Choe Chun Gil
ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນຖານຫາທາງໂຄ່ນລົ້ມ
ລັດຖະບານ ຢູ່ທີ່ການດຳເນີນຄະດີ ໃນນະຄອນຫຼວງພຽງຢາງ.
ທ້າວ Choe ຜູ້ທີ່ຄ້າຍຄືກັນກັບທ້າວ Kim ໄດ້ຖືກຈັບກຸມ ເມື່ອ
ທ້າຍປີກາຍນີ້ ໄດ້ກົ້ມຫົວສະແດງຄວາມເຄົາລົບຢ່າງເລິກເຊິ່ງ ແລະ ປາກົດວ່າຮ້ອງໄຫ້ ໃນຂະນະທີ່ຜູ້ພິພາກສາ ອ່ານຄຳຕັດສິນລົງໂທດ ອິງຕາມລາຍງານຂ່າວຂອງໂທລະພາບ ທາງການເກົາຫຼີເໜືອ.
ຜູ້ພິພາກສາ ທີ່ບໍ່ໄດ້ບອກຊື່ ອ່ານຄຳຕັດສິນ ວ່າ “ການຕັດສິນລົງໂທດນີ້ ເປັນຂັ້ນສຸດທ້າຍ ແລະ ບໍ່ສາມາດອຸທອນໄດ້.”
ເມື່ອເດືອນແລ້ວນີ້ ຜູ້ຖືກກັກຂັງ ໄດ້ຮັບອະນຸຍາດ ໃຫ້ລົມກັບ ອົງການ ຂ່າວ CNN. ທັງສອງ ຄົນ ກ່າວຕໍ່ເຄືອຂ່າຍໂທລະພາບດັ່ງກ່າວ ວ່າ ພວກເຂົາເຈົ້າ ໄດ້ທຳການສອດແນມໃຫ້ແກ່ເກົາຫຼີໃຕ້.
ລັດຖະບານເກົາຫຼີໃຕ້ ໄດ້ປະຕິເສດຕໍ່ ຂໍ້ກ່າວຫາດັ່ງກ່າວ ແລະ ໄດ້ຮຽກຮ້ອງໃຫ້ປ່ອຍໂຕ
ຊາວເກົາຫຼີໃຕ້ທັງໝົດ ທີ່ຖືກກັກຂັງຢູ່ໃນເກົາຫຼີເໜືອ ໂດຍທັນທີ.
ເກົາຫຼີເໜືອ ໄດ້ຈັບກຸຸມຊາວຕ່າງຊາດ ຊ້ຳແລ້ວຊ້ຳອີກ. ພວກເຂົາເຈົ້າໂດຍສ່ວນໃຫຍ່ ຖືກ
ບັງຄັບໃຫ້ສາລະພາບຄວາມຜິດ ຕໍ່ຂໍ້ກ່າວຫາ ຕໍ່ຕ້ານລັດຖະບານຕ່າງໆນາໆ ລວມທັງ
ການຈາລະກຳ.