ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ເພງ ເຮົາ​ເປັນ​ຄົນ​ລາວ ທີ່ຂັບຮ້ອງໂດຍສັກ​ກີ້ ຖືວ່າເປັນເພງທີ່ມີຄວາມໝາຍດີ ແລະວ່າຖ້າໄດ້ ຟັງແລ້ວ ກໍຈະເຮັດໃຫ້ຄົນລາວຮັກກັນແໜ້ນແຟ້ນຂຶ້ນ


ສັກ​ກີ້ ​ເມກ​ມໍຣະກົດ
ສັກ​ກີ້ ​ເມກ​ມໍຣະກົດ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງວີ​ໂອ​ເອ ຄ່ຳຄືນ​ວັນ​ອາທິດ
ມື້​ນີ້ ວັນນະ​ສອນ ​ຈະ​ນໍາ​ເອົາຂັບ​ລໍາ ອັນ​ສະໜຸກ​ສະໜາ​ນ ​ມ່ວນຊື່ນ ​ມາຈັດ​ໃຫ້​ຕາມ​ຄຳ​ຂໍ​
ຂອງ​ທ່ານ​ຜູ້​ຟັງ ຂໍ​ເຊີນ​ທ່ານເຂົ້າ​ສູ່​ລາຍການ​ຂອງ​ເຮົາ​ໄດ້​ນະ​ບັດ​ນີ້.

ສະບາຍດີທຸກໆທ່ານ​ ​ພົບ​ກັນ​ອີກ​ຕາມ​ເຄີຍ ພ້ອມ​ກັບ​ເພງ​ມ່ວນໆ​ໃນ ທຸກໆຄໍ່າຄືນວັນ​
ອາທິດ ຫວັງວ່າຄົງ​ມີ​ຫຼາຍໆ​ທ່ານເຂົ້າ​ໄປ​ຊົມ ​ເຂົ້າ​ໄປ​ຟັງ​ທັງໃນ website ​ແລະ​ກໍຊົມ
ການຖ່າຍ​ທອດ​ອອກ​ອາກາດສົດ ຜ່ານ​ທາງເຟສບຸກຂອງ​ພວກ​ເຮົາ ​ໃນ​ທຸກ​ແລງ​ວັນ
​ອັງຄານ​ແລະ​ວັນ​ພຸດ ສຳລັບຄ່ຳ​ຄືນ​ນີ້ ວັນນະ​ສອນ ດີ​ໃຈ​ທີ່​ຈະ​ໄດ້​ມາ​ຈັດ​ເພງ​ມ່ວນໆ ​
ໃຫ້​ທ່ານ​ຜູ້​ຟັງ ຈາກນ້ອງ Sky ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງຜ່ານ​ທາງເຟສບຸກ ​ບອກ​ມາ​ວ່າ
​ຢາກ​ຟັງ​ເພງ ເຮົາ​ເປັນ​ຄົນ​ລາວ ເອົາ​ຈັດ​ໄປ​ເລີຍ ເພງ​ນີ້ປະພັນ​ໂດຍສັກ​ກີ້ ​ເມກ​ມໍຣະກົດ
ສິນລະປິນ ນັກ​ຮ້ອງ​ນັກ​ດົນຕີ ລາວ-​ອາ​ເມຣິກັນ ຈາກ​ລັດ​ຄາ​ລີ​ຟໍ​ເນຍ ເປັນ​ເພງ​ທີ່​ມີ​ຄວາມ
​ໝາຍດີ ທັງ​ເນື້ອ​ຮ້ອງ​ທຳນອງ ມີ​ການ​ປະສົມ​ປະສານດົນຕີ​ສາກົນ​ແລະ​ສຽງ​ແຄນ​ລາວ...
ຖືກ​ໃຈ​ທັງ​ຄົນ​ລາວ​ລຸ້ນ​ໃໝ່ ​ແລະ​ຄົນ​ລຸ້ນ​ເກົ່າ​ແນ່ນອນ...​ເຊີນ​ຮັບ​ຟັງ​ໄດ້.

