ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວໃນວັນສຸກວານນີ້
ວ່າ ການຈັດຕັ້ງປະຕິບັດ ການລົງໂທດ ຂອງສະຫະປະຊາຊາດ ຕໍ່ເກົາຫຼີເໜືອ ແມ່ນມີ
ຄວາມສຳຄັນ ເພື່ອຈະເຮັດໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນິວເຄລຍ.
ການໃຫ້ຄວາມເຫັນ ຂອງທ່ານພອມພຽວ ມີຂຶ້ນ ຫລັງຈາກສະຫະລັດ ໄດ້ກ່າວຫາຣັດ
ເຊຍວ່າຫາທາງປ່ຽນແປງລາຍງານທີ່ເປັນອິດສະຫຼະຂອງອົງການສະຫະປະຊາຊາດ ເພື່ອປິດບັງການກ່າວຫາທີ່ວ່າ ຣັດເຊຍໄດ້ລະເມີດ ການລົງໂທດຂອງອົງການສະຫະ
ປະຊາຊາດຕໍ່ເກົາຫຼີເໜືອ.
ທ່ານພອມພຽວກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນສຸກວານ
ນີ້ວ່າ “ຣັດເຊຍໄດ້ພະຍາຍາມຢ່າງບໍ່ຢຸດຢ່ອນທີ່ຈະບ່ອນທຳລາຍມະຕິຕ່າງໆຂອງສະ
ພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໂດຍພະຍາຍາມຫາທາງທີ່ຈະປ່ຽນແປງ
ຄຳເວົ້າ ຢູ່ໃນລາຍງານ ທີ່ໄດ້ຊັ່ງຊາເບິ່ງການປະຕິບັດ ການລົງໂທດຕໍ່ພຽງຢາງ.”
ທ່ານພອມພຽວໄດ້ກ່າວຊ້ອງໜ້າ ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະ
ຫະປະຊາຊາດ ທ່ານນາງນິກກີ ເຮລີ ໃນວັນສຸກວານນີ້. ນຶ່ງມື້ກ່ອນໜ້ານັ້ນ ທ່ານນາງ
ເຮລີກ່າວວ່າ ຣັດເຊຍໄດ້ກົດດັນ ໃຫ້ຄະນະສິ້ງຊອມເບິ່ງ ການລົງໂທດ ທີ່ເປັນອິດສະ
ຫຼະ ປ່ຽນແປງລາຍງານ ຊຶ່ງໃນທີ່ສຸດ ກໍໄດ້ຖືກນຳສະເໜີຕໍ່ຄະນະຮັບຜິດຊອບກ່ຽວກັບ
ການລົງໂທດຕໍ່ເກົາຫຼີເໜືອຂອງສະພາຄວາມໝັ້ນຄົງໃນເດືອນແລ້ວນີ້.
ທ່ານພອມພຽວກ່າວຕື່ມວ່າ “ສະຫະລັດແມ່ນມີຄວາມໝາຍໝັ້ນ ທີ່ຈະສືບຕໍ່ ການຈັດ
ຕັ້ງປະຕິບັດມະຕິຕ່າງໆເຫຼົ່ານັ້ນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.
ພວກເຮົາເຊື່ອວ່າມັນເປັນໃຈກາງໃນຄວາມພະຍາຍາມຂອງປະທານາ ທິບໍດີທຣຳ ທີ່
ຈະຊັກຊວນ ໃຫ້ຜູ້ນຳຂອງເກົາຫຼີເໜືອ ປະທານກິມ ຈົງ ອຶນ ຮັບຮູ້ວ່າ ການປົດອາວຸດ
ນິວເຄລຍຂັ້ນສຸດທ້າຍ ຢູ່ໃນແຫຼມເກົາຫຼີ ແມ່ນມີຄວາມຈຳເປັນ.”
ທັງຣັດເຊຍ ແລະ ຈີນ ແມ່ນເບິ່ງກັນວ່າ ຕ່າງກໍໄດ້ພະຍາຍາມ ທີ່ຈະຊຸກຍູ້ ໃຫ້ສະພາ
ຄວາມໝັ້ນຄົງສະຫະປະຊາຊາດ ຜ່ອນຜັນການລົງໂທດ ຕໍ່ພຽງຢາງຫລັງຈາກການ
ພົບປະສຸດຍອດລະຫວ່າງສະຫະລັດ ກັບເກົາຫຼີເໜືອ ໃນເດືອນມິຖຸນາຜ່ານມາ.
ໃນວັນພະຫັດຜ່ານມານີ້ ວໍຊິງຕັນກໍໄດ້ທຳການລົງໂທດຕໍ່ບໍລິສັດຂໍ້ມູນເທັກໂນໂລຈີ
ຂອງເກົາຫຼີເໜືອ 2 ບໍລິສັດທີ່ຕັ້ງຢູ່ໃນປະເທດຈີນແລະຣັດເຊຍຍ້ອນໃຫ້ການສະໜັບ
ສະໜຸນຕໍ່ໂຄງການອາວຸດນິວເຄລຍແລະລູກສອນໄຟຂອງພຽງຢາງ.