ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ພິງ ກຳລັງ​ຕຽ​ມ ​ເປັນ​ຕົວ​​ແທນ​ ຂອງ​ລັດ ຄາ​ລີ​ຟໍ​ເນຍ ​ເພື່ອ​ປະ​ກວດ ຫຼິ້ນກ້າມ ລະດັບປະເທດ ​​


Ping Latvong_Mr. California Competition
please wait

No media source currently available

0:00 0:00:59 0:00

ການປະກວດຊາຍງາມ Mr. California

ພິງ ລັດວົງ ​ກໍ​ເປັນພຽງ​ເດັກນ້ອຍລາວທັມມະ​ດາ​ຜູ້​ນຶ່ງ ທີ່​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃນ​ສະຫະລັດ ​ແບບຊາວ​ອົບ​ພະຍົບລາວ​ທົ່ວ​ໄປ ​ແຕ່​ວ່າ ​ພິງ​ໄດ້​ຕໍ່ສູ້​ສ້າງ​ເນື້ອ​ສ້າງ​ຕົວ​ມາ ​ຈົນໄດ້​ດິບ​ໄດ້​ດີ
ການ​ໃຊ້ຊີວິດ​ຂອງ​ພິງ ຈຶ່ງ​ແຕກ​ຕ່າງອອກ​ໄປຈາກ​ຊາວ​ລາວ​ອົບ​ພະຍົບທົ່ວ​ໄປ ​ແລະ​ວ່າ
ເລື້ອງ​ລາວຂອງ​ພິງ ຈະ​ເປັນ​ໄປ​ຢ່າງ​ໃດ​ນັ້ນ ຂໍ​ເຊີນ​ທ່ານຮັບ​ຟັງ​ການ​ສຳພາດ​ຈາກວັນນະ
​ສອນ​ ​ໃນ​ລາຍ​ການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ການ​ສຳພາດ​ກັບ ພິງ ລັດວົງ​ຄັ້ງ​ນີ້ ​ແມ່ນ​ບົດຮຽນ​ສອນ​ໃຈ ​ເຮັດ​ໃຫ້​ພວກ​ເຮົາ ​ໄດ້​ຮຽນ​ຮູ້​
ເຖິງ​ຄວາມ​ສາມາດ​ຂອງຄົນ​ເຮົາ​ ຊີວິດ​ຄວາມ​ສາມາດ​ຂອງ​ຄົນເຮົາ ​ແມ່ນ​ຖື​ວ່າພະ​ເຈົ້າ
​ໃຫ້​ມາຊຶ່ງ​ແຕ່ລະຄົນກໍ​ມີ​ຄວາມ​ສາມາດ ທີ່​ເດັ່ນ​ຕາມແບບ​ສະບັບຂອງໃຜລາວ ​ທີ່​ບໍ່​ເໝືອນ
​ໃຜ ແລະ​ບໍ່​ມີ​ໃຜ​ເໝືອນ ທີ່​ເອີ້ນ​ກັນ​ວ່າ ພອນ​ສະຫວັນ. ພິງ​ຖື​ວ່າ​ເປັນ​ຜູ້​ຊາຍ​ທີ່​ມີ​ພອນ
​ສະຫວັນ ​ ໃນ​ຫຼາຍໆ​ດ້ານ ບໍ່​ວ່າ ຈະ​ເປັນຊ່າງຕັດຜົມ ​ຫຼື​ເປັນ​ຜູ້​ສອນ​ໝາ ກໍ​ໄດ້​ຮັບ​ລາງວັນ​
ແລະ​ອື່ນໆ ຊຶ່ງ ພິງ​ໄດ້​ເລົ່າ​ສູ່​ຟັງ​ວ່າ ຈຳ​ເປັນ​ທີ່​ຈະ​ຕ້ອງ​ອອກ​ມາ​ຫາ​ວຽກ​ເຮັດ​ງານ​ທຳ ​
ເພື່ອ​ຊ່ອຍ​ເຫຼືອ​ຕົວ​ເອງ ​ຫຼັງ​ຈາກ​ທີ່​ຈົບ​ມັດທະຍົມ​ສື​ກສາ​ແລ້ວ ​ເພາະພໍ່​ແມ່​ບໍ່​ມີ​ເງິນ​ສົ່ງ​ເສຍ​
ໃຫ້​ຮຽນ​ຕໍ່​ໃນ​ລະດັບ​ສູງ ຈຶ່ງ​ຫັນ​ມາ​ເອົາ​ດີ​ເປັນ​ຊ່າງ​ຜົ​ມ ​ແລະ​ວາງ​ແຜນ​ໄວ້​ວ່າ ​ພໍ​ເກັບ​ເງິນ​
ໄດ້​ແດ່ແລ້ວຈຶ່ງ​ຈະ​ສາມາດ​ຮຽນ​ຕໍ່​ໃນ​ລະດັບ​ສູງ​ໄດ້ ຊຶ່ງ​ພິງເລົ່າ​ໃຫ້​ວີ​ໂອ​ເອ ຟັງກ່ຽວ​ກັບ
ເບື້ອງ​ຫຼັງ​ຄວາມເປັນ​ມາ​ແລະປະສົບ​ການຕ່າງໆ ​ໃນ​ການ​ເປັນ​ຊ່າງ​ຜົມນີ້​ວ່າ:

