ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳນຽບຫ້າແຈ ກ່າວວ່າ ການໂຈມຕີ ຄ້າຍຝຶກ ອາລກາອີດາ ສັງຫານ ພວກກໍ່ການຮ້າຍ ຫຼາຍສິບຄົນ


ທະຫານເຢເມນ ຢືນຢູ່ໃກ້ໆກັບລະບົບຍິງຈະຫຼວດ ໃນລະຫວ່າງການບຸກໂຈມຕີຄັ້ງສຳຄັນ ຕໍ່ກຸ່ມອາລກາອີດາ.
ທະຫານເຢເມນ ຢືນຢູ່ໃກ້ໆກັບລະບົບຍິງຈະຫຼວດ ໃນລະຫວ່າງການບຸກໂຈມຕີຄັ້ງສຳຄັນ ຕໍ່ກຸ່ມອາລກາອີດາ.

ທຳນຽບຫ້າແຈ​ກ່າວໃນ​ວັນ​ອັງ​ຄານ​ວານ​ນີ້ວ່າ ການ​ໂຈມ​ຕີ​ທາງ
​ອາກາດ​ ຂອງ​ສະຫະລັດ ​ຕໍ່​ຄ້າຍ​ຝຶກ​ແອບ ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​
ອາລກາ​ອີ​ດາໃນ​ເຢ​ເມນ ​ໄດ້​ສັງຫານພວກ​ກໍ່​ການ​ຮ້າຍ​ຫຼາຍ​ສິບ
​ຄົນ.

ທ່ານ Peter Cook ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ​ກ່າວ​ວ່າ ການ​
ໂຈມ​ຕີ​ທາງ​ອາກາດ​ໃນ​ຄັ້ງນີ້​ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​
ໃຫ້​ແກ່ຄວາມ​ສາມາດ​ຂອງ​ກຸ່ມ​ອາລກາ​ອີ​ດາ​ຢູ່​ແຫຼມອາຣາ​ເບຍ​
ຫຼື AQAP ​ເພື່ອ​ນຳ​ໃຊ້​ເຢ​ເມນ​ເປັນ​ຖານ​ປະຕິ ບັດ​ງານ​ໃນ​ການ
​ໂຈມ​ຕີທີ່​ຂົ່ມຂູ່​ຕໍ່ເຈົ້າໜ້າ​ທີ່​ສະຫະລັດ ​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ
​ເຖິງ​ຄວາມ​ໝາຍ​ໝັ້ນ ຂອງ​ພວກ​ເຮົາ ​ເພື່ອ​ຈະ​ເອົາ​ຊະນະ​ກຸ່ມ​ກໍ່
ການ​ຮ້າຍ​ອາ​ລກາ​ອີ​ດາ​ແລະ​ປະ​ຕິ​ເສດ​ບໍ່​ໃຫ້​ບ່ອນ​ຫ​ລົບ​ລີ້​ແກ່​ພວກ​ເຂົາ.

ທ່ານ Peter Cook ກ່າວ​ວ່າ ມີ​ພວກ​ກໍ່​ການ​ຮ້າຍ​ຫລາຍ​ກວ່າ 70 ຄົນ​ ກຳລັງຝຶກ​ແອບ​ຢູ່​ທີ່​
ຄ້າຍ​ແຫ່ງ​ນັ້ນແລະ​ພວກ​ນັກ​ຊ່ຽວຊານ​ກຳລັງ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ຜົນຂອງ​ການ​ໂຈມ​ຕີ​ທາງ​
ອາກາດດັ່ງກ່າວ. ​ແຕ່​ທ່ານ​ກໍ​ກ່າວ​ວ່າ ຜົນ​ໃນ​ຂັ້ນຕົ້ນສະ​ແດງ​ໃຫ້​ເຫັນ​ວ່າມີ​ສະມາຊິກ​ກຸ່ມ​ກໍ່
​ການ​ຮ້າຍ​ອາລກາ​ອີ​ດາ​ຫລາຍ​ສິບ​ຄົນ​ໄດ້​ຖືກຂ້າ​ຕາຍ.

​ເຈົ້າໜ້າ​ທີ່​ສະຫະລັດ​ຖື​ວ່າ ກຸ່ມ AQAP ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ອາລກາ​ອີ​ດາ​ທີ່​ເປັນ​ອັນຕະ
ລາຍ​ທີ່​ສຸດ​ແລະ​ເປັນ​ກຸ່ມ​ທີ່​ໄດ້​ແຍກ​ຕົວ​ອອກ​ມາ.

ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ​ນີ້​ໄດ້​ສວຍ​ໂອກາດ​ໃນ​ລະຫວ່າງ​ທີ່​ເກີດ​ການ​ສູ້​ລົບ ຄວາມວຸ້ນວາຍ ​
ແລະ​ຄວາມ​ສັບສົນ​ທາງ​ການ​ເມືອງ​ ຢູ່​ໃນ​ເຢ​ເມນ ​ເຂົ້າ​ຍຶດ​ເອົາ​ພື້ນທີ່​ແລະທຳ​ການ​ໂຈມ​ຕີ​ກໍ່​
ການ​ຮ້າຍ.

XS
SM
MD
LG