ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນ​ດາ​ຜູ້​ນຳອົງ​ການ NATO ຈັດ​ກອງ​ປະ​ຊຸມ​ສຸດຍອດ ວັນ​ສຸດ​ທ້າຍ


ພາບ​ທົ່ວ​ໄປ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ສຸດຍອດ NATO ໃນ​ນະ​ຄອນຫຼ​ວງ ມາດ​ຣິດ, ປະ​ເທດ ສ​ເປນ, 29 ມິ​ຖຸ​ນາ, 2022.
ພາບ​ທົ່ວ​ໄປ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ສຸດຍອດ NATO ໃນ​ນະ​ຄອນຫຼ​ວງ ມາດ​ຣິດ, ປະ​ເທດ ສ​ເປນ, 29 ມິ​ຖຸ​ນາ, 2022.

ບັນ​ດາ​ຜູ້​ນຳ​ແມ່​ນ​ກຳ​ລັງ​ປະ​ຊຸມ​ກັນ​ໃນ​ນະ​ຄອນຫຼວງ ມາດ​ຣິດ ປະ​ເທດ ສ​ເປນ, ເປັນ​ວັນ​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ສຸດຍອດ​ທີ່​ລວມ​ມີ​ການ​ຮັບ​ຮອງ​ການ​ດຳ​ເນີນ​ການ​ແນວ​ຄວາມ​ຄິດ​ດ້ານ​ຍຸດ​ທະ​ສາດ​ສຳ​ລັບ​ພັນ​ທະ​ມິດ, ໄດ້​ແກ່ “ການ​ຮຸກ​ຮານ​ຂອງ ຣັດ​ເຊຍ,” ສິ່ງ​ທ້າ​ທາຍ​ຢ່າງ​ເປັນ​ລະ​ບົບ​ຈາກ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ” ແລະ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ” ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ວ່າ​ນັ້ນ ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ເຂົາ​ເຈົ້າ.

ໃນ​ເອ​ກະ​ສານນີ້, ພັນ​ທະ​ມິດ​ທາ​ງ​ທະ​ຫານ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ໄດ້​ຕັ້ງ​ຂຶ້ນ​ຫຼັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ໄດ້​ອະ​ທິ​ບາຍ ຣັດ​ເຊຍ ວ່າ​ເປັນ “ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ສຸດ ແລະ ໂດຍ​ກົງ” ແລະ ເປັນ​ຄັ້ງ​ທຳ​ອິດໄດ້​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່ ຈີນ ໄດ້​ມີ​ຕໍ່​ຄວາມ​ປອດ​ໄພ, ຜົ​ນ​ປະ​ໂຫຍດ ແລະ ຄຸນ​ຄ່າ​ຂອງ​ອົງ​ການ NATO.

ພັນ​ທະ​ມິດ​ດັ່ງ​ກ່າວ​ໄດ້​ຕົກ​ລົງ​ທີ່​ຈະ​ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປ້ອງ​ກັນ​ຕົນ​ເອງ​ຈາກ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ, ເຊິ່ງ​ຕອນນີ້ ​ແມ່ນ​ເດືອນ​ທີ 5 ແລ້ວ. ເລ​ຂາ​ທິ​ການ​ໃຫຍ່​ທ່ານ ເຈັນ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ຕົ້ນ​ອາ​ທິດນີ້​ວ່າ ອົງ​ການ NATO ຈະ​ຂະ​ຫຍາຍ​ການ​ຕຽມ​ຄວາມ​ພ້ອ​ມ​ສູງຂອງກອງ​ທະ​ຫານ​ເປັນ 7 ເທົ່າ ເຖິງຫຼາຍກວ່າ 300,000 ຄົນ ທ່າມ​ກາງ​ສິ່ງ​ທີ່​ທ່ານ​ໄດ້​ອະ​ທິ​ບາຍ​ດັ່ງ​ກັບ “ວິ​ກິດ​ດ້ານ​ຄວາມ​ປອດ​ໄພ​ທີ່​ຮ້າຍ​ແຮງ​ທີ່​ສຸດ” ນັບ​ຕັ້ງ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

ໃນ​ວັນ​ພຸດ​ວານນີ້, ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ປະ​ກາດ​ວ່າ ສະ​ຫະ​ລັດ ໄດ້​ຂະຫຍາຍ​ການ​ມີ​ໜ້າ​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ໃນ ຢູ​ໂຣບ, ລວມ​ທັງ​ການ​ສົ່ງ​ກຳປັ່​ນ​ພິ​ຄາດ​ເພີ່ມ​ເຕີມ​ໄປ ສ​ເປນ ແລະ ຈັດ​ກອງ​ທະ​ຫານ​ຕື່ມ​ອີກ​ຢູ່​ບ່ອນ​ອື່ນ, ໃນ​ການ​ຕອບ​ສະ​ໜອງ​ຕໍ່ “ສິ່ງ​ແວດ​ລ້ອມ​ດ້ານ​ຄວາມ​ປອດ​ໄພ​ທີ່​ໄດ້​ປ່ຽນ​ແປງ” ແລະ ເພື່ອ​ຂະ​ຫຍາຍ “ຄວາມ​ປອ​ດ​ໄພ​ໂດຍ​ລວມ.”

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ​ ສະ​ຫະ​ລັດ ຈະ​ສ້າງ​ຕັ້ງກອງ​ບັນ​ຊາ​ການໃຫຍ່​ຖາ​ວອນ​ສຳ​ລັບ​ກອງ​ທັບ​ບົກ​ທີ 5 ຂອງ ສະ​ຫະ​ລັດ ໃນ​ປະ​ເທດ ໂປ​ແລນ, ເພີ່ມ ກອ​ງ​ພົນ​ທີ່​ມີ​ທະ​ຫານ​ໝູນ​ວຽນ 3,000 ຄົນ ແລະ ເຈົ້າ​ໜ້າ​ທີ່​ອື່ນໆ​ອີກ 2,000 ຄົນ​ໄປ​ຢູ່​ໃນ​ສຳ​ນັກ​ງານ​ໃຫຍ່​ໃນ​ປະ​ເທດ ໂຣ​ເມ​ເນຍ, ພ້ອມ​ກັບ​ສົ່ງ​ຝູງ​ເຮືອ​ບິນ​ລົບ​ F-35 ສອງ​ຈຸ​ໄປ​ປະ​ເທດ ອັງ​ກິດ.

ທ່ານ​ໄດ້​ກ່າວ​ວ່າ “ຕົ້ນ​ປີນີ້, ພວກ​ເຮົາ​ໄດ້​ເພີ່ມກອງ​ກຳ​ລັງ ສະ​ຫະ​ລັດ 20,000 ຄົນໃນຢູ​ໂຣບ ເພື່ອ​ຂະ​ຫຍາຍ​ຖັນ​ແຖວ​ຂອງ​ພວກ​ເຮົາ ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ເຄື່ອນ​ໄຫວ​ຮຸກ​ຮານ​ຂອງ ຣັດ​ເຊຍ, ເປັນ​ການ​ນຳ​ເອົາ​ກອງ​ກຳ​ລັງ​ຂອງ​ພວກ​ເຮົາ​ໄປໃນ​ຢູ​ໂຣບ​ທັງ​ໝົດ 100,000 ຄົນ,” ແລະ​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ປັບ​ປ່ຽນ​ທ່າ​ທີ​ການ​ປ້ອງ​ກັນ​ຂອງ​ເຂົາ​ເຈົ້າໂດຍ “ອີງ​ໃສ່​ໄພ​ຂົ່ມ​ຂູ່​ດ້ວຍ​ການ​ປຶກ​ສາ​ຫາ​ລື​ຢ່າງ​ໃກ້​ຊິດ​ກັບ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ.”

ພ້ອມ​ກັນ​ນັ້ນ​ໃນ​ວັນ​ພຸດ​ວານນີ້, ໃນ​ການ​ກ່າວ​ຄຳ​ປາ​ໄສ​ທາງ​ໄກ​ຕໍ່​ອົງ​ການ NATO, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ປະ​ເທດ​ຂອງ​ທ່ານ​ຕ້ອງ​ການ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ເພີ່ມ​ເຕີມ ແລະ ເງິນ​ປະ​ມານ 5 ພັນ​ລ້ານ​ໂດ​ລາ​ຕໍ່​ເດືອນ​ເພື່ອ​ປ້ອງ​ກັນ​ຕົນ​ເອງ.

ອ່ານ​ຂ່າວນີ້​ເ​ປັນ​ພາ​ສາ​ອັງ​ກິດ

XS
SM
MD
LG