Ping_Dog
please wait
Embed

No media source currently available

0:00 0:01:27 0:00

ພິງ ບໍ່​ແມ່ນ​ຊ່າງຕັດຜົມ​ທຳ​ມະ​ດາ​ແລ້ວ​ລະ ​ເພາະວ່າ ​ໄດ້​ຮັບ​ເຖິງ​ລາງວັນ​ສູງ​ສຸດ​ເປັນ​ທີ 1 ​
ໃນ​ການ​ອອກ​ແບບ​ຊົງ​ຜົມ​ຜູ້​ຊາຍ ​ໃນ​ລະດັບ​ເວທີ​ໂລກ ​ໃນ​ປີ 1989 ທີ່​ເອີ້ນ​ວ່າ Interna-
tional Beauty Show ຫຼັງ​ຈາກ​ທີ່​ໄດ້ຊະນະລາງວັນ​ສູງສຸດ​ແລ້ວ​ນັ້ນ ກໍ​ຍິ່ງ​ເຮັດ​ໃຫ້​ພິງ
​ມີ​ຄວາມ​ບາກ​ບັ່ນ ​ເກັບ​ສະ​ສົມ​ປະສົບ​ການເລື້ອ​ຍໆ ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ນອກຈາກ
​ຝີມື​ການ​ເປັນ​ຊ່າງ​ຜົມແລ້ວ ພິງ​ຍັງ​ມີ​ພອນ​ສະຫວັນ​ ດ້ານ​ອື່ນໆ ຊຶ່ງ​ຖື​ວ່າ​ເປັນ​ງານອະດີ
ເລກ ​ເພື່ອ​ຄວາມ​ມ່ວນ​ຊື່ນເທົ່າ​ນັ້ນ ​ແຕ່​ຍ້ອນ​ນິ​ໄສ​ສ່ວນ​ຕົວ​ທີ່​ວ່າ ຖ້າ​ຕັ້ງ​ໃຈ​ເຮັດ​ອັນ​ໃດ​
ແລ້ວ ກໍ​ຈະ​ເຮັດ​ໃຫ້​ເຖິງ​ທີ່​ສຸດ ​ເອົາ​ດີ​ໃຫ້​ໄດ້​ເປັນ​ທີ່​ນຶ່ງ ຊຶ່ງ​ກິດຈະກຳທີ່​ວ່າ​ນີ້ ກໍ​ແມ່ນ​ການ​
​ຝຶກ​ຊ້ອມ​ໃຫ້​ໝາ​ຫຼິ້ນ Frisbee ຊຶ່ງ​ກິລາ​ປະ​ເພດ​ນີ້​ ຖື​ວ່າ​ໜ້ອຍ​ຄົນ​ຈະ​ເຮັດ​ໄດ້ ​ໂດຍ
​ສະ​ເພາະ​ຄົນ​ເອ​ເຊຍ​ພວກ​ເຮົາ​ ຊຶ່ງ​ພິງ​ເລົ່າ​ໃຫ້​ຟັງ​ວ່າ ​ໄດ້​ຝຶກ​ຊ້ອມ​ໃຫ້​ໝາຂອງ​ຕົວ​ເອງ
ຕັ້ງ​ແຕ່​ອາຍຸ​ຍັງ​ນ້ອຍ ຕອນ 6 ​ເດືອນ ​ຫຼິ້ນ Frisbee ຈົນ​ເຖິງ​ເຂົ້າ​ແຂ່ງຂັນ Frisbee
ລະດັບ​ໂລກ ນີ້ບໍ່​ແມ່ນ​ຂອງ​ງ່າຍ ...ຂໍ​ເຊີນ​ຟັງ​ການ​ສຳ​ພາດກ່ຽວ​ກັບ​ການ​ຝຶກ​ແອບ​ໝາ​
ຕົວ​ໜ້ອຍ​ ຈົນ​ໃຫ້​ມີ​ຄວາມ​ສາມາດ​ສະ​ແດງກະ​ໂດດ​ໂລດ​ເຕັ້ນ​ຮັບຟຣີສ໌ບີ:

ການສະແດງເບັ່ງກ້າມ
ການສະແດງເບັ່ງກ້າມ

ນອກ​ເໜືອ​ໄປ​ຈາກ​ຄວາມ​ສາມ​າດ ທັງ​ສອງ​ດ້ານ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ​ແລ້ວ ພິງຍັງ
​ສະ​ແຫວ​ງຫາ​ກິ​ດຈະ​ກຳ​ ​ແລະ​ກິລາ
ອອກກຳລັງ​ກາຍອື່ນໆ ​ເຊັ່ນ​ການ​ຕີກ໊ອຟ ​ແລະ​ການ​ຍົກ​ກ້າມ ​ເພື່ອ​ຮັກສາ​ຫຸ່ນ​ໃຫ້​ດີ​
ສະ​ເໝີ​ມາ ຊຶ່ງ​ກິລາຫຼິ້ນ​ກ້າມ ​ກໍ​ເປັນ​ກິດ
ຈະກຳ​ອັນ​ນຶ່ງ​ທີ່ ​ພິງ​ໃຫ້​ຄວາມ​ສົນ​ໃຈມາ​ໂດຍຕະ​ຫຼອດຈົນ​ມາ​ເອົາ​ດີ​ເຂົ້າ​ແຂງ​ຂັນ​
ເປັນ​ຕົວ​ແທນ​ຂອງຂົງ​ເຂດ​ອໍ​ແລັນຈ໌ ລັດ
ຄາ​ລີ​ຟໍ​ເນຍ ​ແລະ​ເຄີຍ ໄດ້​ເປັນ​ຕົວ​ແທນ
ຂອງອາ​ເມຣິກາ ​ໃນ​ລຸ້ນທີ່​ມີ​ນ້ຳໜັກ​ນ້ອຍ​ສຸດ ທີ່​ມີນ້ຳໜັກ 143 ພາວ​ນ໌ແລະ​ຕ່ຳ​ກວ່າ
ເພື່ອ​ແຂ່ງ​ຂັນ​ໃນ​ລະດັບສາກົນ ທີ່​ປະ​ເທດ​ອອສ​ເຕຣຍຊຶ່ງບອກ​ມາ​ວ່າໄດ້​ເລີ້ມຫຼິ້ນ​ກ້າມ ​
ເຮັດ​ໃຫ້​ຫຸ່ນ​ດີ ມາ​ຕັ້ງແຕ່​ອາຍຸ​ຍັງ​ໜ້ອຍ​ພຸ້ນ ຊຶ່ງ​ຄັ້ງ​ທຳ​ອິດ​ທີ່​ພິງ​ໄດ້​ແຮງ​ດົນ​ບັນດານ​
ໃນຢາກ​ມີ​ຫຸ່ນ​ງາມໆດັ່ງ​ພະເອກ​ກ້າມ​ບຶກ Arnold Schwarzenegger ​ດາລາ​ນັກ
ສະ​ແດງ​ຮູບເງົາ​ເອັກ​ຊັນຕ່າງໆຂອງ​ຮໍ​ລີ​ວູດ ຊຶ່ງ​ພິງ​ເລົ່າໃຫ້​ຟັງ​ຜ່ານ​ການ​ສຳພາດ​ດັ່ງ​ນີ້:

ກ່ອນ​ຈົບ​ການ​ສຳພາດ ພິງ​ຍັງ​ໄດ້​ຝາກ​ເຖິງ​ພໍ່​ແມ່ນ​ພີ່ນ້ອງ​ຊາວ​ລາວ ພວກ​ໜຸ່ມ​ນ້ອຍ​ທີ່​ມີ
​ໃຈຮັກ​ກິລາ​ດ້ານຫຼິ້ນ​ກ້າມ​ນີ້ວ່າ ຈະ​ໃຫ້ການ​ສະໜັບສະໜຸນ ຊ່ອຍ​ເຫຼືອ​ໃນ​ທຸກ​ດ້ານ​
ຖ້າ​ຫາກສົນ​ໃຈ ປັດຈຸ​ບັນ​ນີ້ ພິງ​ກຳລັງ​ຕຽ​ມຕົວ​ຕຽມ​ພ້ອມ ​ໃນອີກບໍ່​ເທົ່າ​ໃດ​ສັບປະດາ​ນີ້
ພິງກໍ​ຈະ​ໄດ້​ເປັນ​ຕົວແທນ​ຂອງ​ລັດ ຄາ​ລີ​ຟໍ​ເນຍ ​ເພື່ອ​ປະ​ກວດ ໃນລະດັບປະເທດ
ໃນ​ການ​ແຂ່ງ​ຂັນທີ່ Las Vegas ​ໃນ​ເດືອນ​ກໍລະກົດ​ຈະ​ມາ​ເຖິງ​ນີ້. ທາງ​ວີ​ໂອ​ເອ ຂໍ​ເປັນ​
ກຳລັງ​ໃຈ ​ອວຍພອນ​ໃຫ້​ພິງ ຈົ່ງ​ໄປ​ເຖິງ​ຈຸດໝາຍ​ປາຍທາງ ​ທີ່ພິງ​ໄດ້​ຕັ້ງ​ໃຈໝ​າຍໝັ້ນ​ໄວ້.

ຂໍເຊີນຮັບຟັງ ການສະພາດທັງໝົດ ໃນສຽງບັນທຶກຂ້າງລຸ່ມນີ້:



XS
SM
MD
LG