ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂອບາມາກ່າວວ່າ ລັດຖະບານ ສະຫະລັດ "ບໍ່ໄດ້ມີໄວ້ຂາຍ"


ອະດີດປະທານາທິບໍດີ ສະຫະຣັດ ທ່ານ ບາຣັກ ໂອບາມາ ທັກທາຍຜູ້ສະໜັບສະໜູນ ໃນຂະນະທີ່ທ່ານໂຄສະນາຫາ
ສຽງ ເພື່ອສະໜັບສະໜູນບັນດາຜູ້ລົງແຂ່ງຂັນເອົາຕຳ
ແໜ່ງ ໃນລັດຖະສະພາລັດ ຄາລິຟໍເນຍ. 8 ກັນຍາ, 2018.
ອະດີດປະທານາທິບໍດີ ສະຫະຣັດ ທ່ານ ບາຣັກ ໂອບາມາ ທັກທາຍຜູ້ສະໜັບສະໜູນ ໃນຂະນະທີ່ທ່ານໂຄສະນາຫາ ສຽງ ເພື່ອສະໜັບສະໜູນບັນດາຜູ້ລົງແຂ່ງຂັນເອົາຕຳ ແໜ່ງ ໃນລັດຖະສະພາລັດ ຄາລິຟໍເນຍ. 8 ກັນຍາ, 2018.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນວັນເສົາວານນີ້ ໄດ້ກ່າວ
ຕໍ່ບັນດາຜູ້ເຂົ້າຮ່ວມການຊຸມນຸມຂອງພັກເດໂມແຄຣັດ ວ່າ ລັດຖະບານ ສະຫະລັດ
“ແມ່ນລັດຖະບານສຳລັບໝົດທຸກຄົນ. ມັນບໍ່ໄດ້ມີໄວ້ຂາຍ.”

ທ່ານ ໂອບາມາ ບໍ່ໄດ້ອອກໜ້າອອກຕາໃນສັງຄົມ ນັບຕັ້ງແຕ່ໄດ້ລົງຈາກຕຳແໜ່ງເປັນ
ຕົ້ນມາ, ແຕ່ດ້ວຍການເລືອກຕັ້ງກາງສະໄໝກຳລັງຫຍັບໃກ້ເຂົ້າມາໃນເດືອນພະຈິກນີ້,
ທ່ານຈຶ່ງໄດ້ອອກມາກ່າວຄຳປາໄສໃນການຊຸມນຸມທີ່ເມືອງ ອານາໄຮມ໌, ລັດຄາລິຟໍເນຍ
ເພື່ອສະໜັບສະໜູນບັນດາຜູ້ລົງແຂ່ງຂັນພັກເດໂມແຄຣັດ ໃນເຂດຕ່າງໆທີ່ຜູ້ລົງແຂ່ງ
ຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ຄືທ່ານນາງ ຮິລແລຣີ ຄລິນຕັນ
ໄດ້ຮັບໄຊຊະໄປ ໃນປີ 2016 ນັ້ນ.

ທ່ານກ່າວວ່າ “ພວກເຮົາຄວນຮູ້ວ່າ ນີ້ແມ່ນລັດຖະບານຂອງ, ໂດຍ ແລະ ສຳລັບປະຊາ
ຊົນ. ພວກເຮົາບໍ່ມີສະຖານະການທີ່ວ່າ ບາງຄົນແມ່ນມີຄວາມເທົ່າທຽມກວ່າຄົນອື່ນໆ.”

ທ່ານ ໂອບາມາ ໄດ້ເຕືອນ, ໂດຍອ້າງເຖິງການເລືອກຕັ້ງລັດຖະສະພາ ທີ່ຈະຖືກພິຈາ
ລະນາວ່າ ເປັນ ການລົງປະຊາມະຕິ ກ່ຽວກັບ ລັດຖະບານປະທານາທິບໍດີ ທຣຳ ແລະ
ການປົກຄອງຂອງພັກຣີພັບບລີກັນໃນນະຄອນຫຼວງວໍຊິງຕັນ ນັ້ນວ່າ “ເດີມພັນແມ່ນສູງ
ຫຼາຍໃນການເລືອກຕັ້ງຄັ້ງນີ້, ນີ້ແມ່ນເວລາທີ່ມີຄວາມສຳຄັນໃນປະຫວັດສາດຂອງພວກ
ເຮົາ. ແລະ ແທ້ຈິງແລ້ວ, ຖ້າພວກເຮົາບໍ່ລຸກຂຶ້ນ, ສິ່ງຕ່າງໆກໍຈະຮ້າຍແຮງໄປຕື່ມ. ແຕ່
ຂ່າວດີກໍ່ແມ່ນ, ໃນສອງເດືອນຂ້າງໜ້ານີ້ ພວກເຮົາກໍຈະມີໂອກາດໃນການຟື້ນຟູຄວາມ
ປົກກະຕິ ໃນການເມືອງຂອງພວກເຮົາ.”

ທ່ານ ໂອບາມາ ຍັງໄດ້ກ່າວອີກວ່າ ໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດຕໍ່ປະຊາທິ ປະໄຕຂອງ ສະຫະ
ລັດ ບໍ່ແມ່ນບຸກຄົນໃດຄົນນຶ່ງ, ຫຼືພວກຜູ້ສະໜັບສະໜູນທາງການເມືອງທີ່ຮັ່ງມີ.

ທ່ານໄດ້ກ່າວວ່າ “ມັນແມ່ນການຂາດຄວາມສົນໃຈ, ມັນແມ່ນການເສີຍເມີຍ. ມັນແມ່ນ
ພວກເຮົາບໍ່ເຮັດ ສິ່ງທີ່ພວກເຮົາຄວນເຮັດ.”

ໃນວັນສຸກທີ່ຜ່ານມາ, ທ່ານ ໂອບາມາ ໄດ້ທຳການປາກົດຕົວຄັ້ງທຳອິດຂອງທ່ານ ໃນ
ການຕໍ່ສູ້ສຳລັບການເລືອກຕັ້ງກາງສະໄໝ, ດ້ວຍການກ່າວຄຳປາໄສການໂຄສະນາຫາ
ສຽງທີ່ມະຫາວິທະຍາໄລ ອີລີນອຍ-ເອີບານາ, ບ່ອນທີ່ທ່ານໄດ້ຂຶ້ນຮັບລາງວັນຈັນຍາ
ບັນໃນລັດຖະບານ. ທ່ານໄດ້ກ່າວຕໍ່ພວກນັກຮຽນຢູ່ທີ່ຊຸມນຸມນັ້ນວ່າ “ພວກທ່ານຕ້ອງ
ໄປລົງຄະແນນສຽງ ຍ້ອນວ່າ ປະຊາຕິປະໄຕຂອງພວກເຮົາຕ້ອງໄດ້ອາໄສມັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG