ເກົາຫຼີເໜືອ ໄດ້ສືບຕໍ່ສົ່ງບາລລູນ ທີ່ເຕັມໄປດ້ວຍຂີ້ເຫຍື້ອເຂົ້າໄປສູ່ເກົາຫຼີໃຕ້ ໃນຄືນວັນຈັນວານນີ້, ອັນຖືເປັນການເລີ່ມຕົ້ນຂັ້ນຕອນໃໝ່ໃນປະຕິບັດການແບບສົງຄາມເຢັນທີ່ກຳລັງດຳເນີນຢູ່ຂອງເຂົາເຈົ້າໃນແຫຼມເກົາຫຼີ.
ອີງຕາມເສນາທິການຮ່ວມຂອງເກົາຫຼີໃຕ້, ບາລລູນທີ່ມາຈາກ ເກົາຫຼີເໜືອ, ມີຄວາມເປັນໄປໄດ້ວ່າ ຈະບັນຈຸຂີ້ເຫຍື້ອ, ແມ່ນກຳລັງລອຍໄປທິດໃຕ້ສູ່ເຂດແດນຂອງເກົາຫຼີໃຕ້. ກອງທັບໄດ້ເຕືອນປະຊາຊົນບໍ່ໃຫ້ແຕະຕ້ອງວັດຖຸໃດໆທີ່ຕົກລົງມາ ແລະ ໃຫ້ລາຍງານການພົບເຫັນຕໍ່ເຈົ້າໜ້າທີ່ຢ່າງຮີບດ່ວນ.
ເສນາທິການຮ່ວມຂອງເກົາຫຼີໃຕ້ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການປ່ອຍດັ່ງກ່າວ ໄດ້ເກີດຂຶ້ນບໍ່ດົນຫຼັງຈາກຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ເຊັນຂໍ້ຕົກລົງປ້ອງກັນປະເທດທີ່ສຳຄັນ.”
ການເຮັດຂໍ້ຕົກລົງປ້ອງກັນປະເທດເມື່ອບໍ່ດົນມານີ້ ລະຫວ່າງທ່ານ ກິມ ແລະ ທ່ານ ປູຕິນ ໄດ້ກໍ່ໃຫ້ມີຄວາມເປັນຫ່ວງໃນບັນດານັກສັງເກດການສາກົນ ກ່ຽວກັບ ການຍຸແຍ່ທີ່ອາດເປັນໄປໄດ້ຈາກ ພຽງຢາງ.
ໃນຖະແຫຼງການຮ່ວມ, ເກົາຫຼີໃຕ້, ສະຫະລັດ ແລະ ຍີ່ປຸ່ນ ໄດ້ກ່າວປະນາມການຮ່ວມມືທາງທະຫານຫຼາຍຂຶ້ນລະຫວ່າງ ເກົາຫຼີເໜືອ ແລະ ຣັດເຊຍ, ໂດຍກ່າວຢ້ຳເຖິງຄຳໝັ້ນສັນຍາຂອງເຂົາເຈົ້າຕໍ່ການເສີມຂະຫຍາຍການຮັກສາຄວາມໝັ້ນຄົງໃນພາກພື້ນ.
ເຂົາເຈົ້າໄດ້ກ່າວວ່າ “ຄຳໝັ້ນສັນຍາຂອງ ສະຫະລັດ ທີ່ຈະປ້ອງກັນ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຍັງຄົງແຂງແກ່ນຫຼາຍ.”
ຂະບວນການສົ່ງບາລລູນຂອງ ເກົາຫຼີເໜືອ ໄດ້ເລີ່ມຂຶ້ນໃນເດືອນພຶດສະພາທີ່ຜ່ານມາ, ເວລາທີ່ເຂົາເຈົ້າໄດ້ສົ່ງບາລລູນຫຼາຍກວ່າ 1,000 ໜ່ວຍທີ່ເຕັມໄປດ້ວຍວັດຖຸຕ່າງໆຄື ອາຈົມ, ເສດຜ້າ, ແລະ ຖ່ານແບັດເຕີຣີທີ່ຖິ້ມແລ້ວ ເຂົ້າໄປໃນ ເກົາຫຼີໃຕ້. ພຽງຢາງ ອ້າງວ່າ ການກະທຳດັ່ງກ່າວນີ້ ແມ່ນການແກ້ແຄ້ນຕໍ່ນັກເຄື່ອນໄຫວ ເກົາຫຼີໃຕ້ ຜູ້ທີ່ໄດ້ສົ່ງໃບປິວຕໍ່ຕ້ານລະບອບການປົກຄອງ ແລະ ວັດຖຸທາງດ້ານວັດທະນະທຳຂຶ້ນໄປທິດເໜືອ.
ຟໍຣັມສະແດງຄວາມຄິດເຫັນ