ທ່ານ Peter Mutharika ໄດ້ສາບານໂຕເຂົ້າຮັບຕຳແໜ່ງ
ເປັນປະທານາທິບໍດີ ຄົນໃໝ່ຂອງມາລາວີແລ້ວ.
ຜູ້ນຳພັກປະຊາທິປະໄຕກ້າວໜ້າ ຊຶ່ງເປັນພັກຝ່າຍຄ້ານຂອງ
ມາລາວີ ທີ່ອາຍຸ 74 ປີ ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ ໃນ
ວັນເສົາມື້ນີ້ ທີ່ເມືອງ Blantyre ນະຄອນຫຼວງທາງດ້ານການ
ຄ້າຂອງປະເທດ.
ທ່ານ Mutharika ກ່າວໃນຄຳປາໄສສັ້ນໆວ່າ ພາລະກິດອັນ
ສຳຄັນຂອງທ່ານ ກໍຄືສ້າງຄວາມປຸ້ມລຸມສາມັກຄີໃຫ້ແກ່ຊາວ
ມາລາວີຫລັງຈາກໄດ້ມີການຜິດຂ້ອງ ຕ້ອງຖຽງກັນແບບແກ່
ຍາວກ່ຽວກັບການເລືອກຕັ້ງ.ທ່ານໄດ້ເຊື້ອເຊີນໃຫ້ຄູ່ແຂ່ງ ຂອງທ່ານຊ່ວຍທ່ານໃນການ
ບູລະນະສ້າງສາປະເທດຊາດບ້ານເມືອງ.
ໃນວັນສຸກວານນີ້ ບັນດາເຈົ້າໜ້າທີ່ເລືອກຕັ້ງ ໄດ້ປະກາດໃຫ້ ທ່ານ Peter Mutharika
ທີ່ມີອາຍຸ 74 ປີ ເປັນຜູ້ຊະນະໃນການເລືອກຕັ້ງປະທານາທິບໍ ດີທີ່ມີການໂຕ້ຖຽງກັນ ໃນ
ອາທິດແລ້ວນີ້ ຫຼັງຈາກໄດ້ເອົາຊະນະປະທານາທິບໍດີ Joyce Banda ທີ່ກຳຕຳແໜ່ງ
ໃນປັດຈຸບັນ.
ຄະນະກຳມະການເລືອກຕັ້ງຂອງມາລາວີ ປະກາດຜົນການເລືອກຕັ້ງ ບໍ່ເທົ່າໃດຊົ່ວໂມງ
ຫຼັງຈາກພວກປະທ້ວງທີ່ຮຽກຮ້ອງໃຫ້ມີການນັບບັດຄືນໃໝ່ ໄດ້ປະທະກັນກັບຕຳຫລວດ
ຢູ່ເມືອງ Mangochi ໃນພາກໃຕ້ຂອງປະເທດ. ຄວາມຮຸນແຮງໄດ້ເຮັດໃຫ້ນຶ່ງຄົນເສຍ
ຊີວິດ.
ການນັບບັດຂັ້ນສຸດທ້າຍ ສະແດງໃຫ້ເຫັນວ່າທ່ານ Mutharika ຊະນະໂດຍໄດ້ ຮັບຄະ
ແນນສຽງກາຍ 36 ເປີເຊັນໜ້ອຍນຶ່ງ ແລະຜູ້ສະມັກ ພັກຄອງແກຣັສມາ ລາວີ ທ່ານ
Lazrous Chakwera ໄດ້ຮັບປະມານ 29 ເປີເຊັນ.
ປະທານາທິບໍດີ Banda ໄດ້ຮັບຄະແນນເປັນທີສາມ ຄືໄດ້ກາຍ 20 ເປີເຊັນ ຂອງຄະແນນ
ສຽງທັງໝົດ.
ທ່ານ Mutharika ນ້ອງຊາຍຂອງມື້ລາງປະທານາທິບໍດີ Bingu wa Mutha-rika ຈະ
ຈັດພິທີສາບານໂຕເຂົ້າຮັບຕຳແໜ່ງຢ່າງເປັນທາງການ ໃນວັນອາທິດມື້ອື່ນນີ້.