ກອງທັບອາກາດຂອງ ຟີລິບປິນ ແລະ ສະຫະລັດ ໄດ້ທຳການລາດຕະເວນ ຮ່ວມກັນຢູ່ບໍລິເວນທະເລຈີນໃຕ້ ໃນວັນອັງຄານມື້ນີ້, ເຊິ່ງເປັນການເຄື່ອນໄຫວ ທີ່ເຮັດໃຫ້ ຈີນ ບໍ່ພໍໃຈ, ແລະຍັງໄດ້ດຳເນີນ “ການລາດຕະເວນເປັນປົກກະຕິ” ຢູ່ເໜືອຫາດຊາຍທີ່ມີຂໍ້ພິພາດກັນນັ້ນ.
ຟີລິບປິນ ແລະ ສະຫະລັດ ໄດ້ເພີ້ມທະວີມາດຕະການຮັກສາຄວາມປອດໄພພາຍໃຕ້ການນໍາຂອງປະທານາທິບໍດີຟີລິບປິນ ທ່ານ ເຟີດີນານ ມາໂກສ ຈູເນ່ຍ (Ferdinand Marcos Jr.) ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຫຼາຍຂຶ້ນລະຫວ່າງ ມະນິລາ ແລະ ປັກກິ່ງ ເຊິ່ງມີສາເຫດມາຈາກຄວາມຂັດແຍ້ງກ່ຽວກັບການອ້າງ ສິດໃນເສັ້ນທາງນ້ຳທີ່ມີການນໍາໃຊ້ຫຼາຍທີ່ສຸດ.
ໂຄສົກຂອງກອງທັບອາກາດຟີລິບປິນ ທ່ານນາງ ມາເຣຍ ຄອນຊູແອລໂລ ຄາສທີລໂລ (Maria Consuelo Castillo) ກ່າວວ່າ ການຊ້ອມລົບເປັນເວລານຶ່ງມື້ຂອງພັນທະມິດຕາມສົນທິສັນຍາ ໄດ້ປະຕິບັດການຢູ່ຂົງເຂດທະເລຟີລິບປີນຕາເວັນຕົກ, ໂດຍໃຊ້ຄຳສັບຂອງມະນີລາ ສຳລັບຮ້ອງນ່ານນ້ຳຢູ່ໃນທະເລຈີນໃຕ້ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດຂອງປະເທດ.
ທ່ານນາງ ຄາສທີລໂລ ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການຊ້ອມລົບ ມີເປົ້າໝາຍເພື່ອແນໃສ່ເພີ້ມທະວີການປະສານງານດ້ານປະຕິບັດການ, ປັບປຸງການຮັບຮູ້ຂອບເຂດທາງອາກາດ, ແລະເສີມຂະຫຍາຍຄວາມສາມາດ ໃນການປະຕິບັດການສູ້ລົບທີ່ວ່ອງໄວລະຫວ່າງກອງທັບອາກາດຂອງທັງສອງປະເທດ.”
ທ່ານນາງ ຄາສທີລໂລ ກ່າວວ່າ ເຮືອບິນສູ້ລົບ FA-50 ຂອງຟີລິບປິນ 3 ລຳ, ແລະເຮືອບິນຖິ້ມລະເບີດ B1-B ຂອງສະຫະລັດ 2 ລຳ, ກໍໄດ້ເຂົ້າຮ່ວມການ ຊ້ອມລົບດັ່ງກ່າວ, ເຊິ່ງລວມມີການບິນຢູ່ເໜືອ ຫາດຊາຍ ສກາຣ໌ໂບໂຣ (Scarborough Shoal), ເຊິ່ງເປັນບໍລິເວນທີ່ກອງທັບອາກາດຂອງ ຈີນ ໄດ້ປະຕິບັດການໃນສິ່ງທີ່ຮ້ອງວ່າ ການລາດຕະເວນທີ່ເປັນປົກກະຕິ ອີກດ້ວຍ.
ໃນຖະແຫຼງການສະບັບນຶ່ງຂອງວັນອັງຄານມື້ນີ້, ກອງທັບຈີນ ໄດ້ອອກມາກ່າວຫາ ຟີລິບປິນ ວ່າໄດ້ເຂົ້າຮ່ວມການລາດຕະເວນທີ່ຕົນລະບຸວ່າ ຈັດຂຶ້ນໂດຍຕ່າງປະເທດເພື່ອ “ທຳລາຍສັນຕິພາບ ແລະສະຖຽນລະພາບຢູ່ຂົງເຂດທະເລຈີນໃຕ້.”
ກອງບັນຊາການກອງທັບອາກາດຈີນ ຈະຍັງຄົງ “ເຝົ້າລະວັງຢູ່ໃນລະດັບສູງ, ເພື່ອການປົກປັກຮັກສາອະທິປະໄຕ ພ້ອມທັງສິດທິ ແລະຜົນປະໂຫຍດທາງທະເລຂອງ ຈີນ, ພ້ອມກັນນັ້ນ ກໍຄວບຄຸມກິດຈະກໍາທາງທະຫານຕ່າງໆທີ່ເປັນຂໍ້ພິ ພາກດຢູ່ບໍລິເວນທະເລຈີນໃຕ້.
ຈີນ ອ້າງເອົາສິດເໜືອເສັ້ນທາງທີ່ເປັນຍຸດທະສາດເກືອບທັງໝົດ, ເຊິ່ງເປັນເສັ້ນ ທາງການຄ້າທາງນ້ຳທີ່ມີມູນຄ່າ 3 ພັນຕື້ໂດລາຕໍ່ປີ, ເຖິງແມ່ນຈະມີການອ້າງ ສິດເໜືອຂົງເຂດຂອງ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະຫວຽດນາມ ທີ່ທັບຊ້ອນກັນກໍຕາມ.
ຟໍຣັມສະແດງຄວາມຄິດເຫັນ