ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ເປັນເຈົ້າພາບ ຮ່ວມຈັດປະຊຸມ ສຸດຍອດ ຜູ້ນຳ ທຸລະກິດ ທີ່ ເຄັນຢາ


ປ. ບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອດ ນັກທຸລະກິດໂລກ ທີ່ນະຄອນຫຼວງໄນໂຣບີ ປະເທດເຄັນຢາ (25 ກໍລະກົດ 2015)
ປ. ບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອດ ນັກທຸລະກິດໂລກ ທີ່ນະຄອນຫຼວງໄນໂຣບີ ປະເທດເຄັນຢາ (25 ກໍລະກົດ 2015)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຂັ້ນ
ຕອນໃນການລິເລີ້ມເຮັດທຸລະກິດ ໃນອາຟຣິກາ ຊ່ວຍທັບມ້າງ
ກຳແພງ ແລະສ້າງຂົວ ລະຫວ່າງ ວັດທະນະທຳ ໂດຍສະໜອງ ທາງເລືອກຕໍ່ການກໍ່ຄວາມຮຸນແຮງແລະຄວາມສິ້ນຫວັງ.

ໃນຄຳປາໄສ ຕໍ່ກອງປະຊຸມສຸດຍອດ ນັກວິສາຫະກິດໂລກ ຫລື
GES ທີ່ນະຄອນຫຼວງໄນໂຣບີປະເທດເຄັນຢານັ້ນ ທ່ານໂອບາ
ມາ ໄດ້ຊຸກຍູ້ໃຫ້ມີການລົງທຶນໃນທຸລະກິດຕ່າງໆ ແລະພວກນັກ
ທຸລະກິດຢູ່ໃນທະວີບອາຟຣິກາ. ທ່ານກ່າວວ່າ ອາຟຣິກາຕ້ອງ
ການ ຈະເປັນສູນກາງ ການເຕີບໂຕຂອງໂລກ ໃນອະນາຄົດ ບໍ່
ແມ່ນ ພຽງແຕ່ການເຕີບໂຕໃນອາຟຣິກາທໍ່ນັ້ນ.

Obama Africa
please wait
Embed

No media source currently available

0:00 0:01:37 0:00

ທ່ານເວົ້າວ່າ “ອາຟຣິກາກຳລັງທຳການເຄື່ອນໄຫວແລະເຄັນຢາແມ່ນນຳໜ້າໝູ່.”

ທ່ານໂອບາມາ ເປັນເຈົ້າພາບກອງປະຊຸມສຸດຍອດດັ່ງກ່າວ ຮ່ວມກັບປະທານາທິບໍດີເຄັນ ຢາ ທ່ານ Uhuru Kenyatta. ນີ້ແມ່ນເທື່ອທຳອິດ ທີ່ກອງປະຊຸມສຸດຍອດນີ້ ໄດ້ຈັດຂຶ້ນຢູ່ ອາຟຣິກາ. ກອງປະຊຸມສຸດຍອດ GES ຄັ້ງທຳອິດໄດ້ຈັດຂຶ້ນຢູ່ທຳນຽບຂາວ ໃນປີ 2010.

​ໃນຄຳປາໄສຂອງທ່ານນັ້ນ ປະທານາທິບໍດີ Kenyatta ໄດ້ກ່າວເຖິງການສູ້ຊົນທາງດ້ານ ຄວາມປອດໄພ ແລະການເຕີບໂຕຢ່າງວ່ອງໄວທາງດ້ານເສດຖະກິດ ຂອງເຄັນຢາ. ທ່ານ ກ່າວຕໍ່ບັນດາແຂກຜູ້ມີກຽດວ່າ ຂໍໃຫ້ບອກເພື່ອນຝູງທີ່ຢູ່ທາງບ້ານ ແລະໃນທົ່ວໂລກຊາບ ວ່າ “ອາຟຣິກາແມ່ນເປີດກວ້າງ ແລະພ້ອມແລ້ວທີ່ຈະເຮັດທຸລະກິດ.”

ຫລັງຈາກໄດ້ມີການໂອ້ລົມຢູ່ເທິງເວທີ ກັບພວກນັກທຸລະກິດໜຸ່ມນ້ອຍ ຫລາຍໆຄົນແລ້ວ ປະທານາທິບໍດີໂອບາມາກໍໄດ້ອັດກອງປະຊຸມທີ່ເຕັມໄປດ້ວຍແຂກຜູ້ມີກຽດ ທີ່ກະຕືລືລົ້ນ ໃນການຊອກຫາໂອກາດເປີດທຸລະກິດຂອງເຂົາເຈົ້າ. ທ່ານເວົ້າວ່າ ຈົ່ງໄປທີ່ນັ້ນແລະເລີ້ມ ເຮັດສິ່ງໃດສິ່ງນຶ່ງພວກເຮົາແມ່ນຕື່ນເຕັ້ນໃນເລື້ອງນີ້. ພວກເຮົາຄາດຫວັງວ່າຈະໄດ້ຮັບສິ່ງ ສຳຄັນຈາກທ່ານ.

Kenya Rolls Out Red Carpet for President Obama
please wait

No media source currently available

0:00 0:01:40 0:00

XS
SM
MD
LG