​ສ່ວນ​ຜູ້​ຟັງ​ທີ່​ໃຊ້​ນາມ​ແຝງ​ວ່າ ທ້າວ​ລາບ​ດິບ ທີ່​ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ​ໜ້າ​ແວບໄຊ​ຕ໌
ທີ່​ທາງ​ເຮົາ​ຈັດ​ເພງ​ຂອງ​ພົງ​ສະຫວັນ ​ໄຊ​ຍະ​ວົງ ​ໃຫ້ຟັງ​ໄປ​ນັ້ນ ​ແລະຂຽນ​ບອກ​ມາວ່າ
ມັນ​ຮູ້ສຶກ​ແຊບ​ຢູ່​ໃນ​ໃຈ...ສະ​ນັ້ນ​ຈຶ່ງຂໍ​ຈັດ​ເພງ​ແນວ​ລຳ​ປະຍຸກຂອງ​ພົງ​ສະຫວັນ​ ໃຫ້​ຟັງ​
ກັນ​ອີກ ​ເພາະວ່າ​ເພງ ຂ້າ​ອ້າ​ຍ​ໃຫ້​ຕາຍ​ສາ ນີ້ ​ເປັນ​ເພງ​ທີ່​ກຳລັງ​ນິຍົມ ມີ​ແຕ່​ຄົນ​ເອົາ​ມາ​
ຮ້ອງ​ຖ່າຍຄລິບ​ລົງ​ໃນ​ຢູທູບ ຕັ້ງ​ຫຼາຍຄົນ...ຈັ່ງ​ໃດ​ຖ້າ​ໄດ້​ຮັບ​ຟັງ​ເພງ​ຂອງ​ພົງ​ສະຫວັນ
ແລ້ວກໍ​ຂໍ​ໃຫ້ ທ້າວ​ລາບ​ດິບ ຕິດຕາມ​ຮັບ​ຟັງ ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ ແລະ​ຂໍ​ໃຫ້​ເປັນແຟນລາຍການ​ຂອງ VOA ຕະຫຼອດ​ໄປ...​ເອົາ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

​ກໍ​ຕ້ອງ​ຂໍ​ຂອບ​ໃຈມິດ​ຮັກ​ແຟນລາຍການວິທະຍຸ​ວີ​ໂອ​ເອທີ່​ໃຫ້​ຄວາມເຫັນ​ໃຈ ຕິດຕາມ​
ຮັບ​ຟັງ​ຂ່າວສານຂອງ​ພວກ​ເຮົາ​ຕະຫຼອດ​ມາ...ຜູ້​ຟັງ​ທີ່​ໃຊ້​ນາມ​ແຝງ​ວ່າ​ເຈົ້າພາບ​ດອງ
ຂຽນ​ຂໍ້ຄວາມ​ຝາກ​ໄວ້​ວ່າ ມັກ​ຮັກ​ນ້ຳ​ສຽງມະ​ລີ​ຈັນ​ສຸກ ມ່ວນ​ຫຼາຍວ່າ​ຊັ້ນ ​ໂດຍ​ສະ​ເພາະ
​ເພງ ຄົງ​ເຊ​ໂດນ​ທີ່​ຮັກ ທີ່​ທາງ​ເຮົາ ​ໄດ້​ນຳ​ສະ​ເໜີ​ໄປ​ນັ້ນ ​ແລະເພງ ຫຼວງ​ພະ​ບາງ​ເມື່ອຍາມ
​ແລງ ​ເປັນ​ອີກ​ເພງ​ນຶ່ງ ທີ່​ມະ​ລີ​ຈັນ​ສຸກ ຮ້ອງ​ໄວ້ ​ເປັນ​ຜົນງານ​ບົດ​ປະພັນຂອງ​ເຈົ້າ​ຄຳ​ຜາຍ
ກຸນ​ຣະ​ວຸທ.
ອີກ​ຄັ້ງ​ນຶ່ງ ຂໍຂອບ​ໃຈທຸກໆທ່ານທີ່​ຄອຍ​ເປັນກຳລັງ​ໃຈ​ຕິດຕາມ​ພວກ​ເຮົາ
​ສະ​ເໝີ​ມາ​ແລະ​ຂໍ​ໃຫ້​ຄຸນ​ພະ​ຄຸນເຈົ້າຈົ່ງຄຸ້ມ​ຄອງ ​ແລະ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະຢ່າ​ລືມ​
ກັບ​ມາ​ຟັງ​ເພງ​ມ່ວນໆກັບ​ພວກ​ເຮົາ​ອີກ​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA
ຂໍ​ໃຫ້​ທຸກໆຈົ່ງທ່ານນອນ​ຫຼັບ​ຝັນຫວານ...

XS
SM
MD
LG