ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ​ສິ້ງ​ຊອມ ພົບວ່າ ມີການ​​ເຄື່ອນ​ໄຫວ ຢູ່ບ່ອນ​ທົດ​ລອງ​ ອາວຸດ​ນິວ​ເຄລຍ ຂອງ​ເກົາຫຼີ​ເໜືອ.


ພາບທີ່ເກັບກຳຈາກ GeoEye ທີ່ສະແດງໃຫ້ເຫັນ ໂຮງໄຟຟ້າ Yongbyon ໃນ ເກົາຫຼີເໜືອ.
ພາບທີ່ເກັບກຳຈາກ GeoEye ທີ່ສະແດງໃຫ້ເຫັນ ໂຮງໄຟຟ້າ Yongbyon ໃນ ເກົາຫຼີເໜືອ.

ອົງການ​ສິ້ງ​ຊອມ​ກ່ຽວ​ກັບ​ເກົາ​ຫຼີ​ເໜືອ​ ທີ່​ມີ​ສຳນັກງານ​ຢູ່​ສະຫະລັດກ່າວ​ວ່າ ພາບ​ຖ່າຍຈາກ​ດາວ​ທຽມ ຫວ່າງ​ມໍ່ໆ​ມາ​ນີ້ ພິສູດ​ໃຫ້​ເຫັນເຖິງ “ການເຄື່ອນ​ໄຫວ” ​ຢູ່​ບ່ອນ​ທົດ​ລອງ​ອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ.

ລາຍ​ງານ​ທີ່ໄດ້​ນຳ​ອອກ​ເຜີຍ​ແຜ່ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍເວັບ​ໄຊ​ຕ໌ 38 North ລະບຸ​ວ່າ
ພາບ​ທີ່​ເຫັນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ເຖິງເຄື່ອງ​ໃຊ້ ຫຼື ອຸບປະກອນຕ່າງໆ​ໄດ້​ຂົນ​ເຂົ້າ​ໄປ​ຍັງ​ຂົງ​ເຂດ ກອງຂຶ້ນຈາກ​ໜ້າດິນ ​ທາງ​ດ້ານ​ເໜືອ​ຂອງ​ສະຖານ​ທີ່ ​ທີ່​ເກົາຫຼີ​ເໜືອທົດ​ລອງນິວ​ເຄລຍ ​ໃນ​ປີ 2013 ​ແລະ 2016 ນັ້ນ.

ເວັບ​ໄຊ​ຕ໌ 38 North ​ໄດ້​ກ່າວ​ວ່າ “ຍັງ​ລົງ​ຄວາມ​ເຫັນ​ບໍ່​ໄດ້​ເທື່ອ​ວ່າ ​ນີ​ເປັນການ​ປະຕິບັດ​ ງານ​ເພື່ອ​ສ້ອມ​ແປງ ຫຼື ການ​ຕຽມສຳຫຼັບ​ການ​ທົດ​ລອງ​ຄັ້ງ​ທີ 5” ອິງ​ຕາມ​ຮູບ​ພາບ​ຈາກ​ດາວ​ທຽ​ມ ພຽງ​ລຳພັງ ​ແຕ່​ວ່າ ກຸ່ມ​ດັ່ງກ່າວ​ກ່າວ​ວ່າ ​ມັນ​ເປັນ​ທີ່​ແຈ້ງ​ຂາວ​ແລ້ວ​ວ່າ ​ພຽງ​ຢາງ ແມ່ນ​ເຮັດ​ໃຫ້​ແນ່​ໃຈ​ວ່າ ​ເຂດ Punggye-ri “ນັ້ນ​ແມ່ນ​ຕຽມພ້ອມ​ສະ​ເໝີ” ສຳ​ຫຼັບ​ກໍລະນີ​ໃດໆ​ກໍ​ຕາມ​ໃນ​ການ​ທົດ​ລອງ​ໃນ​ອະນາ​ຄົດ.

ພຽງ​ຢາງ ​ໄດ້​ທົດ​ລອງ 4 ຄັ້ງ​ທີ່​ຮູ້​ກັນ​ວ່າ​ເປັນ​ການ​ທົດ​ລອງ​ນິວ​ເຄລຍ ນັບ​ຕັ້ງ​ແຕ່​ປີ 2006 ເປັນຕົ້ນມາ ຊຶ່ງ​ຄັ້ງ​ຫຼ້າ​ສຸດ​ແມ່ນ​ເດືອນ​ມັງ​ກອນ ​ແລ້ວ​ນີ້.

​ໃນ​ເດືອນ​ທີ່​ແລ້ວ​ນີ້ ອົງການ​ຄຸ້ມ​ຄອງນິວ​ເຄລຍ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຄື​ພະລັງງານ​ປະລະມະ​ນູສາກົນ ​ໄດ້​ກ່າວ​ວ່າ ຫຼັກ​ຖານ​ຈາກ​ດາວ​ທຽມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເກົາຫຼີ​ເໜືອ ​ຈະ​ເລີ້ມກິດຈະການ​ຄືນ​ໃໝ່​ທີ່​ໂຮງ​ໄຟຟ້າ Yongbyon ​ເພື່ອ​ຜະລິດ​ທາດ plutonium ຈາກ ​ທ່ອນ ​ເຊື້​ອໄຟນິວ​ເຄລຍທີ່​ໃຊ້​ແລ້ວ.

ຂໍ້​ມູນ​ຕ່າງໆແມ່ນ​ຖືກຕ້ອງ​ກັບ​ຫຼັກ​ຖານ​ທີ່​ຄົ້ນ​ພົບ​ໃນ ເວັບ​ໄຊ​ຕ໌ 38 North ຊຶ່ງ​ໄດ້​ລາຍ​ງານ​ໄປ ​ໃນ​ເດືອນ​ເມສາ​ຜ່ານ​ມາ ທີ່​ໄດ້​ເກັບ​ກຳ​ຈາກ​ໂຮງ​ໄຟຟ້າ ​Yongbyon ບ່ອນ​ທີ່​ເປັນ​ຖານ​ຫຼັກ​ນັ້ນ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG